ນັກຂ່າວໄທຂໍໂທດຕໍ່ລາວ ກໍລະນີລາຍງານຂ່າວວ່າລາວບໍມີເງິນຊື້ປີ້ລົດໄຟ

190

ທ້າວ ຖະໜອມ ອ່ອນເກຕຸພົນ ຜູ້ດຳເນີນລາຍການ ຊ່ອງ NBT ອອກມາຂໍໂທດປະຊາຊົນລາວ ຈາກທີ່ເຄີຍນໍາສະເໜີຂ່າວວ່າ: ຄົນລາວບໍ່ມີເງິນຊື້ປີ້ລົດໄຟລາວ-ຈີນ ລວມທັງ ອ້າງວ່າ ລັດຖະບານລາວ ບໍ່ສາມາດຈ່າຍໜີ້ທີ່ກູ້ຢືມຈາກຈີນ ທີ່ເອົາມາລົງທຶນໃນໂຄງການເສັ້ນທາງລົດໄຟລາວ-ຈີນໄດ້.


ຂໍ້ມູນທີ່ຜູ້ກ່ຽວອອກມາຂໍໂທດ, ເຜີຍແຜ່ຜ່ານເວບໄຊ ຜູ້ຈັດການອອນລາຍ MGR ONLINE ໃນວັນທີ 21 ທັນວາ 2021ນີ້ ໂດຍອ້າງວ່າ ທ້າວ ຖະໜອມ ລາຍງານຂ່າວເພີ່ມຕື່ມໃນລາຍການ “ຟັງຊັດໆ ຖະໜອມຈັດໃຫ້” ໃນວັນທີ 20 ທັນວາ 2021 ມີຄວາມໝາຍແປເປັນພາສາລາວວ່າ: “ເວົ້າເຖິງລາວ ວັນກ່ອນ ຕ້ອງຂໍສາລະພາບວ່າ ພີ່ນ້ອງຄົນລາວເຕືອນ ທ້ວງຕິຂ້ອຍຫລາຍ ວ່າໃຫ້ຂໍ້ມູນຄາດເຄື່ອນ ກໍລະນີ ເລື່ອງລົດໄຟຟ້າຈີນ-ລາວ, ທ່ານຜູ້ຊົມເບິ່ງພາບໜ້ອຍໜຶ່ງນຳກັນວ່າ ລົດໄຟຟ້າຈີນ-ລາວ ນີ້ຈະມີຜູ້ໃຊ້ບໍລິການໜ້ອຍ ແລະ ຈະພົບບັນຫາ ຄວາມຈິງ ຄົນລາວບອກມາໃຫ້ຂໍ້ມູນມາເຕັມເລີຍທັງທ້ວງ ທັງຕຳນິ ຂ້ອຍຍິນດີຮັບຟັງແລ້ວຂໍອະໄພ ພໍແຕ່ໄປເບິ່ງຂໍ້ມູນຕົວຈິງ ເປີດມາແຕ່ວັນທີ 4 ທັນວາ ປະກົດວ່າ ທັງຄົນຈີນ ຄົນລາວ ຈອງຄິວ ເອີ້ນວ່າ ຕ້ອງເຂົ້າຄິວລຽນແຖວກວ່າຈະໄດ້ຂຶ້ນລົດໄຟ……”


ການນຳສະເໜີຂ່າວຂອງທ້າວ ຖະໜອມ ທີ່ວິເຄາະ ກ່ຽວກັບໂຄງການເສັ້ນທາງລົດໄຟລາວ-ຈີນ ທີ່ເປັນລັກສະນະບໍ່ສ້າງສັນ ເປັນການໝິ່ນປະໝາດ ຈຶ່ງຖືກວິພາກວິຈານຢ່າງຫລວງຫລາຍຈາກປະຊາຊົນລາວ, ສື່ມວນຊົນລາວ ແລະ ສື່ມວນຊົນໄທ ລວມທັງປະຊາຊົນໄທຈຳນວນໜຶ່ງ. ຍ້ອນທົນຕໍ່ແຮງກົດດັນຢ່າງຫລວງຫລາຍ ເໝືອນພາຍຸຖະຫລົ່ມ ຢ່າງຕໍ່ເນື່ອງ ຜູ້ກ່ຽວຈຶ່ງອອກມາຍອມຂໍໂທດຜ່ານທາງລາຍການ.


ຢ່າງໃດກໍຕາມ, ຕົ້ນເດືອນມັງກອນ ປີ2022 ນີ້ ສປປ ລາວ ກຽມເປີດຕ້ອນຮັບນັກທ່ອງທ່ຽວຈາກຕ່າງປະເທດ ເປັນ 3 ໄລຍະ ໃນເຂດທ່ອງທ່ຽວສີຂຽວ ຂໍເຊີນນັກຂ່າວຕ່າງປະເທດມາສຳຜັດດ້ວຍຕົນເອງວ່າ ປັດຈຸບັນ ສປປ ລາວ ມຸ່ງໜ້າພັດທະນາໄປຮອດໃສແລ້ວ ! ເພາະ “ສິບປາກວ່າ ບໍ່ທໍ່ຕາເຫັນ”.

ຂ່າວຈາກ: ຂປລ