ຍອດຜູ້ຕິດເຊື້ອສະສົມໂຄວິດ 98.572 ຄົນ, ພົບໃໝ່ມື້ນີ້ 1.067 ຄົນ, ເສຍຊີວິດ 5 ຄົນ

187

ດຣ. ພອນປະເສີດ ໄຊຍະມຸງຄຸນ ຮອງຫົວຫນ້າກົມຄວບຄຸມພະຍາດຕິດຕໍ່, ກະຊວງສາທາລະນະສຸກ ລາຍງານກ່ຽວກັບສະພາບການລະບາດຂອງພະຍາດໂຄວິດ-19 ຢູ່ ສປປ ລາວ ປະຈໍາວັນທີ 19 ທັນວາ ປີ 2021 ວ່າ ມາຮອດວັນທີ 18 ທັນວາ 2021, ທົ່ວປະເທດ ໄດ້ເກັບຕົວຢ່າງມາກວດ ຊອກຫາເຊື້ອໂຄວິດ-19 ທັງຫມົດ 6.838 ຕົວຢ່າງ ໃນຂອບເຂດທົ່ວປະເທດ ແລະ ພົບເຊື້ອ ທັງຫມົດ 1.067 ຄົນ (ຕິດເຊື້ອພາຍໃນ ມີ 1.066 ຄົນ ແລະ ຕິດເຊື້ອນໍາເຂົ້າ 01 ຄົນ) ເຮັດໃຫ້ຕົວເລກຜູ້ຕິດເຊື້ອ ພະຍາດໂຄວິດ 19 ສະສົມໃນ ສປປ ລາວ

ຮອດປະຈຸບັນ ແມ່ນ 98.572 ຄົນ, ເສຍຊີວິດສະສົມ 273 ຄົນ (ໃນນີ້ເສຍຊີວິດ ໃຫມ່ 05 ຄົນ), ປິ່ນປົວຫາຍດີ ແລະ ກັບບ້ານໃນມື້ວານ ມີ 687 ຄົນ, ກໍາລັງປິ່ນປົວ 12,714 ຄົນ(ແມ່ນ 12.89 % ແລະ ທີ່ຜູ້ປິ່ນປົວຫາຍດີແລ້ວ ແມ່ນມີເຖິງ 86.82% ຂອງຈໍານວນຜູ້ຕິດເຊື້ອສະສົມທັງຫມົດ.)

ຂໍ້ມູນໂດຍຫຍໍ້ກ່ຽວກັບ ການຕິດເຊື້ອພາຍໃນໃຫມ່ ທັງຫມົດ 1,066 ຄົນ ຈາກ 17 ແຂວງ ແລະ ນະຄອນຫຼວງ ວຽງຈັນ ເຊິ່ງຈະລຽງລໍາດັບແຕ່ແຂວງຫຼາຍຫາຫນ້ອຍມີລາຍລະອຽດ ດັ່ງນີ້
ນະຄອນຫຼວງ 496 ຄົນ, ຫຼວງພະບາງ ມີ 100 ຄົນ, ຫຼວງນໍ້າທາ ມີ 95 ຄົນ, ບໍ່ແກ້ວ ມີ 78 ຄົນ, ອຸດົມໄຊ ມີ 38 ຄົນ, ແຂວງວຽງຈັນ ມີ 29 ຄົນ, ຜົ້ງສາລີ ມີ 29 ຄົນ,ສະຫວັນນະເຂດ ມີ 27 ຄົນ, ຈໍາປາສັກ ມີ 27 ຄົນ

ຄໍາມວນ ມີ 24 ຄົນ, ຊຽງຂວາງ ມີ 23 ຄົນ, ໄຊຍະບູລີ ມີ 20 ຄົນ, ໄຊສົມບູນ ມີ 18 ຄົນ, ເຊກອງ ມີ 17 ຄົນ, ບໍລິຄໍາໄຊ ມີ 14 ຄົນ, ສາລະວັນ ມີ 13 ຄົນ, ຫົວພັນ ມີ 12 ຄົນ, ອັດຕະປື ມີ 6 ຄົນ
ສ່ວນການຕິດເຊື້ອນໍາເຂົ້າ ຂອງຜູ້ທີ່ເດີນທາງເຂົ້າປະເທດແມ່ນ ມີ 01 ຄົນ ຈາກ ແຂວງບໍ່ແກ້ວ ໄດ້ເຂົ້າຈໍາກັດຢູ່ ສູນຈໍາກັດບໍລິເວນ ກ່ອນກວດພົບເຊື້ອ ແລະ ສົ່ງໄປປິ່ນປົວຢູ່ຕາມສະຖານທີ່ປິ່ນປົວທີ່ກໍານົດໄວ້.