“ 5ປີ ການເປັນຄູ່ຮ່ວມມືແບບກວມລວມ ສະຫະລັດອາເມລິກາ ໄດ້ປະກອບສ່ວນຫຼາຍດ້ານຕໍ່ການພັດທະນາເສດຖະກິດຂອງລາວ ”

213

ໃນການມາຢ້ຽມຢາມ ສປປ ລາວ ຄັ້ງປະຫວັດສາດຂອງອະດີດປະທານາທິບໍດີ ບາຣັກ ໂອບາມາ ໃນປີ 2016 ທ່ານໄດ້ປະກາດການຮ່ວມມືແບບກວມລວມ ເພື່ອເພີ່ມທະວີຂອບການຮ່ວມມື ລະຫວ່າງ ສະຫະລັດອາເມລິກາ ແລະ ສປປ ລາວ ບົນພື້ນຖານການພັດທະນາສາຍພົວພັນທີ່ຕ່າງຝ່າຍຕ່າງເຄົາລົບເຊິ່ງກັນ ແລະ ກັນ ລວມທັງເຄົາລົບ ຄວາມເປັນເອກະລາດ ແລະ ອະທິປະໄຕຂອງກັນ ແລະ ກັນ.

อาจเป็นรูปภาพของ 3 คน, ผู้คนกำลังยืน, ต้นไม้ และ กลางแจ้ง

ນັບແຕ່ປີ 2016 ເປັນຕົ້ນມາ ລັດຖະບານສະຫະລັດອາເມລິກາ ໄດ້ລົງທຶນປະກອບສ່ວນຫຼາຍລ້ານໂດລາ ໃນການສະໜັບສະໜູນຊ່ວຍເຫຼືອການພັດທະນາເສດຖະກິດຂອງ ສປປ ລາວ ແລະ ຊ່ວຍສ້າງ ຄວາມສະດວກໃຫ້ແກ່ການລົງທຶນ ລວມໄປເຖິງການຄ້າໃນພາກພື້ນ ແລະ ສາກົນ ໂດຍການຜ່ານໂຄງການ Laos Business Environment ແລະ ໂຄງການ World Bank Lao Competitiveness and Trade.

อาจเป็นรูปภาพของ 13 คน, ผู้คนกำลังยืน และ กลางแจ้ง

ທາງສະຫະລັດໄດ້ຮ່ວມກັບລັດຖະບານ ສປປ ລາວ ແລະ ພາກທຸລະກິດເອກະຊົນໃນການສົ່ງເສີມການພັດທະນາເສດຖະກິດ, ເສີມສ້າງຄວາມເຂັ້ມແຂງໃຫ້ຫົວໜ່ວຍທຸລະກິດຂະໜາດນ້ອຍ ແລະ ກາງ ແລະ ການແກ້ໄຂຜົນກະທົບທາງດ້ານເສດຖະກິດທີ່ເກີດຈາກໂຄວິດ – 19 ໂດຍສະເພາະແມ່ນຂະແໜງການທ່ອງທ່ຽວ, ຫັດຖະກໍາ ແລະ ດ້ານຂໍ້ມູນຂ່າວສານ ການສື່ສານເຕັກໂນໂລຊີ.

อาจเป็นรูปภาพของ 5 คน, ผู้คนกำลังนั่ง, ผู้คนกำลังยืน และ กลางแจ้ง

ນອກຈາກນີ້, ທາງລັດຖະບານສະຫະລັດອາເມລິກາ ຍັງໄດ້ໃຫ້ການຊ່ວຍເຫຼືອໃນວຽກງານກະສິກຳ, ການສຶກສາ, ສາທາລະນະສຸກ ແລະ ໂພຊະນາການ ລວມເຖິງຂົງເຂດອື່ນໆອີກ.

อาจเป็นรูปภาพของ 5 คน และ ผู้คนกำลังยืน

ອັນທີ່ສຳຄັນສຸດອີກຢ່າງໜຶ່ງທີ່ໄດ້ຮັບການຊ່ວຍເຫຼືອຈາກສະຫະລັດ ແມ່ນໃນເດືອນກໍລະກົດ 2021 ລັດຖະບານສະຫະລັດອາເມລິກາ ໄດ້ມອບວັກຊີນຕ້ານໂຄວິດ -19 ຈອນສັນ & ຈອນສັນ ຈຳນວນ 1.008.000 ໂດສ ໃຫ້ລັດຖະບານ ສປປ ລາວ ເຊິ່ງເປັນສ່ວນໜຶ່ງຂອງການສະໜັບສະໜູນໃຫ້ ສປປ ລາວ ບັນລຸເປົ້າໝາຍໃນການສັກວັກຊີນໃຫ້ໄດ້ 50% ຂອງປະຊາກອນລາວພາຍໃນປີ 2021.

อาจเป็นรูปภาพของ 5 คน, ผู้คนกำลังยืน และ กลางแจ้ง

อาจเป็นรูปภาพของ ข้อความพูดว่า "5th u -Lao of Comprehensive Partnership"

ລັດຖະບານສະຫະລັດອາເມລິກາ ຍັງໃຫ້ຄຳໝັ້ນສັນຍາວ່າ ໃນຂະນະທີ່ພວກເຮົາກຳລັງເດີນໜ້າເພື່ອຢຸດຕິພະຍາດລະບາດໂຄວິດ – 19 ນີ້ ພວກເຮົາມີຄວາມໝາຍໝັ້ນໃນການສະໜັບສະໜູນລັດຖະບານ ສປປ ລາວ ແລະ ປະຊາຊົນລາວ ໃນການພັດທະນາການຮ່ວມມືໃນຂະແໜງການສຶກສາ ແລະ ການພັດທະນາເສດຖະກິດ, ໃຫ້ມີຄວາມເຂັ້ມແຂງ ແມ່ນມີຄວາມສຳຄັນໃນຂົງເຂດພາກພື້ນ ແລະ ພວກເຮົາເຫັນຄວາມສຳຄັນທາງດ້ານໂອກາດທີ່ຈະສືບຕໍ່ເສີມຂະຫຍາຍສາຍພົວພັນທີ່ດີລະຫວ່າງສອງຊາດຕໍ່ໄປ.