2 ບໍລິສັດ ເຊັນສັນຍາ ໃຫ້ບໍລິການຂົນສົ່ງສິນຄ້າ ແລະ ຈຳໜ່າຍຊຸດອຸປະກອນຮັບສັນຍານໂທລະພາບຜ່ານດາວທຽມລາວ (Laosat-TV)

280

ພິທີເຊັນສັນຍາ ວ່າດ້ວຍການໃຫ້ບໍລິການຂົນສົ່ງສິນຄ້າ ແລະ ການບໍລິການຈຳໜ່າຍຊຸດອຸປະກອນຮັບສັນຍານໂທລະພາບຜ່ານດາວທຽມລາວ (Laosat TV) ລະຫວ່າງ ບໍລິສັດ ລັດວິສາຫະກິດ ໄປສະນີລາວ ແລະ ບໍລິສັດ ດາວທຽມລາວ ເອເຊຍ-ປາຊີຟິກ ຈຳກັດ ວັນທີ 22 ທັນວາ 2021.

ໃນວັນທີ 22 ທັນວາ 2021 ໄດ້ມີພິທີເຊັນສັນຍາ ວ່າດ້ວຍການໃຫ້ບໍລິການຂົນສົ່ງສີນຄ້າ ແລະ ການບໍລິການຈຳໜ່າຍຊຸດອຸປະກອນຮັບສັນຍານໂທລະພາບຜ່ານດາວທຽມລາວ (Laosat- TV) ລະຫວ່າງ ບໍລິສັດລັດວິສາຫະກິດໄປສະນີລາວ ແລະ ບໍລິສັດດາວທຽມລາວເອເຊຍ-ປາຊີຟິກ ຈໍາກັດ ໂດຍການເຂົ້າຮ່ວມເປັນສັກຂີພະຍານໃນພິທີຂອງ ທ່ານ ບໍ່ວຽງຄຳ ວົງດາລາ ລັດຖະມົນຕີກະຊວງ ເຕັກໂນໂລຊີ ແລະ ການສື່ສານ, ທ່ານ ຫຽມ ພົມມະຈັນ ປະທານສະພາບໍລິຫານບໍລິສັດດາວທຽມລາວ, ທ່ານ ພູຫວີນ ຟອງສະມຸດ ຜູ້ອໍານວຍການໃຫ່ຍ ບໍລິສັດ ລັດວິສາຫະກິດ ໄປສະນີລາວ ແລະ ທ່ານ ຕິງ ຢົງບິ່ງ ຜູ້ອຳນວຍການໃຫຍ່ບໍລິສັດດາວທຽມ ລາວ ເອເຊຍ-ປາຊີຟິກຈໍາກັດ ແລະ ພາກສ່ວນກ່ຽວຂ້ອງ 2 ຝ່າຍເຂົ້າຮ່ວມ.


ຈຸດປະສົງຂອງການເຊັນສັນຍາໃນຄັ້ງນີ້ແມ່ນເພື່ອນຳໃຊ້ພຶ້ນຖານໂຄງລ່າງຫ້ອງການຂອງບໍລິສັດລັດວິສາຫະກິດໄປສະນີລາວຢູ່ທຸກແຂວງ, ເມືອງ ແລະ ບ້ານ ເປັນປ່ອງບໍລິການ ແລະ ຈໍາໜ່າຍຊດອຸປະກອນຮັບສັນຍານໂທລະພາບຜ່ານດາວທຽມລາວ (LAOSAT-TV/Set_Top Boxes) ພ້ອມທັງສ້າງທີມງານຂອງບໍລິສັດລັດວິສາຫະກິດໄປສະນີລາວ ຊ່ວຍບໍລິການຫຼັງການຂາຍໃນຂອບເຂດທົ່ວປະເທດເພື່ອສ້າງເງື່ອນໄຂອໍານວຍຄວາມສະດວກໃຫ້ ປະຊາຊົນລາວບັນດາເຜົ່າໄດ້ເຂົ້າເຖິງສິນຄ້າຂອງບໍລິສັດ ດາວທຽມລາວ ແລະ ເພື່ອສົ່ງເສີມໃຫ້ປະຊາຊົນລາວໃນເຂດ ຫ່າງໄກສອກຫຼີກສາມາດຮັບຮູ້ຂໍ້ມູນຂ່າວສານ ແລະ ສາລະຄວາມຮູ້ທີ່ຫລາກຫຼາຍຜ່ານທາງກ່ອງຮັບສັນຍານໂທລະພາບດາວທຽມລາວ ( ລາວແຊັດ LAOSAT-TV).

