ປີ້ຊັ້ນI ແພງແຕ່ມາແຮງເຕັມທຸກໆຖ້ຽວ ສິ່ງຢັ້ງຢືນວ່າຄົນລາວມີເງິນຊື້ປີ້ຫຼືບໍ

260

ຫາກໍ່ວ່າກັນໄປເລື່ອງປີ້ລົດໄຟ ຫຼາຍຄົນກໍ່ເວົ້າໄປຫຼາຍແນວວ່າປີ້ໂດຍສານແພງເກີນໄປ ແຕ່ມື້ນີ້ເຮົາໄປເບິ່ງກັນວ່າການຂາຍປີ້ລົດໄຟເປັນແນວໃດໃນໄລຍະ 20 ວັນທີ່ເປີດໃຫ້ບໍລິການເປັນຕົ້ນມາ.


ທ່ານ ນາງ ປານໃຈ ເຢ່ຍຢັ້ງວ່າ ຜູ້ຮັບຜິດຊອບຂົນສົ່ງຜູ້ໂດຍສານ ລົດໄຟລາວ-ຈີນ ປະຈໍາສະຖານີນະຄອນຫລວງວຽງຈັນ, ໄດ້ໃຫ້ສໍາພາດຕໍ່ນັກຂ່າວ ສໍານັກຂ່າວສານປະເທດລາວ ໃນວັນທີ 22 ທັນວາ 2021 ນີ້ວ່າ: ປັດຈຸບັນ, ການໃຫ້ບໍລິການຜູ້ໂດຍສານ ຂອງລົດໄຟລາວ-ຈີນ ແມ່ນມີຜູ້ໂດຍສານເຕັມທຸກຖ້ຽວໃນແຕ່ລະວັນ ແລະ ປີ້ໂດຍສານຊັ້ນ 1 ຫລື EMU 1 ແມ່ນຂາຍໝົດທຸກວັນ.


ທ່ານ ນາງ ປານໃຈ ເຢ່ຍຢັ້ງວ່າ ໄດ້ອະທິບາຍວ່າ: ໄລຍະນີ້ການໃຫ້ບໍລິການແລ່ນລົດໄຟ ແມ່ນແບ່ງອອກເປັນ 2 ໄລຍະ ຄື: ໄລຍະທີ 1 ວັນຈັນ ຫາ ວັນພະຫັດ ຈະໃຫ້ບໍລິການຖ້ຽວດຽວ ໃນເວລາ 8:00 ໂມງ ແລະ ໄລຍະທີ 2 ວັນສຸກ ຫາ ວັນອາທິດ, ເຊິ່ງເປັນໄລຍະທ້າຍອາທິດ ທີ່ມີປະຊາຊົນເດີນທາງໄປຕ່າງແຂວງຫລາຍ, ໂດຍຈະໃຫ້ບໍລິການ 2 ຖ້ຽວ (ຖ້ຽວ 8:00 ໂມງ ແລະ 16:00 ໂມງ).

ແນວໃດກໍຕາມ, ພາຍຫລັງເລີ່ມເປີດໃຫ້ບໍລິການແກ່ມວນຊົນ ມາແຕ່ວັນທີ 3 ທັນວາ 2021 ເປັນຕົ້ນມາ, ໄດ້ມີປະຊາຊົນທັງພາຍໃນ ແລະ ຊາວຕ່າງປະເທດ ມາໃຊ້ບໍລິການຂີ່ລົດໄຟເປັນຈໍານວນຫລວງຫລາຍໃນແຕ່ລະມື້, ແຕ່ປັດຈຸບັນໄດ້ກໍານົດຈໍານວນຜູ້ໂດຍສານປະມານ 700 ຄົນຕໍ່ຖ້ຽວ, ເພື່ອປ້ອງກັນການລະບາດຂອງພະຍາດໂຄວິດ-19. ສະເພາະ ປີ້ໂດຍສານຊັ້ນ 1 ແມ່ນຂາຍໝົດທຸກວັນ ແລະ ແຂວງທີ່ຜູ້ໂດຍສານເດີນທາງໄປຫລາຍ ແມ່ນ ແຂວງຫລວງພະບາງ, ຫລວງນໍ້າທາ, ຮອງລົງມາແມ່ນອຸດົມໄຊ ແລະ ເມືອງວັງວຽງ ແຂວງວຽງຈັນ.


ທ່ານ ນາງ ປານໃຈ ກ່າວຕື່ມວ່າ: ລົດໄຟລາວ-ຈີນ ແມ່ນໂສມໜ້າໃໝ່ຂອງການຂົນສົ່ງໂດຍສານດ້ວຍລະບົບລາງທີ່ທັນສະໄໝຢູ່ປະເທດເຮົາ. ສະນັ້ນ, ການບໍລິການໃນໄລຍະຕົ້ນ ກໍມີທັງຂໍ້ສະດວກ ແລະ ຫຍຸ້ງຍາກ. ສໍາລັບຂໍ້ສະດວກ ກໍແມ່ນສາມາດຕອບສະໜອງການເດີນທາງ ທີ່ມີຄວາມສະດວກສະບາຍແກ່ຜູ້ໂດຍສານ ໄດ້ໄປຮອດໄປເຖິງຈຸດໝາຍປາຍທາງທັນຕາມກໍານົດເວລາ. ສ່ວນຂໍ້ຫຍຸ້ງຍາກ, ທີ່ມັກພົບເຫັນ ແມ່ນຜູ້ໂດຍສານສ່ວນຫລາຍບໍ່ທັນເຂົ້າໃຈ ໃນຂັ້ນຕອນການຊື້ປີ້, ຂັ້ນຕອນການເຂົ້າກວດ ແລະ ການຂຶ້ນລົດໄຟ. ນອກນີ້, ກໍປາກົດມີຜູ້ໂດຍສານຈໍານວນໜຶ່ງ ເອົາວັດຖຸທີ່ເກືອດຫ້າມຂຶ້ນລົດໄຟ ເປັນຕົ້ນ ສັດລ້ຽງ, ທາດເຫລົ້າ, ວັດຖຸໄວໄຟ, ທາດແຕກ ຫລື ວັດຖຸມີຄົມອື່ນໆ.


ແນວໃດກໍຕາມ, ສໍາລັບຜູ້ທີ່ຈະມາໃຊ້ບໍລິການລົດໄຟ ຂໍແນະນໍາໃຫ້ປະຕິບັດດັ່ງນີ້: ຕ້ອງມາຊື້ປີ້ຢູ່ສະຖານີ, ມີບັດປະຈໍາຕົວ ແລະ ບັດຢັ້ງຢືນການສັກວັກຊິນຄົບຕາມໂດສທີ່ແນະນຳ, ພຽງເທົ່ານີ້ ກໍສາມາດສໍາພັດກັບການເດີນທາງທີ່ສະດວກສະບາຍດ້ວຍ ລົດໄຟລາວ-ຈີນ ໄດ້.