ຊຸດປະຈໍາແຂວງ ຂອງ 30 ນາງສາວ ຜູ້ເຂົ້າປະກວດນາງສາວລາວ Miss Laos 2021

397

ຊຸດກໍງາມ ຄົນກໍງາມ ມາສ່ອງຊຸດປະຈໍາແຂວງຂອງ 30 ນາງສາວ ຜູ້ເຂົ້າປະກວດ ນາງສາວລາວປີ 2021 ບອກເລີຍວ່າມີແຕ່ຊຸດງາມໆ ແລະ ມີຄວາມມາຍອັນຊົງຄຸນຄ່າ

ເລີ່ມກັນທີ່ຊຸດ ໝາຍເລກ 1 ນາງສາວ ທິດາວັນ ຂັນຕີ ໄດ້ຊຸດປະຈໍາແຂວງຂອງ ໄຊຍະບູລີ ຊຸດ ທິດາຜ້າໄໝຕໍ່າແຫ່ງເມືອງຊ້າງ
ໝາຍເລກ 2 ສະຫວັນພອນ ກັນຫາໄຊ ຊຸດປະຈໍາແຂວງ ເຜົ່າລື້ໄຊຍະບູລີ ມ່ວນຊື່ນຜີຕາໂຂນ
ໝາຍເລກ 3 ເສັ່ຍຢ່າງ ສາວາ ສາວໄຊສົມບູນ ຊຸດປະຈໍາແຂວງໄຊສົມບູນ ຊຸດໄຊສົມບູນ ເສັ່ຍຢ່າງ

ໝາຍເລກ 4 ຄອນສະຫວັນ ແພງທອງ ຊຸດປະຈໍາແຂວງຫົວພັນ ຊຸດນາຣີຫົວພັນ
ໝາຍເລກ 5 ສຸມາລີ ປຸນຍະວົງ ຈາກແຂວງນະຄອນຫຼວງວຽງຈັນ ຊຸດຈໍາປານາລີນະຄອນຫຼວງວຽງຈັນ
ໝາຍເລກ 6 ຄອນສະຫວັນ ອາໄພ ຊຸດປະຈໍາແຂວງບໍ່ແກ້ວ ອາລິຍະທໍາຫໍຫຼັກເມືອງ

ໝາຍເລກ 7 ປາລີນາ ດາລາສຸກ ຊຸດປະຈໍາແຂວງບໍລິຄໍາໄຊ ມະຫັດສະຈັນແມ່ນໍ້າ
ໝາຍເລກ 8 ກັນລະຍາ ໂຄດໂຢທາ ຊຸດປະຈໍາແຂວງຈໍາປາສັກ ນາງອັບສອນສະຫວັນແຫ່ງຜາສາດຫິນວັດພູ
ໝາຍເລກ 9 ວິດາວອນ ມຸກດາສັກ ຊຸດປະຈໍາແຂວງຄໍາມ່ວນ ຊຸດເຂົ້າໜົມປ່ານ

ໝາຍເລກ 10 ທິດາຈັນ ວິສຮສົມບັດ ຊຸດປະຈໍານະຄອນຫຼວງວຽງຈັນ ຊຸດທິດາຜາສາດເຜີ້ງ
ໝາຍເລກ 11 ອາຫົງ ແສງດາລາ ຊຸດປະຈໍາແຂວງ ອຸດົມໄຊ ຊຸດເທພີຜ້າໄໝຕໍ່າ
ໝາຍເລກ 12 ໃຈເພັດ ວົງວິໄລທອງ ຊຸດປະຈໍາແຂວງ ສະຫວັນນະເຂດ ຊຸດຜ້າຄາມງາມສະຫວັນ

ໝາຍເລກ 13 ເມກຂະຫຼາ ຈະເລີນໄຊ ຊຸດປະຈໍາແຂວງ ຜົ້ງສາລີ ຊຸດ ອາຄ່ານາລີ
ໝາຍເລກ 14 ເງິນ ສົມບັນດິດ ຊຸດປະຈໍາແຂວງຊຽງຂວາງ ຊຸດ ຊຽງຂວາງແດນງາມ
ໝາຍເລກ 15 ອາເຊິ່ນ ໄຊຍາສອນ ຊຸດປະຈາແຂວງໄຊສົມບູນ ສະຕີມົ້ງຍຸກສະໄໝ

ໝາຍເລກ 16 ດວງທິບ ໂພທິສົມພານ ຊຸດປະຈໍາແຂວງຈໍາປາສັກ ຕໍານານຮັກອໍາມະຕະນົກ
ໝາຍເລກ 17 ບຸນວິໄລ ວິໄລພອນ ຊຸດປະຈໍານະຄອນຫຼວງວຽງຈັນ ເທບທິດາຜູ້ຮັກສານະຄອນຫຼວງ
ໝາຍເລກ 18 ຜ່ານຄໍາ ເງື່ອມດາເຮິນ ຊຸດປະຈໍາແຂວງແຊກອງ ເອກກະລັກເຜົ່າກຣຽງລືນານ

ໝາຍເລກ 19 ຄູນສະຫວັນ ໂພທິຈັນ ຊຸດປະຈໍານະຄອນຫຼວງ ສັດທາແຫ່ງນາຄາ
ໝາຍເລກ 20 ທິບເກສອນ ໄຊຊະນິດ ຊຸດແຂວງວຽງຈັນ ຊຸດຟ້ອນລາຍງ້າວ
ໝາຍເລກ 21 ນໍ້າທິບ ແກ້ວດວງສີ ຊຸດແຂວງວຽງຈັນ ຊຸດສາວລາວ ເຜົ່າອິວມ້ຽນ

ໝາຍເລກ 22 ພອຍໄພລິນ ພັນຖາວອນ ຊຸດນະຄອນຫຼວງວຽງຈັນ ຍິນດີຕ້ອນຮັບສູ່ນະຄອນຫຼວງວຽງຈັນ
ໝາຍເລກ 23 ດາລາພອນ ອິນທະສອນ ຊຸດແຂວງສາລະວັນ ຊຸດ ສາວຕະໂອ້ຍເປົ່າແຄນແດນສາລະວັນ
ໝາຍເລກ 24 ສະສິທອນ ສີວິເສດ ຊຸດນະຄອນຫຼວງວຽງຈັນ ນະຄອນຫຼວງວຽງຈັນຮວງເຂົ້າ

ໝາຍເລກ 25 ຄິດດາວັນ ວົງສະຫວັດ ຊຸດສາວເມີ້ຍງາມໂສພາ
ໝາຍເລກ 26 ລັດຕະນະພອນ ສີມາລາ ຊຸດອັດຕະປື ຊຸດກະຕູ
ໝາຍເລກ 27 ນີວັນ ຕູ່ວີກື້ ສະຫວັນນະເຂດ ນາລີສີຫັດຖະກໍາ

ໝາຍເລກ 28 ວິມາລາ ໄຊຍະຈັກ ຫຼວງນໍ້າທາ ບໍ່ມີຊື່ຊຸດ ຄິດຊ່ວຍກັນເບິ່ງ
ໝາຍເລກ 29 ແກ້ວອຸດອນ ສຸລິໂຍ ສະຫວັນນະເຂດ ທິດາກາເຟລາວ
ແລະ ໝາຍເລກ 30 ພິລາໜິງ ພູມມີ ຫຼວງພະບາງ ຫຼວງພະບາງເທືອງງາມ