ໄທເກີ ວູດສ໌ ຈັບຄູ່ກັບ ລູກຊາຍ ຄວ້າຮອງແຊັມການແຂ່ງຂັນກ໊ອຟລາຍການພິເສດ

152

ໄທເກີ ວູດສ໌ ອະດີດນັກກ໊ອຟມື 1​ ຂອງໂລກ ຈັບຄູ່ກັບລູກລາຍຢ່າງ ຊາລີ ວູດສ໌ ຄວ້າອັນດັບ 2 ໃນການແຂ່ງຂັນກ໊ອຟລາຍການພິເສດ ພີເອັນຊີ ແຊັມປ້ຽນຊິບ ທີ່ສະໜາມຣິດຊ໌-ຄາລຕັນ ກ໊ອຟ ຄລັບ ລັດຟລໍຣິດາ ສະຫະລັດອາເມຣິກາ ເມື່ອທ້າຍອາທິດທີ່ຜ່ານມາ.

ວັນສຸດທ້າຍ ໄທເກີ ວູດສ໌ ກັບ ຊາລີ ວູດສ໌ ເກັບຄະແນນໃນວັນສຸດທ້າຍໄດ້ 15 ອັນເດີພາ, ແຕ່ໄລ່ບໍ່ທັນເຮັດໃຫ້ຄະແນນລວມ 2 ວັນມີ 25 ອັນເດີພາ ຈົບອັນດັບທີ 2 ຂອງລາຍການດັ່ງກ່າວ.

ສ່ວນ ຊະນະເລີດເປັນຂອງ ຈອນ ເດລີ ທີ່ຈັບຄູ່ກັບ ລູກຊາຍ ເກັບເພີ່ມ 15 ອັນເດີພາ ລວມ 2 ວັນມີ 27 ອັນເດີພາ ທໍາລາຍສະຖິຕິສູງສຸດໃນປະຫວັດສາດຂອງລາຍການດັ່ງກ່າວ ແລະ ຄວ້າແຊັມໄປຄອງ.