ຕ້ອງຮັບຮູ້ ແລະ ເຂົ້າໃຈວ່າ ພາກລັດ ແລະ ພາກທຸລະກິດ ແມ່ນຮຸ້ນສ່ວນທີ່ຕັດແຍກອອກຈາກກັນບໍ່ໄດ້, ເປັນຮຸ້ນສ່ວນທີ່ສຳຄັນຮ່ວມກັນໃນການພັດທະນາປະເທດຊາດ ໃຫ້ຫຼຸດພົ້ນອອກຈາກຄວາມທຸກຍາກ”.

532

ນາຍົກລັດຖະມົນຕີ ໄດ້ເນັ້ນໃຫ້ຂະແໜງການກ່ຽວຂ້ອງຂອງລັດ ແລະ ພາກທຸລະກິດເອົາໃຈໃສ່ຕື່ມຫຼາຍບັນຫາ ໂດຍສະເພາະແມ່ນຫັນປ່ຽນຈິນຕະນາການຂອງພະນັກງານລັດ ຈາກຜູ້ຄຸ້ມຄອງ ມາເປັນຜູ້ບໍລິຫານ ຈັດການ ແລະ ບໍລິການ ເພືີ່ອອໍານວຍຄວາມສະດວກໃຫ້ວ່ອງໄວ ແລະ ຖືກຕ້ອງຕາມກົດໝາຍ, ຕ້ອງຮັບຮູ້ ແລະ ເຂົ້າໃຈວ່າ ພາກລັດ ແລະ ພາກທຸລະກິດ ເປັນຮຸ້ນສ່ວນທີ່ສຳຄັນຮ່ວມກັນໃນການພັດທະນາປະເທດຊາດ ໃຫ້ຫຼຸດພົ້ນອອກຈາກຄວາມທຸກຍາກ.


ກອງປະຊຸມຄະນະລັດຖະບານ ພົບປະ ພາກທຸລະກິດ ໂດຍການເປັນປະທານຂອງທ່ານ ພັນຄຳ ວິພາວັນ ນາຍົກລັດຖະມົນຕີ, ມີບັນດາຮອງນາຍົກ, ບັນດາລັດຖະມົນຕີ, ສະມາຊິກລັດຖະບານ, ຄະນະບໍລິຫານງານ ສະພາການຄ້າ ແລະ ອຸດສາຫະກຳແຫ່ງຊາດລາວ, ພ້ອມມີບັນດານັກທຸລະກິດ ແລະ ພາກສ່ວນກ່ຽວຂ້ອງ ທີ່ຫໍປະຊຸມແຫ່ງຊາດ ແລະ ຜ່ານລະບົບວີດີໂອທາງໄກ ໄດ້ອັດລົງໃນວັນທີ17 ທັນວາ 2021.


ເພື່ອເປັນທິດທາງ ໃຫ້ແກ່ການສືບຕໍ່ຜັນຂະຫຍາຍດ້ານຕັ້ງໜ້າ ແລະ ປັບປຸງແກ້ໄຂ ບັນດາຂໍ້ຄົງຄ້າງ ໂດຍສະເພາະ ບັນຫາ ຄວາມຫຍຸ້ງຍາກ ໃນການດຳເນີນທຸລະກິດ ທີ່ຄຸມເຄືອຫຼາຍປີຜ່ານມາ. ທ່ານ ນາຍົກລັດຖະມົນຕີ ໄດ້ຊີ້ນຳບັນດາຂະແໜງການ ແລະ ພາກທຸລະກິດ ເອົາໃຈໃສ່ບາງດ້ານ ດັ່ງນີ້:
1)ໃຫ້ແຕ່ລະຂະແໜງການ-ອົງການ ສືບຕໍ່ກວດການະໂຍບາຍ ກໍຄືນິຕິກຳຕ່າງໆ ທີີ່ໄດ້ປະກາດໃຊ້ແລ້ວ, ຖ້າເຫັນວ່ານິຕິກຳໃດ ທີ່ຍັງບໍ່ສອດຄ່ອງກັບຄວາມຮຽກຮ້ອງຕ້ອງການຂອງວຽກງານໃນເງື່ອນໄຂໃໝ່ ຫຼື ນິຕິກຳໃດ ທີ່ບໍ່ທັນມີ ໃຫ້ຮີບຮ້ອນຄົ້ນຄວ້າ ແລະ ສ້າງໃໝ່ ບົນຈິດໃຈໂປ່ງໃສ, ສະດວກ, ວ່ອງໄວ ແລະ ຮັບປະກັນຄວາມໝັ້ນຄົງ.


