ມອບ-ຮັບ ແລະ ເປີດການນຳໃຊ້ໂຮງຮຽນປະຖົມສົມບູນບ້ານຫ້ວຍແກ້ງ ແລະ ບ້ານແກ້ວ ຈາກບໍລິສັດນ້ຳຮຸ່ງ1 ໄຮໂດພາເວີຈຳກັດ

376

ໃນຕອນເຊົ້າວັນທີ 16 ທັນວາ 2021 ຜ່ານມານີ້ອົງການປົກຄອງເມືອງໄຊຍະບູລີ ຮ່ວມກັບຫ້ອງການສຶກສາທິການ ແລະ ກິລາເມືອງ ແລະ ບໍລິສັດໄຟຟ້ານ້ຳຮຸ່ງ 1 ໄຮໂດພາເວີຈຳກັດໄດ້ຈັດພິທີມອບ-ຮັບເປີດການນຳໃຊ້ອາຄານຮຽນຊັ້ນປະຖົມບ້ານຫ້ວຍແກ້ງ ແລະ ບ້ານແກ້ວຂຶ້ນທີ່ຫ້ອງປະຊຸມຂອງບ້ານຫ້ວຍແກ້ງ.

ເຂົ້າຮ່ວມຂອງທ່ານ ນາງ ພິລາວັນ ອົງແກ້ວ ຮອງເຈົ້າເມືອງໄຊຍະບູລີ, ທ່ານ ຈັນທະວີ ວັນນະພາຜົນ ຫົວໜ້າຫ້ອງການສຶກສາທິການ ແລະ ກິລາເມືອງ, ທ່ານ ທອງສຸກ ຄຳສະແຫວງ ຫົວໜ້າວິຊາການບໍລິສັດເຂື່ອນໄຟຟ້ານ້ຳຮຸ່ງ 1 ໄຮໂດພາເວີຈຳກັດ, ທ່ານນາຍບ້ານ ຄູອາຈານ ແລະ ພໍ່ແມ່ປະຊາຊົນພາຍໃນ 2 ບ້ານເຂົ້າຮ່ວມ.


ທ່ານ ເຫຼົ່າຢ່າງ ນາຍບ້ານຫ້ວຍແກ້ງ ໄດ້ຕາງໜ້າບໍລິສັດໄຟຟ້ານ້ຳຮຸ່ງ 1 ໄຮໂດພາເວີຈຳກັດ ແລະ ອົງການປົກຄອງບ້ານ 2 ບ້ານຂື້ນຜ່ານບົດລາຍງານການກໍ່ສ້າງໂຮງຮຽນປະຖົມບ້ານຫ້ວຍແກ້ງ ແລະ ບ້ານແກ້ວບາງຕອນທ່ານກ່າວວ່າ: ບ້ານຫ້ວຍແກ້ງຕັ້ງຢູ່ໃຈກາງຕາເວັນອອກສ່ຽງໃຕ້ຂອງເມືອງໄຊຍະບູລີຫ່າງຈາກເທດສະບານເມືອງ 18 ກິໂລແມັດ, ມີພົນລະເມືອງ 766 ຄົນ, ຍິງ 391 ຄົນ, ໂຮງຮຽນປະຖົມບ້ານຫ້ວຍແກ້ງສ້າງຂື້ນປີ 2008 , ມີ 5 ຂັ້ນຮຽນປໍ1-ປໍ5, ມີອາຄານຮຽນ 1 ຫຼັງ, ປະກອບມີ 6 ຫ້ອງຮຽນ, ຕັ້ງຢູ່ເຂດທີ່ສ່ຽງໄພຈາກເຂື່ອນນໍ້າຮຸ່ງ1, ມີນັກຮຽນທັງໝົດ 98 ຄົນ, ຍິງ 55 ຄົນ, ພາຍຫຼັງໄດ້ຮັບງົບປະມານຈາກບໍລິສັດໄຟຟ້ານ້ຳຮຸ່ງ 1 ໄຮໂດພາເວີຈຳກັດ ແລະ ໄດ້ເລີ່ມລົງມືກໍ່ສ້າງມາແຕ່ວັນທີ 1 ມັງກອນ 2021 ຫາ ວັນທີ່ 5 ພືດສະພາ 2021 ມາຮອດປະຈຸບັນສຳເລັດແລ້ວຄື: ວຽກຕັດດິນ, ດິນຖົມເຂດກໍ່ສ້າງອາຄານ ແລະ ເຂດກໍ່ສ້າງທາງຂຶ້ນຫາສະຖານທີ່ປຸກສ້າງໂຮງຮຽນ ແລະ ຫ້ອງການບ້ານ, ວຽກກໍ່ສ້າງອາຄານໂຮງຮຽນປະຖົມ 5 ຫ້ອງຮຽນ, ຫ້ອງຄູ 1 ຫ້ອງ ແລະ ຫ້ອງນ້ຳ 2 ຫ້ອງ, ວຽກກໍ່ສ້າງອາຄານຮຽນອານຸບານ 1 ຫຼັງ 2 ຫ້ອງຮຽນ ແລະ ຫ້ອງນ້ຳ 2 ຫ້ອງ, ວຽກກໍ່ສ້າງອາຄານເຮືອນພັກຄູ 1 ຫຼັງ 4 ຫ້ອງ ແລະ ຫ້ອງນ້ຳຕິດໃນອາຄານ 4 ຫ້ອງ, ຍົກຍ້າຍ ແລະ ກໍ່ສ້າງຫ້ອງການບ້ານຄືນໃໝ່, ວຽກກໍ່ສ້າງຮົ້ວອ້ອມໂຮງຮຽນ ແລະ ຫ້ອງການບ້ານລວມມູນຄ່າການກໍ່ສ້າງທັງໝົດ 1 ຕື້ 67 ລ້ານກວ່າກີບ.

