ແຫຼ່ງທ່ອງທ່ຽວວັດເກົ່າຕາແຫຼວໄດ້ສ້າງກິດຈະກຳປູກຈິດສຳນຶກໃຫ້ນ້ອງນັກຮຽນ

185

ວັນທີ 20 ທັນວາ 2021 ຢູ່ທີ່ແຫຼ່ງທ່ອງທ່ຽວວັດເກົ່າຕາແຫຼວເມືອງຈຳພອນ ແຂວງສະຫວັນນະເຂດ ໄດ້ຈັດກິດຈະກຳປູກຈິດສຳນຶກກ່ຽວກັບການອະນຸລັກວັດທະນະທຳແລະສິ່ງແວດລ້ອມໂຄງການພັດທະນາແຫຼ່ງທ່ອງທ່ຽວແບບອະນຸລັກປະຊາຊົນມີສ່ວນຮ່ວມ ຂອງວົງຈອນການທ່ອງທ່ຽວເຊຈຳພອນ ໃຫ້ກຽດເປັນປະທານຂອງ ທ່ານ ເພັດຈຳພອນ ວົງສາລະສິນ  ຫົວໜ້າຫ້ອງການຖະແຫຼງຂ່າວ,ວັດທະນະທຳແລະທ່ອງທ່ຽວເມືອງຈຳພອນ,ທ່ານສິດທິເດດ ເພັດຊະລາດ  ເລຂາຄະນະພັກຮາກຖານ ກຸ່ມບ້ານທີ 2 ມີທ່ານນາງໂຊຍ ລູໂຊະ ຊຽວຊານ ຜູ້ບໍລິິຫານງານໂຄງການເຕຕຼັກຕຼິດສ໌ຂັ້ນທ້ອງຖິ່ນ ມີ ຄະນະບ້ານອ້ອມຂ້າງຜູ້ຮັບຜິດຊອບວຽກທ່ອງທ່ຽວໃນເມືອງເຂົ້າຮ່ວມ.

ໃນທີທ່ານ ສິດທິເດດ ເພັດຊະລາດ ກຳມະການພັກເມືອງ ເລຂາຄະນະພັກຮາກຖານ ກຸ່ມບ້ານທີ 2 ກໍ່ໄດ້ຂື້ນກ່າວໄຂພິທີພ້ອມໃຫ້ແຂກຮັບຊົມ 2 ບົດຟ້ອນຄື: ຊາວນາມ່ວນຊື່ນ,ສາວຜູ້ໄທເຂັນຝ້າຍຈາກນັ້ນ ທ່ານນາງໂຊຍ ລູໂຊະ ຊຽວຊານ ຜູ້ບໍລິິຫານງານໂຄງການເຕຕຼັກຕຼິດສ໌ຂັ້ນທ້ອງຖິ່ນ ກໍ່ໄດ້ຂຶ້ນກ່າວຈຸດປະສົງການສ້າງກິດຈະກຳການອະນຸລັກວັດທະນະທຳທ້ອງຖິ່ນເຊິ່ງສະແດງອອກໃນການ ປາກເວົ້າ ແລະ ວິຖີຊີວິດເປັນຊົນເຜົ່າຜູ້ໄທແລະ ມີກິດຈະກຳ ຕອບຄຳຖາມວິທະຍາສາດ ປະຫວັດຄວາມເປັນມາຂອງວັດເກົ່າຕາແຫຼວການນຳພາສ້າງ ແລະ ໄດ້ມອບຂອງຂວັນລາງວັນອຸປະກອນການຮຽນໃຫ້ນ້ອງນ້ອຍນັກຮຽນຜູ້ທີ່ຕອບຄຳຖາມ ແລະ ຍັງໄດ້ເຮັດກິດຈະກຳ ເກັບຂີ້ເຫຍື້ອ,ຈັດຕັ້ງກັນເປັນກຸ່ມແຂ່ງຂັນກັນເອົາລາງວັນແລະໃຫ້ຮູ້ແຍກຂີ້ເຫຍື້ອແຕ່ລະປະເພດເຊັ່ນ:ຢາງ,ແກ້ວ,ໃບໄມ້,ເຈ້ຍ ແລະ ຍັງໄດ້ປູກຈິດສຳນຶກໃຫ້ນ້ອງນ້ອຍນັກຮຽນໄດ້ຮູ້ເຖິງຜົນກະທົບທາງດ້ານສິ່ງແວດລ້ອມບໍ່ໃຫ້ຖິ້ມຂີ້ເຫຍື້ອຊະຊາຍ.ຈາກນັ້ນ ທາງໂຄງ ການຍັງໄດ້ມອບເສື້ອດຳ 15 ໂຕ,ອຸປະກອນຫຼິ້ນກິລາ ແລະ ກະຕຸກນໍ້າ 35 ຕຸກ.


ທ້າຍສຸດທ່ານ ເພັດຈຳພອນ ວົງສາລະສິນ ກຳມະການພັກເມືອງ ຫົວໜ້າຫ້ອງການ ຖະແຫຼງຂ່າວ,ວັດທະນະທຳ ແລະ ທ່ອງທ່ຽວເມືອງຈຳພອນໄດ້ກ່າວຄຳຂອບໃຈມາຍັງໂຄງການ ເຕຕຼັກຕຼິດສ໌ທີ່ສ້າງກິດຈະກຳປູກຈິດສຳນຶກ ໃຫ້ລຸ້ນສືບທອດຮູ້ ແລະ ພູມໃຈໃນການອະນຸລັກວັດທະນະທຳອັນດີງາມໃຫ້ຄຽງຄູ່ກັບຄົນລາວຕະຫຼອດໄປ.