ປະທານປະເທດ ລົງຢ້ຽມຢາມໂຮງງານກາເຟດາວ ແລະສວນຊາ 36 ທີ່ຈຳປາສັກ

284

ທ່ານ ທອງລຸນ ສີສຸລິດ ປະທານປະເທດແຫ່ງ ສປປ ລາວ ໃນໂອກາດທີ່ລົງເຄື່ອນໄຫວເຮັດວຽກຢູ່ບັນດາແຂວງພາກໃຕ້ ໃນວັນທີ 17 ທັນວາ 2021 ທ່ານພ້ອມດ້ວຍ ຄະນະນຳຈາກສູນກາງ ໄດ້ເຄື່ອນໄຫວຢ້ຽມຢາມ ແຂວງຈຳປາສັກ ໂດຍມີ ທ່ານ ວິໄລວົງ ບຸດດາຄຳ ເຈົ້າແຂວງຈຳປາສັກ ພ້ອມຄະນະ ໃຫ້ການຕ້ອນຮັບ ໃນນັ້ນທ່ານທອງລຸູນ ສີສຸລິດ ແລະຄະນະໄດ້ເຄື່ອນໄຫວຢ້ຽມຢາມ ໂຮງງານກາເຟ ສຳເລັດຮູບ Dao Coffee Factory ທີ່ຕັ້ງ ບ້ານຫລັກ 21 ເມືອງບາຈຽງຈະເລີນສຸກ ແຂວງຈຳປາສັກນຳ.

ຕາມລາຍງານຄວາມຄືບໜ້າໃນການດຳເນີນທຸລະກິດກາເຟດາວ ຈຳກັດ, ພາຍຫຼັງການເຊັນສັນຍາຜູ້ຖືຮຸ້ນ ໃນເດືອນພະຈິກ 2020 ຜ່ານມາ, ບໍລິສັດກາເຟດາວ ຈຳກັດ ມີທຶນຈົດທະບຽນທັງໝົດ 278 ລ້ານໂດລາສະຫະລັດ, ໃນນັ້ນ ລັດຖະບານຖືຫຸ້ນ ໃນສັດສ່ວນກວມເອົາ 56% ເທົ່າກັບ154,9 ລ້ານໂດລາ ແລະກຸ່ມບໍລິສັດ ກາເຟດາວ ຖືຫຸ້ນ 44% ເທົ່າກັບ 123,1 ລ້ານໂດລາ. ສຳລັບຜົນການດຳເນີນທຸລະກິດບໍລິສັດກາເຟດາວ ໃນປີ 2021 ມີລາຍຮັບ 150,02 ຕື້ກີບ ໃນນັ້ນລາຍຮັບຈາກການສົ່ງອອກກວມ 54%.

ໂຮງງານແຫ່ງນີ້ ສ້າງຕັ້ງຂຶ້ນ ໃນປີ 2012, ມີເນື້ອທີ່ລວມທັງໝົດ 13 ເຮັກຕາ, ມີກຳລັງການຜະລິດສູງ ເຖິງ 3.500 ໂຕນຕໍ່ປີ ແລະ ໄດ້ນຳໃຊ້ລະບົບອຸດສະຫະກຳເຄື່ອງຈັກ ທີ່ມີຄວາມທັນສະໄໝ ຈາກທະວີບເອີຮົບ, ເຊິ່ງເຄື່ອງຈັກທັງໝົດທີ່ ຢູ່ໃນໂຮງງານ ແມ່ນນຳເຂົ້າຈາກແບນເຄື່ອງຈັກທີ່ມີຊື່ສຽງ ເຊັ່ນ: ເຄື່ອງຂົ້ວກາເຟ ຂອງ PROBAT ຈາກປະເທດເຢຍລະມັນ, ເຄື່ອງຈັກລະບົບຜະລິດກາເຟສຳເລັດຮູບຂອງ NIRO ຈາກປະເທດເດັນມາກ ແລະ ເຄື່ອງຈັກບັນຈຸພັນຂອງ SANKO ຈາກປະເທດຍີ່ປຸ່ນ ເພື່ອຜະລິດອາຫານໃຫ້ມີຄຸນນະ ພາບສູງ ແລະ ໃຫ້ໄດ້ມາດຕະຖານ. ປັດຈຸບັນໂຮງງານກາເຟດາວ ໄດ້ນໍາໃຊ້ລະບົບຄວາມສະອາດປອດໄພ ຂອງຜະລິດຕະພັນອາ ຫານ ກໍຄື ISO 22000. ຜະລິດຕະພັນຂອງກາເຟດາວ ມີ ກາເຟຂົ້ວເມັດ, ກາເຟສຳເລັດຮູບ ແລະ ຮູບແບບຂອງການຜະລິດ(OEM).


