ລົງນາມເຊັນສັນຍາວ່າດ້ວຍ ການບໍລິການຊໍາລະຄ່າບໍລິການ ຜ່ານລະບົບ Bill Payment ຂອງທະນາຄານ ທຄຕລ

225

ໃນວັນທີ 20 ທັນວາ 2021 ໄດ້ມີພິທີເຊັນສັນຍາວ່າດ້ວຍ ການບໍລິການຊຳລະຄ່າທຳນຽມ ແລະ ຄ່າບໍລິການ ກ່ຽວກັບການຈົດທະບຽນ ແບບອຸດສາຫະກໍາ, ເຄື່ອງໝາຍການຄ້າ, ການແຈ້ງຂໍ້ມູນລິຂະສິດ ແລະ ສິດກ່ຽວຂ້ອງກັບລິຂະສິດ ແລະ ຄໍາສະເໜີ ແກ້ໄຂຂໍ້ຂັດແຍ່ງຊັບສິນທາງປັນຍາທາງດ້ານບໍລິຫານ ທາງເອເລັກໂຕຼນິກ (ອອນລາຍ) ຜ່ານລະບົບ Bill Payment (ຜ່ານຊ່ອງທາງ BCEL i-Bank) ລະຫວ່າງ ກົມຊັບສິນທາງປັນຍາ ກະຊວງອຸດສາຫະກຳ ແລະ ການຄ້າ ແລະ ທະນາຄານການຄ້າຕ່າງປະເທດລາວ ມະຫາຊົນ.

ຕາງໜ້າລົງນາມໂດຍ ທ່ານນາງ ຂັນລາສີ ແກ້ວບຸນພັນ ຫົວໜ້າກົມຊັບສິນທາງປັນຍາ ກະຊວງອຸດສາຫະກຳ ແລະ ການຄ້າ ແລະ ທ່ານ ນັນທະລາດ ແກ້ວປະເສີດ ຮອງຜູ້ອຳນວຍການ ທະນາຄານການຄ້າຕ່າງປະເທດລາວ ມະຫາຊົນ ໂດຍເປັນກຽດເຂົ້າຮ່ວມເປັນສັກຂີພິຍານຂອງທ່ານ ຄຳແພງ ໄຊສົມແພງ ລັດຖະມົນຕີກະຊວງອຸດສາຫະກຳ ແລະ ການຄ້າ ພ້ອມດ້ວຍຄະນະນໍາກະຊວງອຸດສາຫະກຳ ແລະ ການຄ້າ, ຫົວໜ້າພະແນກອຸດສາຫະກຳ ແລະ ການຄ້າ ແຂວງ (ຜ່ານລະບົບອອນລາຍ), ຄະນະກົມຈາກທະນາຄານແຫ່ງ ສປປ ລາວ, ຄະນະອຳນວຍການ, ຄະນະພະແນກ, ສູນ ແລະ ສາຂາ ຂອງ ທຄຕລ ພາຍໃນນະຄອນຫຼວງວຽງຈັນ, ພະນັກງານຂອງທັງສອງຝ່າຍ ເຂົ້າຮ່ວມ.

