ລົງນາມເອກະສານແລກປ່ຽນ ໂຄງການຊ່ວຍເຫຼືອ ຈາກລັດຖະບານຍີ່ປຸ່ນ

211

ພິທີລົງນາມເອກະສານແລກປ່ຽນ ໂຄງການຊ່ວຍເຫຼືອຈາກລັດຖະບານຍີ່ປຸ່ນ ເພື່ອສະໜອງອຸປະກອນອໍານວຍຄວາມສະດວກໃຫ້ແກ່ ສະໜາມບິນສາກົນຂອງລາວ ໄດ້​ຈັດ​ຂຶ້ນ​ໃນ​ວັນ​ທີ 20 ທັນ​ວາ 2021 ທີ່​ກະ​ຊວງ​ການ​ຕ່າງ​ປະ​ເທດ. ຕາງໜ້າຝ່າຍລາວຮ່ວມລົງນາມໃນຄັ້ງນີ້ ໂດຍ ທ່ານ ໂພໄຊ ໄຂຄຳພິທູນ ຮອງລັດຖະມົນຕີກະຊວງການຕ່າງປະເທດ ແລະ ຕາງໜ້າຝ່າຍຍີ່ປຸ່ນ ໂດຍ ທ່ານ ໂຄບາຢາຊິ ເຄນອິຈິ (Mr. KOBAYASHI Kenichi) ເອກ​ອັກຄະ​ຣາຊະທູດ ຍີ່ປຸ່ນ ປະຈໍາ ສປປ ລາວ, ມີບັນດາພະນັກງານກ່ຽວຂ້ອງຂອງທັງສອງຝ່າຍ ເຂົ້າຮ່ວມ.


ການຊ່ວຍເຫຼືອໃນຄັ້ງນີ້, ແມ່ນໂຄງການຊ່ວຍເຫຼືອ ນອກໂຄງການ (Non-Project) ເພື່ອສະໜອງອຸປະກອນອໍານວຍຄວາມສະດວກ ໃຫ້ແກ່ ສະໜາມບິນສາກົນຂອງລາວ, ມູນຄ່າ 1 ຕື້ເຢນ ຫຼື ປະມານ 8,77 ລ້ານໂດລາ. ໃນໂອກາດດັ່ງກ່າວ, ທ່ານ ໂພໄຊ ໄຂຄຳພິທູນ ໄດ້ຕາງໜ້າໃຫ້ລັດຖະບານ ແລະ ປະຊາຊົນລາວ ສະແດງຄວາມຂອບໃຈ ແລະ ຕີລາຄາສູງຕໍ່ການ​ສະ​ໜັບ​ສະ​ໜູນ ແລະ ​ຊ່ວຍ​ເຫຼືອ ສປປ ລາວ ຂອງລັດ​ຖະ​ບານ ແລະ ປະ​ຊາ​ຊົນ​ຍີ່​ປຸ່ນ ຕະຫຼອດ​ມາ ອັນໄດ້ປະກອບສ່ວນສໍາຄັນເຂົ້າໃນການພັດທະນາເສດຖະກິດ-ສັງຄົມຂອງ ສປປ ລາວ ເປັນແຕ່ລະໄລຍະ, ຊຶ່ງໄດ້ເຮັດໃຫ້ຊີວິດການເປັນຢູ່ຂອງປະຊາຊົນລາວບັນດາເຜົ່າ ໄດ້ຮັບການຍົກລະດັບຂຶ້ນເປັນກ້າວໆ, ສະແດງຄວາມຂອບໃຈມາຍັງ ພາກສ່ວນກ່ຽວຂ້ອງຂອງຍີ່ປຸ່ນ ທີ່ຍາມໃດກໍໄດ້ຄົ້ນຄວ້າ ແລະ ຂົນຂວາຍຍາດແຍ່ງການຊ່ວຍເຫຼືອຂອງລັດຖະບານຍີ່ປຸ່ນ ໃຫ້ແກ່ ສປປ ລາວ ຢ່າງຕັ້ງໜ້າ ຊຶ່ງເປັນການຊ່ວຍເຫຼືອທີ່ມີປະສິດທີພາບ, ປະສິດທິຜົນ ແລະ ແທດເໝາະກັບຄວາມຮຽກຮ້ອງຕ້ອງການຕົວຈິງຂອງ ສປປ ລາວ.

ລັດຖະບານລາວ ຈະ​ນຳໃຊ້​ການ​ຊ່ວຍ​ເຫຼືອຄັ້ງ​ນີ້ ໃຫ້ເກີດ​ຜົນປະ​ໂຫຍດສູງ​ສຸດ ເພື່ອປະກອບສ່ວນເຂົ້າໃນການຍົກລະດັບຄວາມສາມາດດ້ານການໃຫ້ບໍລິການ ແລະ ຮັບປະກັນຄວາມພ້ອມຢູ່ສະໜາມບິນສາກົນຂອງລາວ ໃຫ້ແທດເໝາະກັບຄວາມຮຽກຮ້ອງຕ້ອງການຕົວຈິງ ເວົ້າສະເພາະ, ເວົ້າລວມ ກໍແມ່ນການອໍານວຍຄວາມສະດວກໃຫ້ແກ່ການຜັນຂະຫຍາຍຍຸດທະສາດການເຊື່ອມໂຍງກັບຂົງເຂດ ແລະ ພາກພື້ນ ຂອງ ສປປ ລາວ ໃຫ້ມີບາດກ້າວໝັ້ນທ່ຽງຍິ່ງໆຂຶ້ນ ແລະ ຫວັງວ່າ ລັດຖະບານ ຍີ່ປຸ່ນ ຈະສືບຕໍ່ໃຫ້ການຮ່ວມມື ແລະ ຊ່ວຍເຫຼືອ ສປປ ລາວ ໃນຂະ ແໜງການອື່ນໆເພີ່ມຕື່ມໃນຕໍ່ໜ້າ.

ທ່ານ ເອກອັກຄະຣາຊະທູດ ໂຄບາຢາຊິ ເຄນອິຈິ ໄດ້ສະແດງຄວາມຍິນດີທີ່ໄດ້ຕາງໜ້າໃຫ້ລັດຖະບານຍີ່ປຸ່ນ ຮ່ວມລົງນາມເອກະສານແລກປ່ຽນ ລະຫວ່າງ ສປປ ລາວ ແລະ ຍີ່ປຸ່ນ ໃນຄັ້ງນີ້ ແລະ ເຊື່ອໝັ້ນວ່າ ໂຄງການດັ່ງກ່າວ ຈະປະກອບສ່ວນອັນສຳຄັນເຂົ້າໃນການພັດທະນາເສດຖະກິດ-ສັງຄົມ ຂອງ ສປປ ລາວ ກໍຄື ປະກອບສ່ວນເຂົ້າໃນການສົ່ງເສີມ ການພົວພັນ-ຮ່ວມມື ສອງຝ່າຍ ລາວ-ຍີ່ປຸ່ນ ໃຫ້ນັບມື້ນັບແໜ້ນແຟ້ນຍິ່ງໆຂຶ້ນ.

ຂ່າວ-ພາບ: ກະ​ຊວງ​ການ​ຕ່າງ​ປະ​ເທດ