ສ່ວນໂຮງຮຽນປະຖົມບ້ານແກ້ວມາຮອດປະຈຸບັນແມ່ນສຳເລັດການປຸກສ້າງອາຄານຮຽນ 1 ຫຼັງຈຳນວນ 6 ຫ້ອງຮຽນ ແລະ ເຟີນີເຈີໂຕະຕັ່ງນັກຮຽນຈໍານວນ 90 ຊຸດ, ໂຕະຕັ່ງຄູຈໍານວນ 6 ຊຸດ, ກະດານຈຳນວນ 6 ແຜ່ນ ລວມມູນຄ່າການກໍ່ສ້າງທັງໝົດ 393 ລ້ານກວ່າກີບ. ມາຮອດປະຈຸບັນການກໍ່ສ້າງໂຮງຮຽນທັງ 2 ແຫ່ງແມ່ນສໍາເລັດ 100% ແລະ ສາມາດເປີດນຳໃຊ້ໄດ້ເຊີ່ງລວມມູນຄ່າທັງໝົດ 1 ຕື້ 460 ລ້ານກວ່າກີບໃນນີ້ທືນຊຸມຊົນ 138 ລ້ານກີບ.

ຈາກນັ້ນໃນພິທີກໍ່ໄດ້ເຊັນບົດບັນທືກມອບ-ຮັບອາຄານຮຽນທັງສອງບ້ານ ລະຫວ່າງທ່ານ ທອງສຸກ ຄຳສະແຫວງ ຫົວໜ້າວິຊາການບໍລິສັດເຂື່ອນໄຟຟ້ານ້ຳຮຸ່ງ 1 ໄຮໂດພາເວີຈຳກັດ ຕາງໜ້າບໍລິສັດເຂື່ອນໄຟຟ້ານ້ຳຮຸ່ງ 1 ໄຮໂດພາເວີຈຳກັດ ແລະ ທ່ານ ເຫຼົ່າຢ່າງ ນາຍບ້ານຫ້ວຍແກ້ງ ຕາງໜ້າອົງການປົກຄອງບ້ານທັງ 2 ບ້ານ ໂດຍມີທ່ານ ນາງ ພິລາວັນ ອົງແກ້ວ ຮອງເຈົ້າເມືອງໄຊຍະບູລີ ແລະ ພາກສ່ວນທີ່ກຽວຂ້ອງເຂົ້າຮ່ວມເປັນສັກຂີພະຍານ.

ຂ່າວ-ພາບ: ສົມພົງ ສີສະຫັວດ