ຫຼຸດລົງແນ່ ມື້ນີ້ພົບຜູ້ຕິດເຊື້ອໂຄວິດໃໝ່ 824 ເສຍຊີວິດເພີ່ມ 1 ກໍລະນີ

139

ດຣ. ສີສະຫວາດ ສຸດທານີລະໄຊ ຮອງຫົວໜ້າກົມຄວບຄຸມພະຍາດຕິດຕໍ່, ກະຊວງສາທາລະນະສຸກ ລາຍງານ ກ່ຽວກັບສະພາບການລະບາດຂອງພະຍາດໂຄວິດ-19 ຢູ່ ສປປ ລາວ ປະຈໍາວັນທີ 20 ທັນວາ ປີ 2021
ວ່າ ມາຮອດວັນທີ 19 ທັນວາ 2021, ທົ່ວປະເທດ ໄດ້ເກັບຕົວຢ່າງມາກວດຊອກຫາເຊືື້ອໂຄວິດ-19 ທັງໝົດ 5.231ຕົວຢ່າງ ໃນຂອບເຂດທົ່ວປະເທດ ແລະ ພົບເຊື້ອ ທັງໝົດ 824 ຄົນ (ຕິດເຊື້ອພາຍໃນ ມີ 823 ຄົນ ແລະ ຕິດເຊື້ອນໍາເຂົ້າ 01 ຄົນ).

ຂໍ້ມູນໂດຍຫຍໍ້ກ່ຽວກັບ ການຕິດເຊືື້ອພາຍໃນໃໝ່ ທັງໝົດ 823 ຄົນ ຈາກ 17 ແຂວງ ແລະ ນະຄອນຫຼວງວຽງຈັນ ມີລາຍລະອຽດ ດັ່ງນີ້:
ນະຄອນຫຼວງ 299 ຄົນ, ບໍ່ແກ້ວ 93 ຄົນ, ອຸດົມໄຊ 72 ຄົນ, ຫຼວງພະບາງ 70 ຄົນ, ແຂວງວຽງຈັນ 59 ຄົນ,ຫຼວງນໍ້າທາ 41 ຄົນ, ໄຊຍະບູລີ 27 ຄົນ, ຊຽງຂວາງ 27 ຄົນ, ຈຳປາສັກ 21 ຄົນ

ໄຊສົມບູນ 21 ຄົນ, ຄຳມ່ວນ 20 ຄົນ, ສະຫວັນນະເຂດ 18 ຄົນ, ເຊກອງ 18 ຄົນ, ຜົ້ງສາລີ 14 ຄົນ, ອັດຕະປື 14 ຄົນ, ບໍລິຄຳໄຊ 6 ຄົນ, ສາລະວັນ 2 ຄົນ, ຫົວພັນ 1 ຄົນ
ສ່ວນການຕິດເຊືື້ອນໍາເຂົ້າ ຂອງຜູ້ທີ່ເດີນທາງເຂົ້າປະເທດແມ່ນມີ 1 ຄົນ ຈາກ ແຂວງຄໍາມ່ວນ

ຮອດປັດຈຸບັນ ມີຜູ້ຕິດເຊື້ອສະສົມ ຢຸ່ໃນ ສປປ ລາວ ທັງໝົດ 99.396 ກໍລະນີ, ຄົນເຈັບຫາຍດີອອກໂຮງໝໍມື້ວານນີ້ 881 ຄົນ, ກໍາລັງປິ່ນປົວ 12.298 ຄົນ ແລະ ເສຍຊີວິດສະສົມທັງໝົດ 274 ຄົນ (ໃໝ່ 1 ຄົນ).