ທ່ານ ສີສັນ ປອງນະທີ ຮອງຜູ້ອຳນວຍການໃຫຍ່ ບໍລິສັດ ດາວທຽມລາວ ເອເຊຍ-ປາຊີຟິກ ຈຳກັດ ກ່າວວ່າ: ການເຊັນສັນຍາຮ່ວມມືໃນຄັ້ງນີ້ ໂດຍລວມກໍ່ເພື່ອປະຕິບັດຕາມ ແນວທາງນະໂຍບາຍຂອງ ລັດຖະບານ ກໍ່ຄື ກະຊວງເຕັກໂນໂລຊີ ແລະ ການສື່ສານ ໃນການສົ່ງເສີມການຮ່ວມມືລະຫວ່າງບໍລິສັດລັດວິສາຫະກິດດ້ວຍກັນ ເພື່ອນໍາໃຊ້ທ່າແຮງທີ່ມີຂອງແຕ່ລະຝ່າຍເຂົ້າໃນການພັດທະນາທຸລະກິດໃຫ້ກ້າວໜ້າ, ຂະຫຍາຍຕົວ, ມີປະສິດທິພາບສູງ, ປະຢັດຕົ້ນທຶນ ແລະ ມີລາຍຮັບເພີ່ມຂຶ້ນ ເພື່ອປະກອບສ່ວນພັດທະນາເສດຖະກິດ ແລະ ສັງຄົມ ແລະ ເພື່ອເປັນການສ້າງບາດກ້າວໃໝ່ ບັນດາປະຖົມປັດໃຈຊ່ວຍໜູນການຈັດຕັ້ງປະຕິບັດວາລະແຫ່ງຊາດວ່າດ້ວຍການແກ້ໄຂຄວາມຫຍຸ້ງຍາກທາງດ້ານເສດຖະກິດ-ການເງິນຂອງຊາດ ໃຫ້ປະກົດຜົນເປັນຈິງເທື່ອລະກ້າວ. ສໍາລັບການຮ່ວມມືໃນຄັ້ງນີ້ເປົ້າໝາຍຫຼັກແມ່ນພວກເຮົາຈະໄດ້ສຸມໃສ່ການຮ່ວມມື 02 ດ້ານຄື:
1. ການນຳໃຊ້ພື້ນຖານໂຄງລ່າງຫ້ອງການຂອງບໍລິສັດລັດວິສາຫະກິດໄປສະນີລາວຢູ່ທຸກແຂວງ, ເມືອງ ແລະ ບ້ານເປັນປ່ອງບໍລິການ ແລະ ຈຳໜ່າຍຊຸດອຸປະກອນຮັບສັນຍານໂທລະພາບຜ່ານດາວທຽມລາວ (LAOSAT-TV/Set Top Boxes) ພ້ອມທັງສ້າງທີມງານຂອງບໍລິສັດລັດວິສາຫະກິດໄປສະນີລາວ ຊ່ວຍບໍລິການຫລັງການຂາຍໃນຂອບເຂດທົ່ວປະເທດເພື່ອສ້າງເງື່ອນໄຂອໍານວຍຄວາມສະດວກໃຫ້ປະຊາຊົນລາວບັນດາເຜົ່າໄດ້ເຂົ້າເຖິງສິນຄ້າຂອງບໍລິສັດ ດາວທຽມລາວ ແລະ ເພື່ອສົ່ງເສີມໃຫ້ປະຊາຊົນລາວສາມາດຮັບຮູ້ຂໍ້ມູນຂ່າວສານ, ສາລະຄວາມຮູ້ທີ່ຫລາກຫລາຍຜ່ານກ່ອງຮັບສັນຍານໂທລະພາບດາວທຽມລາວ;
2. ນໍາໃຊ້ການບໍລິການຂົນສົ່ງຂອງບໍລິສັດ ລັດວິສາຫະກິດ ໄປສະນີລາວ ເພື່ອແຈກຢາຍສິນຄ້າຂອງບໍລິສັດ ດາວທຽມລາວ ເອເຊຍ-ປາຊີຟິກ ຈໍາກັດ ໃນຂອບເຂດທົ່ວປະເທດ.


ສໍາລັບການເຊັນສັນຍາຮ່ວມມືກ່ຽວກັບ 2 ທຸລະກິດໃນມື້ນີ້ ບໍ່ແມ່ນການລິເລີ່ມການຮ່ວມມືຂອງສອງ ບໍລິສັດວິສາຫະກິດຂອງພວກເຮົາ ແຕ່ເປັນການສືບຕໍ່ປະຕິບັດຕາມເຈດຈໍານົງເກົ່າທີ່ພວກເຮົາໄດ້ມີສັນຍາການຮ່ວມມືເຊົ່າອາຄານຂອງ ບໍລິສັດລັດວິສາຫະກິດໄປສະນີລາວ ຢູ່ບ້ານສາຍລົມ,ບໍລິສັດລັດວິສາຫະກິດໄປສະນີລາວ ຢູ່ບ້ານສາຍລົມ, ເມືອງຈັນທະບູລີ ນະຄອນຫຼວງວຽງຈັນ ໂດຍໄດ້ນໍາໃຊ້ອາຄານດັ່ງກ່າວເປັນສູນບໍລິການຫຼັກຂອງບໍລິສັດດາວທຽມລາວ ຊຶ່ງໄດ້ຍົກຍ້າຍມາຈາກ ສູນການຄ້າວຽງຈັນເຊັນເຕີໃນເມື່ອກ່ອນ ແລະ ສໍາລັບພິທີເຊັນສັນຍາຮ່ວມມືທາງທຸລະກິດໃນມື້ນີ້ ກໍ່ບໍ່ແມ່ນ ສັນຍາສະບັບສຸດທ້າຍ ເນື່ອງຈາກທັງສອງບໍລິສັດພວກເຮົາກໍາລັງສືບຕໍ່ຄົ້ນຄ້ວາການຮ່ວມມືທາງດ້ານການໂຄສະນາໃນຮູບແບບໃໝ່ ໂດຍນໍາໃຊ້ທ່າແຮງທີ່ມີຂອງ ບໍລິສັດດາວທຽມລາວ.


ເຊິ່ງຕາງໜ້າລົງນາມ 2 ຝ່າຍ ຄັ້ງນີ້ໂດຍ ທ່ານ ພູຫວີນ ຟອງສະມຸດ ຜູ້ອຳນວຍການໃຫ່ຍ ບໍລິສັດ ລັດວິສາຫະກິດ ໄປສະນີລາວ ກັບ ທ່ານ ຕິງ ຢົງບິ່ງ ຜູ້ອໍານວຍການໃຫຍ່ ບໍລິສັດ ດາວທຽມລາວ ເອເຊຍ-ປາຊີຟິກ ຈຳກັດ.