ເບິ່ງເງື່ອນໄຂນັກທ່ອງທ່ຽວ ທີ່ຈະເດີນທາງເຂົ້າມາ ສປປ ລາວ ໃນເຂດທ່ອງທ່ຽວສີຂຽວ ເລີ່ມ1 ມັງກອນ 2022

299

ສປປລາວ ປະກາດເປີດການຕ້ອນຮັບນັກທ່ອງທ່ຽວຈາກຕ່າງປະເທດ ໃນເຂດທ່ອງທ່ຽວສີຂຽວ ໃນໄລຍະທີ 1 ເລີ່ມ 1 ມັງກອນ 2022 ກຳນົດ 17 ປະເທດ ໂດຍມີ 3 ເຂດທ່ອງທ່ຽວຄື: ນະຄອນຫຼວງວຽງຈັນ, ນະຄອນຫຼວງພະບາງ ແລະ ເມືອງຕ່າງໆ ຂອງເເຂວງ ຫຼວງພະບາງ ແລະ ເມືອງ ວັງວຽງ ແຂວງ ວຽງຈັນ.

ໃນວັນທີ 17 ທັນວາ 2021 ກະຊວງຖະແຫຼງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ (ຖວທ) ຮ່ວມກັບ ກະຊວງ ສາທາລະນະສຸກ ໄດ້ຈັດພິທີຖະແຫຼງຂ່າວ ກ່ຽວກັບ ເປີດການຕ້ອນຮັບນັກທ່ອງທ່ຽວຈາກຕ່າງປະເທດ ໃນເຂດທ່ອງທ່ຽວສີຂຽວຂຶ້ນ ໂດຍການຖະແຫຼງຂອງທ່ານ ນາງ ສວນສະຫວັນ ວິຍາເກດ ລັດຖະມົນຕີ ຖວທ ແລະ ທ່ານ ດຣ. ບຸນແຝງ ພູມມະໄລສິດ ລັດຖະມົນຕີກະຊວງສາທາລະນະສຸກ, ພ້ອມດ້ວຍບັນດາ ຮອງລັດຖະມົນຕີ ແລະ ພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.

ທ່ານ ນາງ ສວນສະຫວັນ ວິຍາເກດ ລັດຖະມົນຕີ ຖວທ ຖະແຫຼງວ່າ: ລັດຖະບານໄດ້ຕົກລົງໃຫ້ເປີດການຕ້ອນຮັບນັກທ່ອງທ່ຽວຈາກຕ່າງປະເທດໃນເຂດທ່ອງທ່ຽວສີຂຽວ ໂດຍໄດ້ມອບໃຫ້ກະຊວງຖະແຫຼງຂ່າວ,ວັດທະນະທໍາ ແລະ ທ່ອງທ່ຽວສົມທົບກັບສະພາການຄ້າ ແລະ ອຸດສາຫະກໍາແຫ່ງຊາດລາວເປັນໃຈກາງປະສານງານກັບຂະແໜງການທີ່ກ່ຽວຂ້ອງທັງພາກລັດ ແລະ ພາກທຸລະກິດໃນຂັ້ນສູນກາງ ແລະ ທ້ອງຖິ່ນ ເພື່ອຄົ້ນຄວ້າ ແລະ ສ້າງເງື່ອນໄຂຄວາມພ້ອມດ້ານຕ່າງໆໃນການເປີດການຕ້ອນຮັບນັກທ່ອງທ່ຽວຈາກຕ່າງປະເທດໃນ ເຂດທ່ອງທ່ຽວສີຂຽວ. ໂດຍໄດ້ຮັບການຮ່ວມມືຢ່າງໃກ້ຊິດ ແລະ ມີຄວາມຮັບຜິດຊອບສູງ ຂອງບັນດາຂະແໜງການທີ່ກ່ຽວຂ້ອງ ແລະ ພາກທຸລະກິດຈາກສູນກາງ ແລະ ທ້ອງຖິ່ນກໍຄືບັນດາແຂວງເປົ້າໝາຍ, ມື້ນີ້ພວກເຮົາແມ່ນມີຄວາມພ້ອມໃນດ້ານຕ່າງໆໃນການເປີດຕ້ອນຮັບນັກທ່ອງທ່ຽວ, ຊຶ່ງໄດ້ກຳນົດບັນດາປະເທດທີ່ຈະນຳນັກທ່ອງທ່ຽວ ເຂົ້າມາ ສປປ ລາວໃນເບື້ອງຕົ້ນ, ກໍານົດກິດຈະກໍາການບໍລິການ ແລະ ເຂດພື້ນທີ່ເປົ້າໝາຍເຂດທ່ອງທ່ຽວສີຂຽວ, ກໍານົດມາດຕະຖານການບໍລິການຕ້ອນຮັບນັກທ່ອງທ່ຽວໄປຄຽງຄູ່ກັບການປະຕິ ບັດມາດຕາການຄວບຄຸມການລະບາດຂອງພະຍາດໂຄວິດ-19.


ການຈັດຕັ້ງປະຕິບັດແຜນເປີດການຕ້ອນຮັບນັກທ່ອງທ່ຽວຈາກຕ່າງປະເທດໃນເຂດທ່ອງທ່ຽວສີຂຽວແມ່ນບໍ່ສາມາດເປີດພ້ອມກັນໄດ້ໃນທົ່ວປະເທດ, ຈະໄດ້ດໍາເນີນໄປເປັນເທື່ອລະບາດກ້າວດ້ວຍຄວາມລະມັດລະວັງມີຄວາມຮັບຜິດຊອບສູງມີການຕິດຕາມ, ກວດກາ ແລະ ປະເມີນຜົນໃນແຕ່ລະໄລຍະຢ່າງຕໍ່ເນື່ອງ, ຮັບປະກັນຄວາມປະທັບໃຈ ແລະ ປອດໄພຂອງນັກທ່ອງທ່ຽວ ແລະ ຜູ້ບໍລິການໂດຍປະຕິບັດມາດຕາການຄວບຄຸມການລະບາດຂອງພະຍາດໂຄວິດ-19ຢ່າງຮັດກຸມ.

