ໄດ້ແລ້ວຜູ້ຊະນະເລີດບົດເລື່ອງສັ້ນໃຈສູ້ເອົາຊະນະ ໂຄວິດ ຄວ້າປີ້ໄປເບິ່ງນັດຊີງ SUZUKI CUP 2020

298

ນາງ ສຸດທະວັນ ໄຊປະເສີດ ອາຍຸ 34 ປີ ຈາກແຂວງຈຳປາສັກ ກາຍເປັນຜູ້ຊະນະໃນການສົ່ງບົດເລື່ອງເຂົ້າປະກວດ ໃນຫົວຂໍ້ການເລົ່າເລື່ອງຂອງຄອບຄົວ ຫຼື ໝູ່ເພື່ອນທີ່ໄດ້ຮັບຜົນກະທົບຈາກ ໂຄວິດ-19 ແຕ່ເອົາຊະນະ ຫາຍຈາກພະຍາດໄດ້, ກັບມາເຂັ້ມແຂງ ແລະ ໃຊ້ຊີວິດປະຈຳວັນ ປົກກະຕິ ຄວ້າປີ້ໄປເບິ່ງນັດຊີງຊະນະເລີດການແຂງ່ຂັນບານເຕະ AFF SUZUKI CUP 2020 ທີ່ປະເທດສິງກະໂປ ໃນວັນທີ 1 ມັງກອນ 2022.

ໂດຍບົດເລື່ອງຂອງ ນາງ ສຸດທະວັນ ໄຊປະເສີດ ອາຍຸ 34 ປີ ຈາກແຂວງຈຳປາສັກ ( Miss Soudthavanh Xaypaseuth from Champasak Province ) ເປັນພະນັກງານ ປັດຈຸບັນອາໄສ ຢູ່ນະຄອນປາກເຊ ແຂວງຈຳປາສັກ ໄດ້ຮັບເຊື້ອພະຍາດໂຄວິດ 19 ຊ່ວງເດືອນກັນຍາ 2021 ໄດ້ເລົ່າເຖິງຕົວເອງທີ່ຕິດເຊື້ອໂຄວິດ ໃນໄລຍະທີ່ຖືພາ ໄດ້ປະມານ 7 ເດືອນປາຍ ( 35 ) ອາທິດ ແລະ ຍັງບໍ່ໄດ້ຮັບການສັກວັກຊິນປ້ອງກັນ, ແຕ່ຍ້ອນຄວາມຕື່ນຕົວ ແລະ ຄວາມເປັນຫ່ວງເປັນໃຍຈາກຫມູ່ເພື່ອນ ແລະ ອົງການ ຈັດຕັ້ງລວມໄປເຖິງການປິ່ນປົວຂອງແພດໝໍໄລຍະເບື້ອງຕົ້ນ ເພາະເປັນກໍລະນີແມ່ຖືພາ ເພາະຖ້າມີອາການຮຸນແຮງອາດມີຄວາມສ່ຽງສູງ, ສ່ວນຄອບຄົວແມ່ນບໍ່ຕິດ ໄດ້ໄປກວດຫາເຊື້ອ 2 ຄັ້ງຜົນກວດອອກມາເປັນລົບທັງສອງ ແຕ່ກໍໄດ້ກັກບໍລະເວນຕົນເອງຢູ່ເຮືອນ 14 ວັນ.

ໂດຍບົດດັ່ງກ່າວຍັງລະບຸອີກວ່າ: ທາງສະເພາະກິດຂັ້ນແຂວງເພິ່ນກຳນົດໃຫ້ເຊິ່ງໄລຍະການປິ່ນປົວນັ້ນ ກໍບໍ່ມີອາການຫຍັງສະແດງອອກຄືເກົ່າ ແຕ່ກໍໄດ້ປະຕິບັດຕາມຄຳສັ່ງຂອງແພດໝໍປະຈຳປະສູນເພິ່ນແຈ້ງໃຫ້ ແລະ ນຳພາເຮັດໃນແຕ່ລະວັນຄື: ອອກກຳລັງກາຍທັງເຊົ້າ ແລະ ແລງ, ກິນອາຫານໃຫ້ຖືກຕາມເວລາ, ສຳຄັນແມ່ນພັກຜ່ອນໃຫ້ພຽງພໍ, ອະນາໄມຮ່າງກາຍໃຫ້ສະອາດ, ໝັ່ນລ້າງມືທຸກຄັ້ງເວລາກິນອາຫານ, ດື່ມນ້ຳອຸ່ນ ແລະ ຮົມຢາສະໝຸນໄພທີ່ຫາໄດ້ຕາມບ້ານເຮົາ ເຊິ່ງຂ້າພະເຈົ້າໃຊເວລາປິ່ນປົວຕາມທາງສະເພາະກິດເພິ່ນກຳນົດໃຫ້ຄົບ 14 ວັນ ເຊິ່ງທ່ານຫມໍໄດ້ກວດເຊັກສຸຂະພາບເຫັນວ່າປິ່ນປົວຫາຍດີ ແລະ ປອດໄພທັງແມ່ ແລະ ລູກໃນທ້ອງຈຶ່ງອະນຸຍາດໃຫ້ອອກໂຮງຫມໍມາພັກຜ່ອນຢູ່ເຮືອນຕື່ມອີກ 14 ວັນ. ປັດຈຸບັນນີ້ ຂ້າະເຈົ້າແມ່ນໄດ້ຄອດລູກສາວ ອາຍຸໄດ້ 1 ເດືອນປາຍ ແລະ ມີສຸຂະພາບແຂງແຮງທັງແມ່ ແລະ ລູກ ໃຊ້ຊີວິດຮ່ວມກັນທັງຄົນໃນຄອບຄົວ ແລະ ພາຍນອກເປັນປົກກະຕິ.

ສໍາລັບ ການປະກວດຄັ້ງນີ້ແມ່ນສະຫະພັນບານເຕະອາຊຽນ ( AFF ) ຈັດຂຶ້ນໃນທຸກປະເທດໃນອາຊຽນ ເພື່ອຄັດເອົາບົດເລື່ອງທີ່ດີທີ່ສຸດ ແລະ ຜູ້ທີ່ຊະນະແຕ່ລະປະເທດຈະໄດ້ຮັບລາງວັນເດີນທາງໄປຮັບຊົມ ການແຂ່ງຂັນບານເຕະຊີງແຊັມອາຊຽນ ຫຼື ນັດຊີງຊະນະເລີດ AFF SUZUKI CUP 2020 ທີ່ປະເທດສິງກະໂປ ໃນວັນທີ 1 ມັງກອນ 2020 ແຕ່ຖ້າຜູ້ຊະນະບໍ່ສາມາດເດີນທາງໄປໄດ້ ຈະໄດ້ຮັບເງິນສົດເຊີຍທີ່ເທົ່າກັບຄ່າເດີນທາງໄປ ສິງກະໂປ ຈໍານວນ 1.500 ໂດລາ.
ຂໍ້ມູນຈາກ: ສະຫະພັນບານເຕະແຫ່ງຊາດລາວ