ເຊັນສັນຍາການຊ່ວຍເຫຼືອໂຄງການພັດທະນາອົງການກາແດງລາວ

190

ພິທີເຊັນບົດບັນທຶກຄວາມເຂົ້າໃຈການການຊ່ວຍເຫລືອໃນການຈັດຕັ້ງປະຕິບັດ “ໂຄງການພັດທະນາອົງການກາແດງລາວ” ລະຫວ່າງອົງການກາແດງລາວ ແລະ ອົງການກາແດງສະວີດສ໌ ປະຈຳ ສປປ ລາວ ໄດ້ຈັດຂຶ້ນໃນວັນທີ 21 ທັນວາ 2021 ຢູ່ຫ້ອງປະຊຸມສູນເລືອດ ອົງການກາແດງລາວ  ໂດຍການເຂົ້າຮ່ວມຂອງ ທ່ານ ຮສ. ດຣ ພູທອນ ເມືອງປາກ ປະທານ ອົງການກາແດງລາວ, ຕາງໜ້າໃຫ້ອົງການກາແດງສະວີດສ໌ໂດຍ ທ່ານ ຊັງມາກ ໂຕເມ ຜູ້ຕາງໜ້າອົງການກາແດງສະວີດສ໌ ປະຈຳ ສປປ ລາວ, ພ້ອມດ້ວຍພາກສ່ວນທີ່ກຽ່ວຂ້ອງ ລວມເຖິງການໃຫ້ກຽດເຂົ້າຮ່ວມຜ່ານລະບົບປະຊຸມທາງໄກ ຂອງ ທ່ານ ຮອງເຈົ້າແຂວງ ແຂວງຫຼວງພະບາງ, ແຂວງຄຳມ່ວນ ແລະ ແຂວງຈຳປາສັກ ຜູ້ຊີ້ນຳວຽກງານວັດທະນະທຳ-ສັງຄົມ, ຫົວໜ້າ ພະແນກການຕ່າງປະເທດແຂວງ, ພະແນກແຮງງານ ແລະ ສະຫວັດດີການສັງຄົມແຂວງ, ແລະ ອົງການກາແດງແຂວງ ຈາກແຂວງຫຼວງພະບາງ, ແຂວງຄຳມ່ວນ ແລະ ແຂວງຈຳປາສັກ.


ໂຄງການດັ່ງກ່າວແມ່ນການຮ່ວມມື ແລະ ສະໜັບສະໜູນດ້ານວິຊາການ ແລະ ງົບປະມານ ເພື່ອປະກອບສ່ວນເຂົ້າໃນການຈັດຕັ້ງປະຕິບັດແຜນຍຸດທະສາດຂອງອົງການກາແດງລາວ, ໃຫ້ການສະໜັບສະໜູນລະບົບການຄຸ້ມຄອງການເງິນທີ່ມິປະສິດທິພາບ ເພື່ອສ້າງຄວາມເຂັ້ມແຂງໃຫ້ແກ່ອົງການກາແດງລາວ ແລະ ອົງການກາແດງແຂວງ 03 ແຂວງເປົ້າໝາຍ (ແຂວງຫຼວງພະບາງ, ຄໍາມ່ວນ ແລະ ຈໍາປາສັກ) ເຊິ່ງມີຈຸດຫຼັກແມ່ນ ປັບປຸງແຜນຍຸດທະສາດ, ນະໂຍບາຍ ແລະ ຂັ້ນຕອນການຕອບໂຕ້ໄພພິບັດ; ປັບປຸງການຕອບໂຕ້ໄພພິບັດເມື່ອມີງົບປະມານການຊ່ວຍເຫຼືອຈາກພາຍນອກສາມາດຮັກສາຊີວິດ ແລະ ຊ່ວຍເຫຼືອປະຊາຊົນຜູ້ທີ່ຖືກຜົນກະທົບຈາກໄພພິບັດຢ່າງມີປະສິດທິຜົນ, ຊຶ່ງຈະເລີ່ມຈັດຕັ້ງປະຕິບັດນັບແຕ່ມື້ລົງລາຍເຊັນໃນບົດບັນທຶກຄວາມເຂົ້າໃຈເປັນຕົ້ນໄປ ແລະ ຈະເລີ້ມຕົ້ນ…….ຫາປີໂຄງການ ຈະສິ້ນສຸດໃນວັນທີ 30 ເມສາ 2023 ໂດຍແມ່ນທຶນສະໜັບສະໜູນຂອງອົງການກາແດງສະວີດສ໌ ລວມເປັນມູນຄ່າທັງໝົດ 241.511 ຝຼັງສະວິດສ໌ (ປະມານ 2,5 ຕື້ກີບ).


ໂຄງການພັດທະນາອົງການກາແດງລາວ ແມ່ນມີຈຸດປະສົງແນໃສ່: 1) ປັບປັງແຜນຍຸດທະສາດ ແລະ ນະໂຍບາຍຂອງອົງການກາແດງລາວ ທີ່ເອື້ອອຳນວຍໃຫ້ແກ່ການຕອບໂຕ້ໄພພິບັດສຸກເສີນຢ່າງມີປະສິດທິພາບ ແລະ ທັນການ; 2) ສ້າງກົນໄກຕອບໂຕ້ໄພພິບັດສຸກເສີນຂອງອົງການກາແດງລາວ ໂດຍສະໜອງອຸປະກອນເຄື່ອງມືທີ່ເໝາະສົມ ແລະ ຝຶກອົບຮົມໃຫ້ແກ່ໜ່ວຍງານຕອບໂຕ້ໄພພິບັດຂອງອົງການກາແດງລາວ ໃຫ້ມີຄວາມພ້ອມຈັດຕັ້ງປະຕິບັດຕອບໂຕ້ໄພພິບັດຢ່າງມີປະສິດທິພາບ ແລະ ທັນເວລາຢູ່ 03 ແຂວງ ເປົ້າໝາຍ; 3) ສ້າງຄວາມເຂັ້ມແຂງໃຫ້ອົງການກາແດງລາວໃນການບໍລິການສັງຄົມ ແລະ ການເຄື່ອນໄຫວຂອງອາສາສະໝັກກາແດງ ໂດຍຮ່ວມມືກັບສະຫະພັນກາແດງ ແລະ ຊີກວົງເດືອນແດງສາກົນ (IFRC).


ກອງປະຊຸມໃນຄັ້ງນີ້ໄດ້ມີການຮ່ວມລົງນາມເຊັນບົດບັນທຶກຄວາມເຂົ້າໃຈລະຫວ່າງອົງການກາແດງລາວ ຕາງໜ້າໂດຍ ທ່ານ ຮສ. ດຣ ສິງ ເມໂນລາດ, ຮອງປະທານ ອົງການກາແດງລາວ ແລະ ອົງການກາແດງສະວີດສ໌ ຕາງໜ້າໂດຍ ທ່ານ ຊັງມາກ ໂຕເມ ຜູ້ຕາງໜ້າອົງການກາແດງສະວີດສ໌ ປະຈຳ ສປປ ລາວ, ເພື່ອເປັນບ່ອນອີງໃນການຜັນຂະຫຍາຍ ແລະ ຈັດຕັ້ງປະຕິບັດໂຄງການດັ່ງກ່າວໃຫ້ມີຜົນສຳເລັດສູງສຸດຕາມແຜນທີ່ໄດ້ກຳນົດໄວ້.