ບໍລິສັດຮອນດ່າສຸພິເລີດ ມອບເຄື່ອງຊ່ວຍເຫຼືອຕ້ານພະຍາດໂຄວິດຢູ່ແຂວງຊຽງຂວາງ

176

ບໍລິສັດຮອນດ່າສຸພິເລີດສາຂາແຂວງຊຽງຂວາງ ໄດ້ມອບເຄື່ອງຊ່ວຍເຫຼືອຕ້ານພະຍາດໂຄວິດ19ໃຫ້ແຂວງຊຽງຂວາງ ໃນວັນທີ17ທັນວາ2021 ຢູ່ທີ່ຫ້ອງວ່າການແຂວງ ເຊິ່ງລວມມີ ນ້ຳດື່ມ100ແກັດ, ເຂົ້າສານໜຽວ5ເປົາ, ໝີ່3ແກັດໃຫຍ່ ແລະ ອີກ4ເກັດນ້ອຍ, ເຄື່ອງກວດໂຄວິດ100ຊຸດ, ນ້ຳຢາຂ້າເຊື້ອ5ຕຸກໃຫຍ່, ຜ້າປິດປາກ60ກັບ ລວມມູນຄ່າ50ລ້ານກວ່າກີບ.

ກ່າວມອບໂດຍທ່ານ ສຸລິວັນ ສຸພິເລີດ ປະທານບໍລິສັດຮອນດ່າສຸພິເລີດສາຂາແຂວງຊຽງຂວາງ ພ້ອມດ້ວຍຄະນະ ກ່າວຮັບໂດຍທ່ານ ສີວິໄລ ແສງຈະເລີນ ຮອງເຈົ້າແຂວງໆຊຽງຂວາງ ພ້ອມດ້ວຍຄະນະ ເຊິ່ງທ່ານຮອງເຈົ້າແຂວງໄດ້ກ່າວສະແດງຄວາມຂອບໃຈ ຢ່າງສູງມາຍັງບໍລິສັດ ທີ່ໄດ້ຊ່ວຍເຫຼືອ ເຫັນຄວາມຈຳເປັນ ມີນ້ຳໃຈ ບັນເທົາຊ່ວຍແຂວງ ຫັວງຢ່າງຍິ່ງວ່າຈະໄດ້ຮັບການຮ່ວມມື ຊ່ວຍເຫຼືອຕື່ມອີກໃນຕໍ່ໜ້າ.

ເຄື່ອງຈຳນວນດັ່ງກ່າວ ແມ່ນຈະນຳໃຊ້ເຂົ້າໃນວຽກງານ ສະກັດກັ້ນ ແລະ ຕ້ານພະຍາດໂຄວິດ19ຢູ່ແຂວງຊຽງຂວາງ ເພື່ອໃຫ້ແຂວງມີຜູ້ຕິດເຊື້ອໜ້ອຍລົງ ແລະ ຫາຍໄປຈາກແຂວງຊຽງຂວາງ ກໍ່ຄືສັງຄົມ ຫັວງວ່າທຸກຄົນຈະຜ່ານພົ້ນວິກິດຄັ້ງນີ້ໄປດ້ວຍດີ