ສປປ ລາວ ໄດ້ຮັບວັກຊີນ ຊ່ວຍເຫຼືອຈາກ ມາເລເຊຍ 283.400 ໂດສ

184

ພິທີມອບ-ຮັບການຊ່ວຍເຫຼືອວັກຊີນປ້ອງກັນພະຍາດໂຄວິດ-19 ໂດຍການຊ່ວຍເຫຼືອຈາກລັດຖະບານມາເລເຊຍ ໄດ້ຈັດຂຶ້ນໃນວັນທີ 17 ທັນວາ 2021 ທີ່ກະຊວງສາທາລະນະສຸກ.

ຕາງໜ້າໃຫ້ແກ່ລັດຖະບານມາເລເຊຍ ມອບໂດຍ ທ່ານ ນາງ ຣາຟີກາ ຮາຊູລະ ອຸປະທູດມາເລເຊຍ ປະຈໍາ ສປປ ລາວ ແລະ ຕາງໜ້າໃຫ້ແກ່ລັດຖະບານ ແຫ່ງ ສປປ ລາວ ຮັບໂດຍ ທ່ານ ດຣ ບຸນແຝງ ພູມມະໄລສິດ ລັດຖະມົນຕີກະຊວງສາທາລະນະສຸກ ພ້ອມດ້ວຍພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມ.


ທ່ານ ນາງ ຣາຟີກາ ຮາຊູລະ ກ່າວວ່າ: ວັກຊີນປ້ອງກັນພະຍາດໂຄວິດ-19 ທີ່ມອບຮັບໃນຄັ້ງນີ້ແມ່ນຍີ່ຫໍ້ Astra Zeneca ຈໍານວນ 283.400 ໂດສ ພ້ອມດ້ວຍເຂັມສັກຢ.  ການຊ່ວຍເຫຼືອແບບພິເສດໃນຄັ້ງນີ້ ຈະເປັນການປະກອບສ່ວນທີ່ສໍາຄັນເຂົ້າໃນວຽກງານການກັນ ແລະ ຕອບໂຕ້ຕໍ່ການແຜ່ລະບາດຂອງພະຍາດໂຄວິດ-19 ໃຫ້ແກ່ ສປປ ລາວ ໂດຍສະເພາະການເພີ່ມທະວີອັດຕາການສັກຢາວັກຊີນປ້ອງກັນພະຍາດດັ່ງກ່າວໃຫ້ແກ່ພົນລະເມືອງລາວ ໃຫ້ບັນລຸຕາມແຜນການ ແລະ ເປົ້າໝາຍຂອງລັດຖະບານລາວ ໃຫ້ກວມເອົາຫຼາຍກວ່າ 50% ໃນທ້າຍປີ 2021 ແລະ ໃຫ້ເພີ່ມຂຶ້ນເປັນ 87,25% ໃນປີ 2022.


ໂອກາດດັ່ງກ່າວ, ທ່ານ ດຣ ບຸນແຝງ ພູມມະໄລສິດ ໄດ້ກ່າວສະແດງຄວາມຂອບໃຈ ແລະ ຮູ້ບຸນຄຸນ ມາຍັງລັດຖະບານ ແລະ ປະຊາຊົນມາເລເຊຍ ທີ່ໄດ້ໃຫ້ການຊ່ວຍເຫຼືອ ແກ່ ສປປ ລາວໃນສະພາບທີ່ມີຄວາມຫຍຸ້ງຍາກນີ້, ການຊ່ວຍເຫຼືອດັ່ງກ່າວຈະເປັນການເພີ່ມທະວີຮັດແໜ້ນສາຍພົວພັນ ແລະ ການຮ່ວມມື ລະຫວ່າງສອງປະເທດ ໃຫ້ມີຄວາມແໜ້ນແຟ້ນຍິ່ງຂື້ນ ແລະ ຫວັງຢ່າງຍິ່ງວ່າປະຊາຊົນສອງຊາດລາວ ແລະ ມາເລເຊຍ ຕະຫຼອດຮອດປະຊາຊົນໃນອາຊຽນ ແລະ ປະຊາຄົມໂລກ ຈະສາມາດຂ້າມຜ່ານວິກິດການລະບາດຂອງພະຍາດໂຄວິດ-19 ໃນອະນາຄົດອັນໃກ້ນີ້.

ຂ່າວ-ພາບ: ສັນຕິ