ກະຊວງສຶກສາແຈ້ງ ໃຫ້ເລັ່ງປະເມີນສະພາບການ ເພື່ອເປີດການຮຽນແບບເຊິ່ງໜ້າໂດຍໄວ

251

ການລະບາດຂອງພະຍາດໂຄວິດ-19 ບໍ່ຈາງລົງ ແລະໝົດໄປໂດຍງ່າຍ ການປະຕິບັດມາດຕະການປ້ອງກັນ ແລະຮຽນຮູ້ຢູ່ກັບມັນໃຫ້ໄດ້ເທົ່ານັ້ນຈະເຮັດໃຫ້ພວກເຮົາສາມາດດຳລົງຊີວິດປົກກະຕິໄດ້ ແລະການສືກສາຂອງລູກຫຼານແມ່ນສຳຄັນຫຼາຍຕ້ອງດຳເນີນຕໍ່ໃຫ້ໄດ້ບໍ່ເງື່ອນໄຂກໍ່ເງື່ອນໄຂ1 ອັນສຳຄັນໃຫ້ກັບມາຮຽນແບບເຊິ່ງໜ້າໄດ້ ດັ່ງນັ້ນ, ກະຊວງສຶກສາທິການ ແລະກິລາຈິ່ງມີແຈ້ງການໃຫ້ປະເມີນສະຖານການສຶກສາ ເພື່ອທີ່ຈະເປີດຮຽນຄືນ ຢູ່ໂເຂດທີ່ມີການລະບາດຂອງພະບາດ COVID-19ໂດຍໄວ.

ອີງຕາມແຈ້ງການຂອງກະຊວງສືກສາທິການ ແລະກິລາສະບັບເລກທີ 1217/ສສກ ລົງວັນທີ 17 ທັນວາ 2021 ລະບຸວ່າ: ເພື່ອເຮັດ 10 ມາດຕະການ ແລະ 40 ຂໍ້ແນະນຳ ທີ່ກະຊວງສຶກສາທິການ ແລະ ກິລາ ຮ່ວມກັບກະຊວງສາທາລະນະສຸກ, ອົງການອະນາໄມໂລກ ແລະ ອົງການອຸຍນີເຊບ ກ່ຽວກັບການເປີດຮຽນຄືນໃນສະຖານການສຶກສາທີ່ປອດໄພ ໃນເຂດທີ່ມີການລະບາດຂອງພະຍາດ COVID-19 ແລະ ໄດ້ຮັບອະນຸມັດນໍາໃຊ້ຢ່າງເປັນທາງການ ແລະໄດ້ຮັບການປະຕິບັດຢ່າງເປັນເອກະພາບໃນທົ່ວປະເທດ ຄະນະສະເພາະກິດກະຊວງສຶກສາທິການ ແລະ ກິລາ ຈຶ່ງອອກແຈ້ງການດັ່ງນີ້

1. ໃຫ້ຜູ້ບໍລິຫານການສຶກສາ ແລະ ກິລາ ທຸກຂັ້ນ, ພະນັກງານ ແລະ ຄູ-ອາຈານ ຈັດຕັ້ງຜັນຂະຫຍາຍ, ເຜີຍແຜ່ເຊື່ອມຊຶມມາດຕະການ ແລະ ຂໍ້ແນະນໍາໃນການເປີດຮຽນໃນສະຖານການສຶກສາທີ່ປອດໄພ ໃນຂອບເຂດຄວາມຮັບຜິດຊອບຂອງຕົນ ເພຶ່ອກຽມຄວາມພ້ອມຮອບດ້ານໃນການເປີດຮຽນແບບເຊິ່ງໜ້າທີ່ປອດໄພຢ່າງທົ່ວເຖິງ;
2. ໃຫ້ກົມວິຊາການກໍານົດແຜນເພຶ່ອເປັນທິດທາງໃນການທົດລອງເປີດຮຽນແບບເຊິ່ງໜ້າໃນຂົງເຂດຄວາມຮັບ ຜິດຊອບຂອງຕົນ ລວມທັງການກໍານົດຊັ້ນຮຽນ, ເວລາໃນການເປີດຮຽນຄືນ, ປະເມີນຂີດຄວາມສາມາດຂອງສະຖານການສຶກສາ, ຂີດຄວາມສາມາດໃນການໃຫ້ການຊ່ວຍເຫຼືອສະຖານການສຶກສາ, ສະໜອງອຸປະກອນປ້ອງກັນພະຍາດໂຄວິດ-19 ແລະ ສິ່ງຈໍາເປັນໃນການເປີດຮຽນຄືນ ແລະ ແຜນຮອງຮັບຈັດການຮຽນ-ການສອນແບບປະສົມປະສານໃນກໍລະນີໃຫ້ນັກຮຽນ-ນັກສຶກສາທີ່ບໍ່ສາມາດຮຽນແບບເຊິ່ງໜ້າໄດ້;