ຈາກນັ້ນ, ທ່ານ ທອງລຸນ ສີສຸລິດ  ແລະຄະນະ ໄດ້ຢ້ຽມຢາມ ສວນຊາຫຼັກ 36 ເຊິ່ງແມ່ນ ໂຮງງານ ແມ່ນຜະລິດຊາສໍາເລັດຮູບ ທີ່ຕັ້ງຢູ່ເຂດພູພຽງບໍລະເວນ ບ້ານຫຼັກ 36 ຢູ່ເມືອງປາກຊ່ອງ ແຂວງຈຳປາສັກ ເຊິ່ງເປັນກິດຈະການຂອງ ບໍລິສັດ ລາວ ທີຊິກ ມາເນີ ການຄ້າ ຂາອອກ-ຂາເຂົ້າ ຈໍາກັດຜູ້ດຽວ ສ້າງຕັ້ງຂື້ນປີ 2017 ມີມູນຄ່າການລົງທືນ 11 ລ້ານໂດລາສະຫາລັດ, ມີເນື້ອທີ່ 150 ເຮັກຕາ, ມີຕົ້ນຊາທັງໝົດ 110.000 ກວ່າຕົ້ນ, ດຳເນີນກິດຈະການ ຜະລິດປຸງແຕ່ງຊາສໍາເລັດຮູບ ເພື່ອສົ່ງອອກ.

ໃນປີ 2021 ສົ່ງຜະລິດຕະພັນ ອອກປະເທດຈີນ ຈໍານວນ 4 ພັນກວ່າກ່ອງ, ເທົ່າກັບ 754,06 ກິໂລ, ລວມມູນຄ່າ 20.417,5 ໂດລາສະຫະລັດ. ແລະ ທີ່ເປັນຕົ້ນກຳເນີດຂອງຊາທີ່ມີຊື່ສຽງ ເຊັ່ນ: ທັບທິມແດງປາກຊ່ອງ (ຊາແດງ) ທີ່ ຄັດມາຈາກໃບຊາຂອງຕົ້ນຊາບູຮານ 100 ປີ ແລະ ມໍລະກົດປາກຊ່ອງ (ຊາຂຽວ) ຊາທີ່ຄັດເລືອກມາຢ່າງດີຈາກ 1 ຍອດຫຼາຍໃບຂອງຕົ້ນຊາບູຮານທີ່ມີອາຍຸ 300 ປີ. ຜະລິດຕະພັນຂອງ ສວນຊາ 36 ໄດ້ຜ່ານການກວດກາຕາມມາດຕະຖານສາກົນ, ໃບຢັ້ງຢືນມາດຕະຖານກະສິກຳອິນຊີລາວ​, ໃບຢັ້ງຢືນຮັບຮອງແຫຼ່ງກຳເນີດຈາກລາວ ແລະ ອື່ນໆ.


ໂອກາດນີ້, ທ່ານ ທອງລຸນ ສີສຸລິດ ກໍໄດ້ມີຄໍາເຫັນໂອ້ລົມ ໂດຍເນັ້ນ ໃຫ້ຂະແໜງການກ່ຽວຂ້ອງຂັ້ນສູນກາງ, ຂັ້ນແຂວງ ແລະຜູ້ປະກອບການ ຕ້ອງເສີມຂະຫຍາຍ ແລະຍົກສູງຄວາມສາມາດໃນການແຂ່ງຂັນກັບສາກົນ ພ້ອມທັງຮັບປະກັນດ້ານ ມາດຕະຖານ ແລະຄຸນນະພາບອິນຊີ ຂອງຜະລິດຕະພັນ, ປະກອບສ່ວນເຂົ້າໃນການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມ ແລະ ການຈັດຕັ້ງປະຕິບັດແຜນງົບປະມານແຫ່ງລັດ 1 ປີ ຕິດພັນກັບການຜັນຂະຫຍາຍວາລະແຫ່ງຊາດໃນການແກ້ໄຂບັນຫາຄວາມຫຍຸ້ງຍາກທາງດ້ານເສດຖະກິດ-ການເງິນ. ຊຸກຍູ້ສົ່ງເສີມປະຊາຊົນ ເຮັດການຜະລິດກະສິກໍາໃຫ້ກາຍເປັນສິນຄ້າ ຕາມທ່າແຮງບົ່ມຊ້ອນຂອງທ້ອງຖິ່ນ, ສືບຕໍ່ປົກປັກຮັກສາ ແລະ ສົ່ງເສີມມູນເຊື້ອວັດທະນະທໍາ ແລະ ຮີດຄອງປະເພນີອັນດີງາມຂອງຊາດ ແລະ ຂອງທ້ອງຖິ່ນໃຫ້ຫລາຍຂຶ້ນ.


ຂ່າວຈາກ: ສະຖານີ ວິທະຍຸແຂວງຈຳປາສັກ