ເປັນໄປຕາມຄາດ ຈາກຕົວເຕັງກາຍເປັນຕົວຈິງ ຜູ້ຊະນະເລີດ Mister Laos 2021 ອາສຸນ ສົມແພງ

0
365

ເປັນໄປຕາມຄາດ ໃນທີ່ສຸດຕົວເຕັງທີ່ທຸກຄົນເຊຍມາຕະຫລອດກໍ່ຄວ້າຕຳແຫນ່ງຜູ້ຊະນະເລີດ ໃນເວທີປະກວດຄົ້ນຫາຊາຍງາມ ມາຈົນໄດ້ເຮັດໃຫ້ແຟນໆດີໃຈ ແລະ ອົມຍິ້ມໄປຕາມໆກັນ ເພາະຫນຸ່ມຄົນນີ້ແມ່ນສະເຫນ່ແຮງ ທັງຫນ້າຕາ ແລະ ຮອຍຍິ້ມ ແຖມຍັງມີຫຸ່ນທີ່ດີສົມກັບຕຳແຫນ່ງ Mister Laos 2021 ໃນເວທີປະກວດ Mister Laos Mister international Laos ທີ່ສຸດ

 

ຈາກການປະກາດຜົນໃນຄ່ຳຄືນຂອງວັນ 19ທັນວາ 2021ຜ່ານມາ ແລະ ທາງທີມງານຂ່າວບັນເທີງກໍ່ຕ້ອງສະແດງຄວາມຍິນດີດ້ວຍ ສໍາລັບນ້ອງ ສົມແພງ ລາວເຊີງ ຫຼື ອາສຸນ ML1 ແລະ ປັດຈຸບັນຫນຸ່ມຄົນນີ້ ອາຍຸ 23 ປີ ມາຈາກເມືອງຍອດອູ ແຂວງ ຜົ້ງສາລີ ແລະ ໄດ້ເປັນພະນັກງານຮ່ວມເຮັດວຽກຢູ່ກຸ່ມບໍລິສັດວຽງຈັນແມ່ຂອງອີກດ້ວຍ.

ສໍາລັບ ຫນຸ່ມອາສຸນເອງເຄີຍໄດ້ໃຫ້ສຳພາດກັບທີມຂ່າວບັນເທີງຂອງພວກເຮົາວ່າ: ຜ່ານມາແມ່ນ ຍັງບໍ່ເຄີຍໄດ້ເຂົ້າຮ່ວມປະກວດເວທີໃດມາກ່ອນ, ເວົ້າເລື່ອງການປະກວດແລ້ວແມ່ນມີຄວາມໃຝ່ຝັນມາແຕ່ນ້ອຍ, ສະນັ້ນນ້ອງເອງຈຶ່ງຕັດສິນໃຈມາລອງເຮັດໃນສິ່ງທີ່ມັກ ແລະ ໃຝ່ຝັນໄວ້ ທີ່ເຮັດໃຫ້ຕັດສິນໃຈເຂົ້າມາປະກວດຄັ້ງນີ້ ກໍຢາກຈະເປັນຄົນໜຶ່ງຂອງຄອບຄົວ Mister Laos Mister international Laos

ແລະ ອີກເຫດຜົນຫຼັກອັນໜຶ່ງຂອງນ້ອງແມ່ນຢາກເປັນຕົວແທນຂອງໄວໜຸ່ມລາວທີ່ຈະນຳເອົາຂະໜົບທຳນຽມຮີດຄອງປະເພນີທີ່ເປັນເອກະລັກຂອງລາວ ເຊິ່ງເຕັມໄປດ້ວຍມົນສະເໜ່ໄປເຜີຍແຜ່ຢູ່ໃນເວທີສາກົນ ເພື່ອໃຫ້ຄົນທັງໂລກຮັບຮູ້ວ່າປະເທດລາວເຮົາມີວັດທະນະທຳທີ່ສວຍງາມ ແລະ ລໍ້າຄ່າທີ່ຕ່າງຈາກປະເທດອື່ນໃນໂລກ ແລະ ໃນມື້ນີ້ຫນຸ່ມອາສຸນກໍ່ເຮັດຕາມຄວາມຝັນໄດ້ສຳເລັດເປັນທີ່ຮຽບຮ້ອຍແລ້ວ.

ສໍາລັບຄຳຄົມ ຫຼື ຄະຕິປະຈຳໃຈຂອງຫນຸ່ມຄົນນີ້ແມ່ນ “ ທຸກໆອຸປະສັກຍ່ອມມີທາງອອກສະເໝີ ”

ຈຸດເດັ່ນຂອງຫນຸ່ມຄົນນີ້  ກໍຄືທັກສະໃນການທີ່ຕອບຄຳຖາມຖືກໃຈກຳມະການ ແລະ ການເດີນແບບຂອງນ້ອງ ແລະ ເປັນອີກຫນຶ່ງຄົນທີ່ມີຄວາມພະຍາຍາມສູງທີ່ສຸດ ເຊິ່ງໃນໄລຍະຂອງການກຽມຕົວນີ້ ນ້ອງກໍພະຍາຍາມຟິດຫຸ່ນ, ເດີນແບບ, ຖ່າຍແບບ ສິ່ງສຳຄັນກວ່ານີ້ກໍພະຍາຍາມຖອດຖອນບົດຮຽນປະສົບການນຳຮຸ່ນອ້າຍ ຈົນເຮັດໃຫ້ມື້ນີ້ສາມາດໄດ້ຕຳແຫນ່ງອັນຊົງກຽດຈາກເວທີນີ້ໄປຄອງຢ່າງສົມກຽດ ແລະ ຖືກໃຈແຟນໆທີ່ສຸດ.

ກິດຈະກຳຍາມວ່າງຂອງອາສຸນແມ່ນມັກອອກໄປຟິດເນັດນຳໝູ່ ອາທິດລະ 4 – 5 ເທື່ອ, ສອນຟິດເນັດ ແລະ ສອນພາສາຈີນໃຫ້ກັບນ້ອງໆຜູ້ທີ່ສົນໃຈຮຽນພາສາຈີນ ຖືວ່າເປັນອີກຄົນຫນຶ່ງທີ່ມີຄວາມສາມມາດຮອບດ້ານເລີຍກໍ່ວ່າໄດ້ ສຸດທ້າຍສໍາລັບຊ່ອງທາງໃນການຕິດຕາມແມ່ນເຟສບຸ໊ກສ່ວນຕົວ 陈顺 ( A soun VL ) ແລະ IG: a soun_vl.

ຮູບ: Mister Laos Mister international Laos

 

LEAVE A REPLY

Please enter your comment!
Please enter your name here