ດ່ວນ! ລັດແຈ້ງຫ້າມສວຍໂອກາດຂຶ້ນລາຄາສິນຄ້າ ໄລຍະປີສາກົນ ຊີ້ນໝູປະເພດໜຶ່ງ ສູງສຸດບໍ່ໃຫ້ເກີນ 48.000 ກີບ/ກິໂລ

166

ເພື່ອເຮັດໃຫ້ການຄຸ້ມຄອງລາຄາສິນຄ້າ ແລະ ຄ່າບໍລິການ ໃຫ້ເຂົ້າສູ່ລະບຽບກົດໝາຍ ບົນພື້ນຖານກົນໄກເສດຖະກິດຕະຫຼາດທີ່ມີການຄຸ້ມຄອງ ແລະ ການດັດສົມຂອງລັດ, ພ້ອມດຽວກັນນັ້ນເຮັດໃຫ້ການສະໜອງສິນຄ້າອຸປະໂພກ-ບໍລິໂພກພຽງພໍກັບຄວາມຕ້ອງຂອງຜູ້ຊົມໃຊ້ ແລະ ມີຄວາມເປັນທໍາທາງດ້ານລາຄາ, ປະລິມານ ແລະ ຄຸນນະພາບ, ຫຼີ້ກລ້ຽງບໍ່ໃຫ້ມີການເອົາລັດເອົາປຽບລະຫວ່າງຜູ້ຂາຍ ແລະ ຜູ້ຊື້, ຊື່ງຈະສົ່ງຜົນກະທົບຕໍ່ຊີວິດການເປັນຢູ່ຂອງປະຊາຊົນ ທັງຮັບປະກັນໃຫ້ທົ່ວສັງຄົມມີຄວາມສະຫງົບ, ຄວາມເປັນລະບຽບຮຽບຮ້ອຍ.

ຫົວໜ້າພະແນກອຸດສາຫະກໍາ ແລະ ການຄ້າ ນະຄອນຫຼວງວຽງຈັນ (ອຄ.ນວ) ອອກແຈ້ງການ ເລກທີ 1916/ອຄ.ນວ,ຄພນ, ລົງວັນທີ 2021 ເຖິງຫ້ອງການອຸດສາຫະກໍາ ແລະ ການຄ້າ 9 ຕົວເມືອງ ໃນນະຄອນຫຼວງວຽງຈັນ, ຜູ້ອໍານວຍການ, ຜູ້ຈັດການ, ເຈົ້າຂອງວິສາຫະກິດ, ບໍລິສັດຂາອອກ-ຂາເຂົ້າ, ສູນການຄ້າ, ຮ້ານສັບພະສິນຄ້າ, ຮ້ານຄ້າຊຸບເປີມາກ-ມິນິມາກ, ຕະຫຼາດ, ຮ້ານຄ້າຂາຍຍົກ-ຂາຍຍ່ອຍທົ່ວໄປ ໃນນະຄອນຫຼວງວຽງຈັນ ເລື່ອງໃຫ້ຕິດຕາມ, ກວດກາ ຫ້າມສວຍໂອກາດຂຶ້ນລາຄາສິນຄ້າ, ວາງຂາຍສິນຄ້າຊະຊາຍ ແລະ ຂາຍສິນຄ້າເກືອດຫ້າມທີ່ເປັນການລະເມີດລະບຽບກົດໝາຍ ພ້ອມທັງກະຕ່າຂອງຂວັນຕ່າງໆ ໃນຊ່ວງປີໃໝ່ສາກົນ ປີ 2022 ໂດຍອອກແຈ້ງການດັ່ງນີ້

1 ໃຫ້ຜູ້ປະກອບການທຸລະກິດ, ຊາວຄ້າຂາຍ ນຳສິນຄ້າຂອງຕົນອອກມາຈໍາໜ່າຍເປັນປົກກະຕິ ແລະ ຂາຍໃນລາຄາທີ່ລັດກໍານົດໃຫ້ ໂດຍສະເພາະລາຍການສິນຄ້າທີ່ລັດຄວມຄຸມລາຄາເປັນຕົ້ນ: ເຂົ້າສານ, ຊີ້ນໝູ, ປາ, ສ່ວນສິນຄ້າປະເພດອື່ນໆ ແມ່ນຂາຍໃນລາຄາປົກກະຕິຕາມທີ່ໄດ້ປະຕິບັດໃນໄລຍະຜ່ານມາ, ຫ້າມກັກຕຸນສິນຄ້າ ແລະ ສວຍໂອກາດຂຶ້ນລາຄາສິນຄ້າທຸກຮູບແບບ, ໃຫ້ຄະນະຈັດສັນຕະຫຼາດຊຸກຍູ້ລະດົມໃຫ້ຊາວຄ້າຂາຍມາຂາຍສິນຄ້າໃຫ້ເປັນປົກະຕິ ເພື່ອເຮັດໃຫ້ການສະໜອງສິນຄ້າພຽງພໍ, ພ້ອມດຽວກັນນັ້ນກໍ່ໃຫ້ເອົາໃຈໃສ່ປະຕິບັດມາດຕະການປ້ອງກັນການແຜ່ລະບາດຂອງພະຍາດ ໂຄວິດ-19 ຢ່າງເຂັ້ມງວດ.

