ເຈັກ ພອລ ນ໊ອກນັກມວຍ UFC ຍົກ 6 ຮັກສາສະຖິຕິຊະນະ 5 ໄຟທ໌ຊ້ອນ

135

ເຈັກ ພອລ ນັກມວຍສາກົນ ແລະ ນັກຢູທູບເບີ ຮັກສາສະຖິຕິຊະນະລວດເປັນໄຟທ໌ທີ 5 ຊ້ອນ ຫຼັງເອົາຊະນະນ໊ອກ ໄທຣອນ ວູດລີ ອະດີດແຊັມນັກກີລາຕໍ່ສູ້ແບບປະສົມປະສານ ( UFC ) ໃນຍົກທີ 6 ເມື່ອວັນທີ 19 ທັນວາ 2021.

ປົກກະຕິ ພອລ ຈະໄດ້ຊົກກັບ ທອມມີ ຟິວຣີ ແຕ່ກັບຖອນຕົວໃນຕົ້ນເດືອນທັນວາ ທີ່ຜ່ານມາ ເນື່ອງຈາກອາການບາດເຈັບ ເຮັດໃຫ້ປ່ຽນມາຊົກກັບ ໄທຣອນ ວູດລີ ກ່ອນທີ່ ພອລ ຈະເອົາຊະນະໄປ ດ້ວຍການເອົາຊະນະນ໊ອກ ໃນຍົກທີ 6.

ພອລ ກ່າວຫຼັງຈົບການແຂ່ງຂັນວ່າ: “ ລາວເປັນຕໍານານ ແລະ ຂ້ອຍສະແດງຄວາມເຄົາລົບຕໍ່ລາວທີ່ຍອມຂຶ້ນຊົກ ໂດຍມີເວລາກຽມຕົວພຽງ 2 ອາທິດ ເຊິ່ງແນ່ນອນໄຟທ໌ນີ້ເປັນໄຟທ໌ທີ່ຍາກ ແລະ ເລືອດຂອງຂ້ອຍໄຫຼເຂົ້າຕາ, ແຕ່ຂ້ອຍກໍເຮັດສໍາເລັດ, ຍົກແຂນຂຶ້ນປ້ອງກັນຕະຫຼອດໄຟທ໌ ແລະ ຂ້ອຍເບິ່ງເຫັນຈັງຫວະນ໊ອກ ໂດຍເປັນສິ່ງໜຶ່ງທີ່ຂ້ອຍຈະຈື່ຈໍາຕະຫຼອດຊີວິິດ ”.