2)ໃຫ້ທຸກພາກສ່ວນປັບປຸງແຜນງານຈັດຕັ້ງປະຕິບັດ ໃຫ້ມີເນື້ອໃນຄົບຖ້ວນ ເຊັ່ນ: ໂຄງການຈະຈັດຕັ້ງຢູ່ບ່ອນໃດ, ເນື້ອທີ່ເທົ່າໃດ, ມູນຄ່າການລົງທຶນເທົ່າໃດ, ພາກສ່ວນໃດຮັບຜິດຊອບ, ດ້ານເຕັກນິກການຜະລິດ, ການຈັດຕັ້ງກຸ່ມການຜະລິດ, ແຫຼ່ງທຶນ, ມາດຖານ ແລະ ຄຸນນະພາບ ຂອງຜົນຜະລິດ ທີ່ຈະສົ່ງອອກ ແລະ ອືນໆ ລວມທັງ ຂໍ້ມູນສະຖິຕິດ້ານຕ່າງໆ ໃຫ້ມີຄວາມຖືກຕ້ອງ, ຊັດເຈນ ເພື່ອເປັນຖານຂໍ້ມູນໃນການວາງແຜນໃນແຕ່ລະໄລຍະ ແລະ ເປັນບ່ອນອີງທີ່ສໍາຄັນໃນການສົ່ງເສີມການລົງທຶນ ແລະ ການບໍລິການປະຕູດຽວ ໃຫ້ວ່ອງໄວຂຶ້ນ.


3)ໃຫ້ທຸກພາກສ່ວນຂອງລັດ ປັບປຸງລະດັບຄວາມສາມາດ ໃນການປະຕິບັດໜ້າທີ່ການເມືອງຂອງຕົນ ໃຫ້ສູງຂຶ້ນບໍ່ຢຸດຢັ້ງ, ເອົາໃຈໃສ່ປັບປຸງຄວາມເປັນເຈົ້າການ, ຄວາມຮັບຜິດຊອບ, ຄວາມສັດຊື່ ບໍລິສຸດ ແລະ ຈັນຍາບັນ ໃນການເຮັດວຽກຂອງການຈັດຕັ້ງ ກໍຄືບຸກຄົນ ດ້ວຍການປັບປຸງພາລະບົດບາດ-ໜ້າທີ່, ການຈັດຝຶກອົບຮົມວິຊາສະເພາະ ເປັນແຕ່ລະໄລຍະ ແນໃສ່ເຮັດໃຫ້ການປະຕິບັດໜ້າທີ່ຂອງ ແຕ່ພາກສ່ວນມີຄວາມສອດຄ່ອງ, ກົມກຽວກັນ. ພ້ອມດຽວກັນນັັ້ນ, ກໍຕ້ອງປັບປຸງພື້ນຖານວັດຖຸເຕັກນິກຂອງຂະແໜງການຕົນ ໃຫ້ໄປຕາມທິດກະທັດຮັດ, ວ່ອງໄວ ແລະ ຫັນເປັນທັນສະໄໝ; ອັນສຳຄັນ ແມ່ນຫັນປ່ຽນຈິນຕະນາການຂອງພະນັກງານລັດ ຈາກ ຜູ້ຄຸ້ມຄອງ ມາເປັນ ຜູ້ບໍລິຫານ ຈັດການ ແລະ ບໍລິການ ເພືີ່ອອໍານວຍຄວາມສະດວກໃຫ້ວ່ອງໄວ ແລະ ຖືກຕ້ອງຕາມກົດໝາຍ, ຕ້ອງຮັບຮູ້ ແລະ ເຂົ້າໃຈວ່າ ພາກລັດ ແລະ ພາກທຸລະກິດ ແມ່ນຮຸ້ນສ່ວນທີ່ຕັດແຍກອອກຈາກກັນບໍ່ໄດ້, ເປັນຮຸ້ນສ່ວນທີ່ສຳຄັນຮ່ວມກັນໃນການພັດທະນາປະເທດຊາດ ໃຫ້ຫຼຸດພົ້ນອອກຈາກຄວາມທຸກຍາກ. ກົນໄກການບໍລິຫານຂອງລັດເຮົາໃນໄລຍະຜ່ານມາ ແມ່ນຖືເອົາການຄວບຄຸມ ແລະ ຄຸ້ມຄອງ ເປັນຕົ້ນຕໍ ສະນັ້ນ ຕ້ອງໄດ້ແກ້ໄຂດ້ານກົນໄກ ແລະ ແກ້ໄຂດ້ານບຸກຄະລາກອນ ໄປພ້ອມກັນ. ລັດຖະບານ ຊຸດທີ IX ຕ້ອງກ້າຕັດສິນໃຈ ເດັດຂາດ, ກ້າເຮັດ ແລະ ກ້າຮັບຜິດຊອບ ເພືີ່ອຜົນປະໂຫຍດລວມຂອງຊາດ ແລະ ສ້າງການຫັນປ່ຽນໃໝ່ຢ່າງແຂງແຮງ, ເລິກເຊິ່ງ ແລະ ຮອບດ້ານ ຕາມທີີ່ມະຕິກອງປະຊຸມໃຫຍ່ ຄັັ້ງທີ XI ຂອງພັກທີ່ກໍານົດ ໃຫ້ປະກົດຜົນເປັນຈິງ.


