ປັດຈຸບັນຍອດຜູ້ເສຍຊີວິດສະສົມທັງໝົດ 274 ຄົນ, ເສຍຊີວິດໃໝ່ 1 ຄົນ ຢູ່ແຂວງ ຫຼວງນໍ້າທາ

123

ຮອດປັດຈຸບັນ ມີຜູ້ຕິດເຊື້ອສະສົມ ຢຸ່ໃນ ສປປ ລາວ ທັງໝົດ 99.396 ກໍລະນີ, ຄົນເຈັບຫາຍດີອອກໂຮງໝໍມື້ວານນີ້ 881 ຄົນ, ກໍາລັງປິ່ນປົວ 12.298 ຄົນ ແລະ ເສຍຊີວິດສະສົມທັງໝົດ 274 ຄົນ (ໃໝ່ 1 ຄົນ).
ຂໍ້ມູນເບື້ອງຕົ້ນ ຜູ້ເສຍຊີວິດໃໝ່ 1 ຄົນ, ລາຍລະອຽດດ່ັງນີ້

ເພດຍິງ ອາຍຸ ອາຍຸ 62 ປີ, ອາຊີບ ຜູ້ເຖົ້າ , ບ້ານ ອອ້ມ, ເມືອງ ນາແລ, ແຂວງ ຫຼວງນໍ້າທາ
ເຂົ້າໂຮງໝໍ 15/12/2021

ປະຫວັດພະຍາດປະຈໍາຕົວ ຄວາມດັນເລືອດສູງ, ເບົາຫວານ, ພະຍາດໄຂ່ຫຼັງຊຸດໂຊມ
ບໍ່ໄດ້ຮັບການສັກ vaccine ຮອດເວລາ 24:30 ໂມງ ຂອງວັນທີ 19/12/2021 ຄົນເຈັບໄດ້ເສຍຊິວິດ

ຂ້າພະເຈົ້າ ຂໍສະແດງຄວາມເສຍໃຈ ມານຳຄອບຄົວ ແລະ ຍາດຕິພີ່ນ້ອງ ທີ່ໄດ້ສູນເສຍຄົນທີ່ຮັກ ແລະ ເຄົາລົບ ມານະທີ່ນີ້ດ້ວຍ