ກຳນົດ 5 ວັນປະເມີນການສຶກສາຢູ່ນະຄອນຫຼວງ ໂດຍໃຫ້ເຮັດທົດລອງເປີດຮຽນຄືນໃນສະຖານການສຶກສາ ເລີ່ມອາທິດໜ້າ

204

ຄະນະເພາະກິດເຫັນວ່າ ພະຍາດໂຄວິດ-19 ຍັງຈະແກ່ຍາວໄປອີກດົນ ເຊິ່ງຂະແໜງການສືກສາບໍ່ອາດຈະຢຸດສະງັກແບບນີ້ອີກຕໍ່ໄປ ເພາະຈະສົ່ງຜົນຕໍ່ການຮຽນຮູ້ ແລະອະນາຄົດຂອງລູກຫຼານ ຈິ່ງຈຳເປັນຕ້ອງປະເມີນສະຖານການສຶກສາ ເພື່ອໃຫ້ໄດ້ເປີດການຮຽນຄືນໂດຍໄວ.

ດັ່ງນັ້ນ, ຄະນະສະເພາະກິດ ເພື່ອປ້ອງກັນ, ຄວບຄຸມ ແລະ ແກ້ໄຂການລະບາດຂອງພະຍາດ ໂຄວິດ-19 ກະຊວງສຶກສາທິການ ແລະ ກິລາ  ໄດ້ອອກແຈ້ງການເລກທີ1217/ສສກ ລົງວັນທີ17 ທັນວາ  2021 ເລື່ອງການປະຕິບັດມາດຕະການ ແລະ ຂໍ້ແນະນຳປະເມີນສະຖານການສຶກສາ ທີ່ຈະເປີດຮຽນຄືນ ຢູ່ເຂດທີ່ມີການລະບາດຂອງພະບາດ ໂຄວິດ-19

ໃນແຈ້ງການ ໄດ້ລະບຸວ່າ: ສຳລັບນະຄອນຫຼວງວຽງຈັນ ໃນສູນການສຶກສາ, ສະຖານການສຶກສາກ່ອນໄວຮຽນ, ປະຖົມສຶກສາ ແລະ ມັດທະຍົມສຶກສາຕອນຕົ້ນທັງພາກລັດ ແລະ ເອກະຊົນ ທີ່ຢູ່ເມືອງໃດແມ່ນໃຫ້ຄະນະປະເມີນຂັ້ນເມືອງລົງປະເມີນ ແລະ ສະເໜີ ຄະນະສະເພາະກິດຂັ້ນເມືອງ ອະນຸມັດເປັນແຕ່ລະກໍລະນີ.
ສ່ວນຊັ້ນມັດທະຍົມສຶກສາຕອນປາຍ ທັງພາກລັດ ແລະ ເອກະຊົນ, ການສຶກສານອກໂຮງຮຽນ ແມ່ນໃຫ້ຄະນະປະເມີນຂັ້ນນະຄອນຫຼວງລົງປະເມີນ ແລະ ສະເໜີ ຄະນະສະເພາະກິດຂັ້ນນະຄອນ ຫຼວງອະນຸມັດ.

ການສຶກສາຄູ, ອາຊີວະສຶກສາ ແລະ ການສຶກສາຊັ້ນສູງ, ໂຮງຮຽນເອກະຊົນນາໆຊາດ, ສູນການສຶກສາຂອງຕ່າງປະເທດ ແມ່ນໃຫ້ຄະນະປະເມີນຂັ້ນນະຄອນຫຼວງລົງປະເມີນ ແລະ ສະເໜີ ຄະນະສະເພາະກິດຂັ້ນນະຄອນຫຼວງ ອະນຸມັດເປັນແຕ່ລະກໍລະນີ ແລ້ວລາຍງານໃຫ້ກະຊວງສຶກສາທິການ ແລະ ກິລາ ເພື່ອຊາບ.

ຕໍ່ກັບໄລຍະເວລາໃນການເຮັດທົດລອງຢູ່ນະຄອນຫຼວງວຽງຈັນແມ່ນໃຫ້ເຜີຍແຜ່ຄຳແນະນຳ ແລະ ແຕ່ງຕັ້ງຄະນະຮັບຜິດຊອບແຕ່ລະຂັ້ນ ໃນລະຫວ່າງວັນທີ 20-24 ທັນວາ 2021 ໃຫ້ສຳເລັດຫຼັງຈາກນັ້ນ ໃຫ້ດຳເນີນການເຮັດທົດລອງເປີດຮຽນຄືນໃນສະຖານການສຶກສາ ທີ່ຢູ່ໃນເຂດທີ່ຍັງມີການລະບາດໃນຊຸມຊົນ ແຕ່ວັນທີ 27 ທັນວາ 2021 ເປັນຕົ້ນໄປ ແລະ ໃຫ້ຈັດກອງປະຊຸມສະຫຼຸບຖອດຖອນບົດຮຽນ ໃນລະຫວ່າງວັນທີ 04-07 ມັງກອນ 2022.

ພາຍຫຼັງສະຖານການສຶກສາໄດ້ຮັບການເຜີຍແຜ່ ມາດຕະການ ແລະ ຂໍ້ແນະນຳໃນການເປີດຮຽນຄືນແລ້ວ ໃຫ້ຮີບຮ້ອນຈັດຕັ້ງ ຄະນະສະເພາະກິດ ຫຼື ຄະນະຮັບຜິດຊອບປະເມີນພາຍໃນສະຖານການສຶກສາ ແລະ
ໃຫ້ຄະນະດັ່ງກ່າວດຳເນີນການປະເມີນສະຖານການສຶກສາຂອງຕົນ ຕາມ 10 ມາດຕະການ ແລະ 40 ຂໍ້ແນະນໍາ ຫາກສະຖານການສຶກສາຜ່ານເກນ (ປະຕິບັດໄດ້ 70 ສ່ວນຮ້ອຍ ຂຶ້ນໄປ) ໃຫ້ເຮັດລາຍງານໄປຍັງຄະນະປະເມີນຕາມຂັ້ນຂອງສະຖານການສຶກສາຂອງຕົນຂຶ້ນເພື່ອລົງປະເມີນຕົວຈິງ ເພື່ອກຽມສະເໜີຄະນະສະເພາະກິດອະນຸມັດ; ກໍລະນີສະຖານການສຶກສາໃດບໍ່ຜ່ານເກນ ແມ່ນໃຫ້ສືບຕໍ່ປັບປຸງ ເພື່ອໃຫ້ຄົບຕາມເງື່ອນໄຂໃນການເປີດຮຽນຄືນໄດ້.

ສຳລັບສະຖານການສຶກສາທີ່ໄດ້ຮັບອະນຸມັດເປີດແລ້ວ ໃຫ້ສືບຕໍ່ປະເມີນບັນດາຄວາມສ່ຽງ ແລະ ສະຫຼຸບຖອດຖອນບົດຮຽນຮ່ວມກັບສະມາຄົມພໍ່ແມ່ນັກຮຽນ, ຄະນະພັດທະນາການສຶກສາຂັ້ນບ້ານ, ຂະແໜງ ສາທາລະນະສຸກໃນຂັ້ນຂອງຕົນໃຫ້ເປັນປົກກະຕິ.

ລາຍລະອຽດຕາມແຈ້ງການລຸ່ມນີ້

.

.

.