2 ໃຫ້ທຸລະກິດຈໍາໜ່າຍສິນຄ້າອຸປະໂພກ-ບໍລິໂພກ ແລະ ໃຫ້ການບໍລິການ ຕ້ອງຕິດລາຄາໃສ່ສິນຄ້າ, ຄ່າບໍລິການຂອງຕົນ, ການຕິດລາຄາໃຫ້ສາມາດເຫັນໄດ້ຊັດເຈນ ແລະ ຕ້ອງຕິດເປັນເງິນກີບເທົ່ານັ້ນ, ສຳລັບສິນຄ້າປະເພດເຂົ້າສານ, ຊີ້ນໝູ, ປານິນກະຊັງ ແມ່ນກຳນົດລາຄາດັ່ງນີ້: ລາຄາເຂົ້າສານ: ເຂົ້າສານໜຽວ ປະເພດ 2 ສູງສຸດບໍ່ໃຫ້ເກີນ ລາຄາ 7.400 ກີບ/ກິໂລ; ລາຄາຊີ້ນໝູ: ຊີ້ນໝູ ປະເພດ 1 ສູງສຸດບໍ່ໃຫ້ເກີນ ລາຄາ 48.000 ກີບ/ກິໂລ; ຊີ້ນໝູ ປະເພດ 2 ສູງສຸດບໍ່ໃຫ້ເກີນ ລາຄາ 45.000 ກີບ/ກິໂລ ແລະ ລາຄາປານິນກະຊັງ ສູງສຸດບໍ່ໃຫ້ເກີນ ລາຄາ 20.000 ກີບ/ກິໂລ.

3 ໃຫ້ທຸລະກິດຈຳໜ່າຍກະຕ່າຂອງຂວັນອວຍພອນປີໃໝ່ ນໍາເອົາສິນຄ້າທີ່ມີຄຸນນະພາບ ແລະ ຕິດສະຫຼາກສິນຄ້າເປັນພາສາລາວ ມາຫຸ້ມຫໍ່ໃສ່ໃນກະຕ່າຂອງຂວັນ ແລະ ການຈຳໜ່າຍຕ້ອງໄດ້ແນະນໍາລາຍການສິນຄ້າທີ່ຫຸ້ມຫໍ່ຕົວຈິງເຊັ່ນ: ປະເພດສິນຄ້າ, ຂະໜາດ, ຈໍານວນ ແລະ ລາຄາລວມທີ່ຂາຍ, ຊື່ງລາຄາຂາຍຕ້ອງໃຫ້ເໝາະສົມກັບຕົ້ນທຶນບໍ່ໃຫ້ສູງເກີນຄວາມເປັນຈິງ.
4 ຫ້າມຜູ້ປະກອບການທຸລະກິດ, ຊາວຄ້າຂາຍ ຈອດລົດ, ຈອດລໍ້, ຕັ້ງຮ້ານ, ກາງເຕັ້ນ ເພື່ອຈັດງານຕ່າງໆ, ວາງເຄື່ອງຂອງ ຫຼື ຂາຍສິນຄ້າທຸກປະເພດຊະຊາຍ ໃສ່ທາງຫຼວງ, ຖະໜົນ ຫຼື ທາງຄົນຍ່າງຢ່າງເດັດຂາດ.

5 ຫ້າມນໍາເຂົ້າ ແລະ ຈຳໜ່າຍສິນຄ້າເກືອດຫ້າມທຸກຊະນິດເຊັ່ນ: ຜະລິດຕະພັນຢາສູບໄຟຟ້າ, ຢາສູບຊິກາ, ກະໂພກ, ດອກໄມ້ໄຟ ແລະ ອື່ນໆ ຢ່າງເດັດຂາດ, ຕາມຂໍ້ຕົກລົງ ວ່າດ້ວຍລາຍການສິນຄ້າເກືອດຫ້າມນຳເຂົ້າ ແລະ ສົ່ງອອກ, ສະບັບເລກທີ 0848/ອຄ, ວັນທີ 13 ກັນຍາ 2021.
ຖ້າຫາກເຈົ້າໜ້າທີ່ກວດກາການຄ້າ ຫຼື ພາກສ່ວນກ່ຽວຂ້ອງ ກວດກາພົບເຫັນການລະເມີດ ແຈ້ງການສະບັບນີ້ ແມ່ນຈະນໍາໃຊ້ມາດຕະການສຶກສາອົບຮົມ, ຢຶດສິນຄ້າ, ປັບໄໝ ຫຼື ດໍາເນີນຄະດີຕາມລະບຽບກົດໝາຍ ຕາມແຕ່ກໍລະນີໜັກ ຫຼື ເບົາ ແລະ ມອບໃຫ້ຂະແໜງການຄ້າພາຍໃນ, ຫ້ອງການອຸດສາຫະກໍາ ແລະ ການຄ້າເມືອງ 9 ຕົວເມືອງ ປະສານສົມທົບກັບພາກສວ່ນກ່ຽວຂ້ອງ ເອົາໃຈໃສ່ຕິດຕາມ, ກວດກາ ແລະ ຈັດຕັ້ງປະຕິບັດເນື້ອໃນແຈ້ງການສະບັບນີ້ ຕາມພາລະບົດບາດຂອງຕົນ.