3. ໃຫ້ພະແນກສຶກສາທິການ ແລະ ກິລາ ແຂວງ/ນະຄອນຫຼວງ ປະສານສົມທົບກັບຄະນະສະເພາະກິດໃນຂັ້ນແຂວງ/ນະຄອນຫຼວງ ແຕ່ງຕັ້ງຄະນະປະເມີນສະຖານການສຶກສາຕາມການການແບ່ງຂັ້ນຄຸ້ມຄອງການສຶກສາ ແລະ ກິລາ ຫຼື ຕາມສະພາບທີ່ຕັ້ງຂອງສະຖານການສຶກສາ;
4. ຄະນະຮັບຜິດຊອບປະເມີນແຕ່ລະຂັ້ນ ປະກອບມີດັ່ງນີ້
ຄະນະປະເມີນຂັ້ນເມືອງ: ຫ້ອງການສາທາລະນະສຸກເມືອງ, ໂຮງໝໍເມືອງ, ຫ້ອງການສຶກສາທິການ ແລະ ກິລາ ເມືອງ; ຄະນະປະເມີນຂັ້ນແຂວງ/ນະຄອນຫຼວງແມ່ນມອບໃຫ້ພະແນກສາທາລະນະສຸກແຂວງ/ນະຄອນຫຼວງ, ໂຮງໝໍແຂວງ/ໂຮງໝໍສູນກາງ, ພະແນກສຶກສາທິການ ແລະ ກິລາ ແຂວງ/ນະຄອນຫຼວງ, ຄະນະປະເມີນຂັ້ນກະຊວງ: ຜູ້ຕາງໜ້າຈາກກົມກ່ຽວຂ້ອງກະຊວງສາທາລະນະສຸກ ແລະ ກະຊວງສຶກສາທິການ ແລະ ກິລາເປັນຜູ້ປະເມີນ.

.

5. ການປະເມີນ ແລະ ການອະນຸມັດປະຕິບັດດັ່ງນີ້
ສຳລັບສູນການສຶກສາ, ສະຖານການສຶກສາກ່ອນໄວຮຽນ, ປະຖົມສຶກສາ ແລະ ມັດທະຍົມຕອນຕົ້ນທັງພາກລັດ ແລະ ເອກະຊົນ ທີ່ຢູ່ເມືອງໃດແມ່ນໃຫ້ຄະນະປະເມີນຂັ້ນເມືອງລົງປະເມີນ ແລະ ສະເໜີ ຄະນະສະເພາະກິດຂັ້ນເມືອງ ອະນຸມັດເປັນແຕ່ລະກໍລະນີ;
ສຳລັບມັດທະຍົມສຶກສາຕອນປາຍ, ການສຶກສານອກໂຮງຮຽນ, ການສຶກສາຄູ, ອາຊີວະສຶກສາ, ການສຶກສາຊັ້ນສູງ, ສູນການສຶກສາຂອງຕ່າງປະເທດ ແລະ ສະຖານການສຶກສາທີ່ມີທັງການສຶກສາກ່ອນໄວຮຽນ, ປະຖົມສຶກສາ ແລະ/ຫຼື ມັດທະຍົມສຶກສາທີ່ຢູ່ບັນດາແຂວງ ແມ່ນໃຫ້ຄະນະປະເມີນຂັ້ນແຂວງລົງປະເມີນ ແລະ ສະເໜີຄະນະສະເພາະກິດຂັ້ນແຂວງ ອະນຸມັດເປັນແຕ່ລະກໍລະນີ;