4)ໃຫ້ບັນດາຂະແໜງການກ່ຽວຂ້ອງ ອໍານວຍຄວາມສະດວກ, ກໍານົດນະໂຍບາຍ ແລະ ມາດຕະການ ໃຫ້ເປັນຮູບປະທຳ ເພືີ່ອຊ່ວຍພາກທຸລະກິດໃນໄລຍະຟື້ນຟູເສດຖະກິດ ສາມາດຟື້ນຕົວ ແລະ ສືບຕໍ່ດຳເນີນທຸລະກິດໄດ້ ໂດຍສະເພາະ ການເຂົ້າຫາແຫຼ່ງທຶນ ເພື່ອສົ່ງເສີມການຜະລິດ, ການບໍລິການ ແລະ ການອໍານວຍຄວາມສະດວກໃນການສົ່ງອອກສິນຄ້າ ໃຫ້ວ່ອງໄວ ແລະ ອື່ນໆ ເພື່ອຫັນຈາກການນໍາເຂົ້າສິນຄ້າ ມາເປັນການສົ່ງເສີມການຜະລິດ ແລະ ຊົມໃຊ້ພາຍໃນ ທົດແທນການນໍາເຂົ້າສິນຄ້າອຸປະໂພກ, ບໍລິໂພກ ລົງເທື່ອລະກ້າວ ກໍຄືຫັນວິກິດຈາກການແຜ່ລະບາດຂອງພະຍາດໂຄວິດ-19 ໃຫ້ກາຍເປັນໂອກາດ. ພ້ອມດຽວກັນນັ້ນ, ກໍຖືເອົາກາລະໂອກາດ ຈາກເງື່ອນໄຂດ້ານຕ່າງໆ ໃນການພັດທະນາໂຄງລ່າງພື້ນຖານ ໃນແລວ 3 ເສັ້ນທາງລົດໄຟ ລາວ-ຈີນ ແລະ ທາງດ່ວນ ເພື່ອພັດທະນາການບໍລິການ, ການຂົນສົ່ງສິນຄ້າ, ການເຊື່ອມໂຍງ ແລະ ການທ່ອງທ່ຽວ ຂອງປະເທດເຮົາ.