ທ່ານ ມາຄະ ຈັນທະລາ ຮອງຫົວຫນ້າກົມຊັບສິນທາງປັນຍາ ກະຊວງ ອຄ ໄດ້ຂຶ້ນກ່າວລາຍງານໂດຍໃຫ້ຮູ້ວ່າ: ເລີ່ມແຕ່ປີ 2019 ກົມຊັບສິນທາງປັນຍາ, ກະຊວງອຸດສາຫະກຳ ແລະ ການຄ້າ ໄດ້ຮ່ວມກັບ ອົງການຊັບສິນທາງປັນຍາໂລກ (WIPO) ເພື່ອສຶກສາຄວາມເປັນໄປໄດ້ໃນການພັດທະນາລະບົບການຮັບ ແລະ ການຍື່ນຄຳຮ້ອງຂໍຈົດທະບຽນ ແບບອຸດສາຫະກໍາ, ເຄື່ອງໝາຍການຄ້າ, ການແຈ້ງຂໍ້ມູນລິຂະສິດ ແລະ ສິດກ່ຽວຂ້ອງກັບລິຂະສິດ ແລະ ຄໍາສະເໜີ ແກ້ໄຂຂໍ້ຂັດແຍ່ງຊັບສິນທາງປັນຍາທາງດ້ານບໍລິຫານ ທາງເອເລັກໂຕຼນິກ (ອອນລາຍ), ທາງອົງການຊັບສິນທາງປັນຍາໂລກ (WIPO) ໄດ້ໃຫ້ການຊ່ວຍເຫຼືອທາງດ້ານເຕັກນິກວິຊາການ ໃນການສ້າງລະບົບນີ້ຂຶ້ນ ຊຶ່ງລະບົບນີ້ແມ່ນເປັນລະບົບສາກົນ ເຊື່ອມຕໍ່ກັບ ລະບົບຄົ້ນຫາຂໍ້ມູນຂໍຈົດທະບຽນຊັບສິນອຸດສາຫະກຳ ສາກົນ ແລະ ອາຊຽນ ເຊັ່ນ: WIPO Global Brand Database, WIPO Patent scope, WIPO Global Design Database, Asean TM View, Asean Patent scope, Asean Design View.

ໃນປີ 2020 ກົມຊັບສິນທາງປັນຍາໄດ້ສົ່ງພະນັກງານວິຊາການໄປເບິ່ງການຈັດຕັ້ງປະຕິບັດລະບົບຕົວຈິງທີ່ປະເທດກຳປູເຈຍ ແລະ ປະເທດມຽນມາ. ພ້ອມກັນນັ້ນ ກໍໄດ້ຮ່ວມກັບທະນາຄານການຄ້າຕ່າງປະເທດລາວ ມະຫາຊົນ ໃນການກະກຽມ ພັດທະນາລະບົບການຊໍາລະຄ່າທຳນຽມ ແລະ ຄ່າບໍລິການ ກ່ຽວກັບວຽກງານການຈົດທະບຽນ ແບບອຸດສາຫະກໍາ, ເຄື່ອງໝາຍການຄ້າ, ການແຈ້ງຂໍ້ມູນລິຂະສິດ ແລະ ສິດກ່ຽວຂ້ອງກັບລິຂະສິດ ແລະ ຄໍາສະເໜີ ແກ້ໄຂຂໍ້ຂັດແຍ່ງຊັບສິນທາງປັນຍາທາງດ້ານບໍລິຫານ ທາງເອເລັກໂຕຼນິກ (ອອນລາຍ) ຜ່ານລະບົບ Bill Payment.


ມາຮອດປີ 2021 ໄດ້ສຳເລັດໃນການທົດລອງລະບົບ ແລະ ຈັດຝຶກອົບຮົມຕື່ມອີກໃຫ້ແກ່ ພະນັກງານວິຊາການທີ່ກ່ຽວຂ້ອງ ພາຍໃນກົມ ແລະ ໄດ້ຈັດໃຫ້ ພະແນກອຸດສາຫະກໍາ ແລະ ການຄ້າ ແຂວງ, ນະຄອນຫຼວງວຽງຈັນ ໃນຂອບເຂດທົ່ວປະເທດ ໂດຍຜ່ານລະບົບກອງປະຊຸມທາງໄກ ໃນລະຫວ່າງວັນທີ 14-15 ທັນວາ 2021 ຜ່ານມານີ້. ເຊິ່ງລະບົບນີ້ຈະເປັນການອໍານວຍ ຄວາມ ສະດວກ ແລະ ປະຢັດເວລາ ໃຫ້ຜູ້ປະກອບການ ແລະ ເຈົ້າຂອງສິດ ໃນການຍື່ນຄໍາຮ້ອງຂໍຈົດທະບຽນຊັບສິນອຸດສາຫະກໍາ, ພັນພືດໃໝ່, ລິຂະສິດ ແລະ ສິດກ່ຽວຂ້ອງກັບລິຂະສິດ ແລະ ຄໍາສະເໜີຂໍແກ້ໄຂຂໍ້ຂັດແຍ່ງຊັບສິນທາງປັນຍາທາງດ້ານບໍລິຫານ ທັງພາຍໃນ ແລະ ຕ່າງປະເທດ.