ລາຍລະອຽດແຜນການເປີດການຕ້ອນຮັບນັກທ່ອງທ່ຽວ ຈາກຕ່າງປະເທດໃນເຂດທ່ອງທ່ຽວສີຂຽວ ມີດັ່ງນີ້: ກຳນົດໄລຍະການເປີດຕ້ອນຮັບນັກທ່ອງທ່ຽວ ໄດ້ແບ່ງອອກເປັນ 3 ໄລຍະຄື: ໄລຍະທີ 1: ເລີ່ມແຕ່ວັນທີ 01 ມັງກອນ ຫາວັນທີ 30 ມີນາ 2022; ໄລຍະທີ 2 ເລີ່ມແຕ່ວັນທີ 01 ເມສາ ຫາວັນທີ 30 ມິຖຸນາ 2022 ແລະ ໄລຍະທີ 3 ເລີ່ມແຕ່ວັນທີ 01 ກໍລະກົດ 2022 ເປັນຕົ້ນໄປ.

ສຳລັບດ້ານເປົ້າໝາຍກຸ່ມນັກທ່ອງທ່ຽວເຂົ້າມາທ່ອງທ່ຽວ ເຂດທ່ອງທ່ຽວສີຂຽວ ສປປ ລາວ ໄລຍະທີ 1 ລວມ ມີ 17 ປະເທດ ຄື: ສປ ຈີນ, ສ.ສ ຫວຽດນາມ, ກຳປູເຈຍ, ໄທ, ມາເລເຊຍ, ສິງກະໂປ, ສ. ເກົາຫຼີ, ຍີ່ປຸ່ນ, ຝຣັ່ງ, ອັງກິດ, ເຢຍລະມັນ, ໂຮນລັງ, ສະເປນ,ອີຕາລີ, ອາເມລິກາ, ການາດາ ແລະ ອົດສະຕາລີ.

ເງື່ອນໄຂຂອງນັກທ່ອງທ່ຽວ ທີ່ຈະເດີນທາງເຂົ້າມາທ່ອງທ່ຽວເຂດທ່ອງທ່ຽວສີຂຽວ:1. ຕ້ອງແມ່ນນັກທ່ອງທ່ຽວທີ່ມາເປັນໝູ່ຄະນະ, ຜ່ານການບໍລິການ ຂອງບໍລິສັດທ່ອງທ່ຽວຕາມລາຍການທີ່ໄດ້ກຳນົດໃນຂອບເຂດທ່ອງທ່ຽວສີຂຽວ. ຫ້າມບໍ່ໃຫ້ນຳເຂົ້ານັກທ່ອງທ່ຽວແບບກະແຈກກະຈາຍໂດຍບໍ່ຜ່ານການບໍລິການຂອງບໍລິສັດທ່ອງທ່ຽວ ໂດຍທີ່ບໍ່ໄດ້ຮັບອະນຸຍາດຈາກຄະນະສະເພາະກິດ;
2. ນັກທ່ອງທ່ຽວທີ່ມີຈຸດປະສົງເຂົ້າມາທ່ອງທ່ຽວ ຢູ່ ສປປ ລາວ ຕ້ອງໄດ້ຮັບວັກຊີນຄົບໂດສຫຼາຍກວ່າ 14 ວັນຂຶ້ນໄປ, ມີປະກັນໄພຊີວິດ, ມີຢັ້ງຢືນການກວດຫາເຊື້ອດ້ວຍລະບົບ RT- PCR ທີ່ມີຜົນເປັນລົບ (ບໍ່ມີເຊື້ອ) ບໍ່ເກີນ 72 ຊົ່ວໂມງກ່ອນວັນເດີນທາງ, ເມື່ອມາເຖິງ ສປປ ລາວ ຕ້ອງໄດ້ຮັບກວດຫາເຊື້ອໂຄວິດ-19 ຢູ່ ຕາມດ່ານສາກົນເຂົ້າ-ອອກ ແລະ ຈຳກັດບໍລິເວນ 01 ວັນ ຫຼື 24ຊົ່ວໂມງ ເພື່ອລໍຖ້າຜົນກວດ, ເມື່ອຜົນກວດເປັນລົບ ສາມາດເດີນທາງທ່ອງທ່ຽວຕາມລາຍການໄດ້;

3. ກ່ອນເດີນທາງມາເຖິງ ສປປ ລາວ ນັກທ່ອງທ່ຽວຕ້ອງດາວໂຫຼດແອບ LaoStaySafe ເພື່ອລົງທະບຽນ ແລະ ແຈ້ງຂໍ້ມູນການສັກວັກຊີນຄົບໂດສ ແລະ ການກວດກາໂຄວິດກ່ອນ 72 ຊົ່ວໂມງເຂົ້າມາທ່ອງທ່ຽວສປປ ລາວ;
4. ນັກທ່ອງທ່ຽວຕ້ອງຊື້ປະກັນໄພສຸຂະພາບ ທີ່ມີວົງເງິນຄໍ້າປະກັນຢ່າງຕໍ່າ 50.000 ໂດລາ.