5)ສໍາລັບນັກທຸລະກິດ ແລະ ຜູ້ປະກອບການ ສະເໜີສືບຕໍ່ຮັກສາມູນເຊື້ອອັນດີງາມຂອງຕົນ ໃນການປະກອບ ສ່ວນຢ່າງຕັ້ງໜ້າ ທາງດ້ານທຶນຮອນ ແລະ ສະຕິປັນຍາ ເພືີ່ອຊ່ວຍລັດຖະບານໃນການແກ້ໄຂບັນຫາລວມຂອງຊາດ. ພ້ອມທັງ ໃຫ້ທົບທວນຄືນຮູບແບບການດໍາເນີນທຸລະກິດ ທີ່ຈັດຕັ້ງປະຕິບັດຜ່ານມາຂອງຕົນນັ້ນ ແທດເໝາະກັບສະພາບການປ່ຽນແປງໃໝ່, ແນວທາງ ນະໂຍບາຍຂອງລັດຖະບານ; ຕ້ອງໄດ້ຫັນປ່ຽນຈິນຕະນາການ, ແນວ ຄວາມຄິດ ເພື່ອໃຫ້ທັນກັບສະພາບໃນວິຖີຊີວິດໃໝ່, ພັດທະນາຕົນເອງໃຫ້ເປັນມືອາຊີບຫຼາຍຂຶ້ນ, ນໍາໃຊ້ເຕັກໂນໂລຢີທີ່ທັນສະໄໝ ໃຫ້ແທດເໝາະກັບທຸລະກິດຂອງຕົນ, ສິ່ງສຳຄັນ ໃຫ້ຮ່ວມມືກັນ, ສາມັກຄີກັນພາຍໃນ, ບໍ່ຄັບແຄບ ບໍ່ອະຄະຕິຕໍ່ກັນ ແຕ່ແຂ່ງຂັນກັນ ເພື່ອສ້າງຜົນງານ, ປັບປຸງຄຸນນະພາບ ແລະ ປະສິດທິພາບໃຫ້ສູງຂຶ້ນ.


6)ໃຫ້ບັນດາກະຊວງ, ຂະແໜງການທີ່ກ່ຽວຂ້ອງຂັ້ນສູນກາງ, ອົງການປົກຄອງທ້ອງຖິ່ນ ແລະ ພາກທຸລະກິດ ນຳເອົາຜົນກອງປະຊຸມ ໄປຜັນຂະຫຍາຍ ຢູ່ກົມກອງ ແລະ ພາກສ່ວນຕົນ ດ້ວຍການຫັນເປັນແຜນປະຕິບັດຕົວຈິງ ຢ່າງລະອຽດ ທັງສືບຕໍ່ຮ່ວມມືກັນໃນການປະຕິບັດຕົວຈິງ ເພື່ອເຮັດໃຫ້ການແກ້ໄຂ ຄວາມຫຍຸ້ງຍາກທງດ້ານເສດຖະກິດ-ການເງິນ ໃຫ້ໄດ້ຮັບຜົນດີເປັນກ້າວໆ. ລັດຖະບານ ຈະຈັດສັນເວລາ ໃນຫຼາຍຮູບແບບ ເພື່ອໃຫ້ພາກທຸລະກິດໄດ້ມີໂອກາດພົບປະ, ລາຍງານ ແລະ ແລກປ່ຽນຄຳເຫັນ ຕໍ່ບັນຫາທີ່ພົ້ນເດັ່ນ ເພື່ອແກ້ໄຂໃຫ້ທັນເວລາ ລວມທັງຍາດແຍ່ງເວລາລົງເຄື່ອນໄຫວ, ຊຸກຍູ້ການຜະລິດ ແລະ ການດຳເນີນທຸລະກິດຂອງພາກທຸລະກິດ ໃນຂອບເຂດທົ່ວປະເທດໃຫ້ຫຼາຍຂຶ້ນຕື່ມ. ພ້ອມນີ້, ກໍມອບຄວາມເປັນເຈົ້າການໃຫ້ຂະແໜງການ ໃນການແກ້ໄຂບັນຫາຕົວຈິງ ຮ່ວມກັບພາກທຸລະກິດ.


ໃນຕອນທ້າຍ, ທ່ານ ນາຍົກລັດຖະມົນຕີ ຮຽກຮ້ອງບັນດາຜູ້ເຂົ້າຮ່ວມກອງປະຊຸມ ທັງພາກລັດ ແລະ ພາກທຸລະກິດ ຈົ່ງສືບຕໍ່ສູ້ຊົນ, ພະຍາມ, ເສຍສະຫຼະ, ທຸ່ມເທເຫື່ອແຮງ ແລະ ສະຕິປັນຍາ ເພື່ອພ້ອມກັນປະຕິບັດໜ້າທີ່ການເມືອງທີ່ພັກ, ລັດ ແລະ ສັງຄົມ ໄດ້ມອບໝາຍໃຫ້ ເພື່ອແກ້ໄຂບັນຫາຕ່າງໆ ແລະ ຂັບເຄື່ອນ ການພັດທະນາປະເທດພວກເຮົາໃຫ້ໄປຕາມທິດທາງ ແລະ ອຸດົມການຂອງພັກ ກໍຄືຄວາມມຸ່ງຫວັງ ຂອງປະຊາຊົນລາວບັນດາເຜົ່າ.