ທ່ານ ນັນທະລາດ ແກ້ວປະເສີດ ຮອງຜູ້ອຳນວຍການ ທະນາຄານການຄ້າຕ່າງປະເທດລາວ ມະຫາຊົນກໍາໄດ້ກ່າວຕື່ມວ່າ: ການບໍລິການຊໍາລະຄ່າສາທາລະນຸປະໂພກຜ່ານລະບົບທະນາຄານ (ຫຼື Bill Payment) ຂອງ ທຄຕລ ໄດ້ເລີ່ມໃຫ້ບໍລິການທໍາອິດໃນປີ 2012 ແລະ ເປັນບໍລິການທີ່ໄດ້ມີການຊົມໃຊ້ຫຼາຍ. ມາຮອດປະຈຸບັນ, ທຄຕລ ໄດ້ໃຫ້ບໍລິການ Bill Payment ຮ່ວມກັບຫຼາຍພາກສ່ວນ ໃນນັ້ນປະກອບມີການໃຫ້ບໍລິການຊຳ ລະຄ່າສາທາລະນຸປະໂພກພື້ນຖານ ເຊັ່ນ: ຊຳລະຄ່າໄຟຟ້າ, ນໍ້າປະປາ, ຄ່າໂທລະສັບ, ຄ່າທໍານຽມທາງ, ຄ່າທໍານຽມພາສີທີ່ດິນ, ຄ່າພາສີອາກອນ, ຄ່າສາຍເຊົ່າ, ບັດນໍ້າມັນ, ຄ່າບັດຂ້າມຂົວມິດຕະພາບລາວ-ໄທແຫ່ງທີ 1 ແລະ ຊຳລະຄ່າງວດເຊົ່າສິນເຊື່ອ, ເຊິ່ງການບໍລິການ Bill Payment ທຄຕລ ໄດ້ພັດທະນາໃຫ້ສາມາດຊຳລະຜ່ານຫຼາຍຊ່ອງທາງຄື: ຜ່ານ ATM, BCEL One, BCEL i-Bank ແລະ ຜ່ານປ່ອງບໍລິການ ທຄຕລ.

ຮອດທ້າຍເດືອນ 11 ປີ 2021, ທຄຕລ ມີ ຕູ້ ATM ຫຼາຍກວ່າ 400 ຕູ້, ຜູ້ລົງທະບຽນນໍາໃຊ້ BCEL One ຫຼາຍຫວ່າ 700.000 Users ແລະ BCEL i-Bank ຫຼາຍກວ່າ 25.000 Users ກວມເອົາຕົວເລກຜູ້ນຳໃຊ້ລະບົບຊຳລະແບບອີເລັກໂທຣນິກຫຼາຍທີ່ສຸດໃນລະບົບ ທະນາຄານພາຍໃນປະເທດ, ເຊິ່ງ ທຄຕລ ເຊື່ອໝັ້ນວ່າຖ້າຂະຫຍາຍການຊຳ ລະແບບອີເລັກໂທຣນິກນີ້ອອກໄປໃຫ້ກວ້າງຂວາງເທົ່າໃດ ກໍຈະເປັນການສ້າງເງື່ອນໄຂອຳນວຍຄວາມສະດວກໃຫ້ລູກຄ້າຂອງທະນາຄານ ໃນການຊົມໃຊ້ການບໍລິການ ຫລາກຫລາຍປະເພດເທົ່ານັ້ນ.