ໄດ້ແລ້ວ 4 ທີມສຸດທ້າຍລຸ້ນແຊັມ SUZUKI CUP 2020 ແຊັມເກົ່າ ພົບ ໄທ

290

ການແຂ່ງຂັນຮອບແບ່ງກຸ່ມໃນການແຂ່ງຂັນບານເຕະ AFF SUZUKI CUP 2020 ສໍາເລັດຢ່າງເປັນທາງການ ຫຼັງຫຼ້າສຸດເມື່ອວັນທີ 19 ທັນວາ 2021 ເປັນການແຂ່ງຂັນນັດສຸດທ້າຍຂອງກຸ່ມ B ທີມຊາດຫວຽດນາມ ແຊັມເກົ່າ ຖະຫຼົ່ມ ກໍາປູເຈຍ ໄປ 4-0 ແຕ່ບໍ່ດີພໍທີ່ຈະເປັນແຊັມເກົ່າ ເນື່ອງຈາກ ອິນໂດເນເຊຍ ກໍຖະຫຼົ່ມ ມາເລເຊຍ 4-1 ເຮັດໃຫ້ ຫວຽດນາມ ຜ່ານເຂົ້າໄປພົບກັບ ໄທ ແຊັມກຸ່ມ A.

ນັດສຸດທ້າຍຂອງກຸ່ມ B ເມື່ອວັນທີ 19 ທັນວາ 2021 ເປັນການຕັດສິນເຂົ້າຮອບ ແລະ ຕັດສິນການເປັນແຊັມກຸ່ມ ເນື່ອງຈາກ ຫວຽດນາມ ກັບ ອິນໂດເນເຊຍ ມີ 7 ຄະແນນເທົ່າກັນ ແລະ ມາເລເຊຍ ມີ 6 ຄະແນນ, ສ່ວນ ກໍາປູເຈຍ ມີ 3 ຄະແນນ ກັບ ທີມຊາດລາວ ບໍ່ມີຈັກຄະແນນແມ່ນຕົກຮອບເປັນທີ່ແນ່ນອນແລ້ວ.

ເຊິ່ງນັດສຸດທ້າຍກຸ່ມ B ຫວຽດນາມ ລົງສະໜາມພົບກັບ ກໍາປູເຈຍ ປາກົດວ່າ: ຫວຽດນາມ ພະຍາຍາມຍິງປະຕູໃຫ້ໄດ້ຫຼາຍທີ່ສຸດ ເພື່ອລຸ້ນເປັນແຊັມກຸ່ມ ກ່ອນຈົບທີ່ຜົນຊະນະ ກໍາປູເຈຍ 4-0, ສ່ວນ ອິນໂດເນເຊຍ ລົງສະໜາມພົບກັບ ມາເລເຊຍ ເປັນການຕັດສິນເຂົ້າຮອບ ປາກົດວ່າ ມາເລເຊຍ ຂຶ້ນນໍາໄປກ່ອນ 1-0, ແຕ່ຫຼັງຈາກນັ້ນ ອິນໂດເນເຊຍ ພິກເອົາຊະນະໄປ 4-1.

ເຮັດໃຫ້ ອິນໂດເນເຊຍ ເຂົ້າຮອບໃນຖານະແຊັມກຸ່ມ B ມີ 10 ຄະແນນເທົ່າກັບ ຫວຽດນາມ ເນື່ອງຈາກມີຜົນປະຕູໄດ້ເສຍດີກວ່າ ຫວຽດນາມ ( +9 ປະຕູ ເທົ່າກັນ ) ເພາະ ອິນໂດເນເຊຍ ຍິງໄດ້ເຖິງ 13 ປະຕູ ແລະ ເສຍ 4 ປະຕູ, ສ່ວນ ຫວຽດນາມ ຍິງໄປ 9 ປະຕູ ແລະ ບໍ່ເສຍປະຕູ. ຂະນະທີ່ ມາເລເຊຍ ຮອງແຊັມເກົ່າມີ 6 ຄະແນນບໍ່ສາມາດໄປຕາມນັດ ແລະ ຕົກຮອບໄປຢ່າງໜ້າເສຍດາຍ.

ແນ່ນອນຮອບ 4 ທີມຈະແຂ່ງຂັນກັນ 2 ນັດຄື: ອິນໂດເນເຊຍ ຈະໄປພົບກັບ ສິງກະໂປ ຮອງແຊັມກຸ່ມ A ນັດທໍາອິດແຂ່ງຂັນວັນທີ 22 ທັນວາ ແລະ ນັດທີ 2 ແຂ່ງຂັນວັນທີ 25 ທັນວາ 2021, ສ່ວນ ຫວຽດນາມ ຈະໄປພົບກັບ ໄທ ແຊັມກຸ່ມ A ເຊິ່ງເປັນທີມດຽວທີ່ຊະນະລວດໃນລາຍການນີ້ 4 ນັດ ນັດທໍາອິດແຂ່ງຂັນວັນທີ 23 ທັນວາ ແລະ ນັດທີ 2 ແຂ່ງຂັນວັນທີ 26 ທັນວາ 2021.