ແຮງເຊຍລົ້ນ, ຮອບຕັດສິນກໍ່ໃກ້ເຂົ້າມາແລ້ວ ສົ່ງກໍາລັງໃຈໃຫ້  ທິດາວັນ ຂັນຕີ ML1

304

ຮອບຕັດສິນໃກ້ເຂົ້າມາເລື້ອຍໆ ຢ່າລືມສົ່ງກໍາລັງໃນໃຫ້ສາວງາມ ຜູ້ເຂົ້າປະກວດນາງສາວລາວ 2021 ເວທີແຫ່ງກຽດຕິຍົດ ແລະ ຄວາມພູມໃຈຂອງແມ່ຍິງລາວ ຄົນນີ້ຫລືຍັງ ຫລ້ານ້ອຍ ທິດາວັນ ຂັນຕີ ML1 ປັດຈຸບັນ ອາຍຸ 23ປີ ແລະ ເປັນຫນຶ່ງໃນຜູ້ຜ່ານເຂົ້າຮອບ 30ຄົນ ຂອງປີ 2021​ ຕົວແທນຈາກນະຄອນຫຼວງວຽງຈັນ ແລະ ຕອນນີ້ກຳລັງສຶກສາຢູ່ ສະຖາບັນເສດຖະກິດການເງິນ ດົງຄຳຊ້າງ.

ຫລ້ານ້ອງເອງໄດ້ໃຫ້ສໍາພາດກັບທີມຂ່າວບັນເທີງວ່າ: ຄວາມໃຝ່ຝັນມາຕັ້ງແຕ່ນ້ອຍໆ ຄືການໄດ້ມາຢືນຢູ່ເທິງເວທີນາງງາມ, ໄດ້ເປັນຫນຶ່ງກະບອກສຽງໃນການເຜີຍແຜ່ວັດທະນະທໍາ, ຮີດຄອງປະເພນີອັນດີງາມຂອງລາວ ແລະ ອີກຫນຶ່ງຄວາມໃຝ່ຝັນກໍຄື ຢາກເປັນພະນັກງານຕ້ອນຮັບຢູ່ເທິງເຄື່ອງບິນ ຫລື ສາວແອ.

ສຳລັບການປະກວດນີ້ ເຖິງແມ່ນວ່າ ຫລ້ານ້ອຍອາດຈະປະສົບການບໍ່ຫລາຍ ແຕ່ນ້ອງເອງກໍມຸ້ງໜັ້ນໃນຄວາມຝັນຢາກໃຫ້ປະສົບຜົນສຳເລັດ ນ້ອງຈະເຮັດມັນໃຫ້ດີທີ່ສຸດຖ້າບໍໄດ້ກໍບໍ່ເສຍໃຈ.

ຄະຕິປະຈຳໃຈຂອງນ້ອງກໍຄື : “ ຝັນໃຫ້ໄກ ແລ້ວໄປໃຫ້ເຖິງຝັນ … “  ສໍາລັບເຫດຜົນທີ່ເລືອກປະກວດເວທີນີ້ ນ້ອງຄິດວ່າ ເວທີນາງສາວລາວນີ້ ເປັນເວທີຕົ້ນໆລະດັບປະເທດ ແລະນ້ອງເອງກໍຢາກເປັນສ່ວນໜື່ງໃນການປະກອບສ່ວນຊ່ວຍເຫລືອສັງຄົມ ແລະ ເຜີຍແຜ່ການຮັກສາມໍລະດົກທາງວັດທະນະທໍາອັນດີງາມນີ້ໃຫ້ຄຽງຄູ່ກັບຄົນລາວສືບໄປ.

ຖ້ານ້ອງໄດ້ຮັບໂອກາດ ຈາກຜູ້ໃຫຍ່ ແລະ ທຸກຄົນ ໄດ້ຕຳແຫນ່ງອັນຊົງກຽດຕິຍົດຈາກເວທີນີ້ໄປຄອງໄດ້ ນ້ອງກໍ່ຢາກເປັນທູດວັດທະນະທຳເຜີຍແຜ່ ຮີດຄອງປະເພນີອັນດີງາມຂອງລາວເຮົາ ແລະ ສະຖານທີ່ທ່ອງທ່ຽວຂອງບ້ານເຮົາ ເພື່ອເຜີຍແຜ່ໃຫ້ຄົນລາວເຮົາແລະ ເພື່ອນບ້ານໄດ້ເຫັນເຖິງຄວາມສວຍງາມຂອງລາວເຮົາໃນທຸກວັນນີ້ວ່າ ປະເທດລາວເຮົາກໍມີການພັດທະນາຂຶ້ນທຸກມື້ 3 ທັນວາທີ່ຜ່ານມາ ກໍໄດ້ມີການເປີດຂະບວນທາງລົດໄຟລາວ-ຈີນ ທີ່ໃຫ້ຄວາມສະດວກສະບາຍແກ່ຄົນລາວເຮົາ ແລະ ຕ່າງປະເທດໄດ້ມາທ່ຽວຊົມໃຫ້ຫລາຍຂື້ນ.

ສຸດທ້າຍນີ້ ຫລ້ານ້ອຍເອງ ກໍ່ຂໍຝາກຜົນງານປະຈຸບັນຂອງນ້ອງແດ່ເດີ້ ກັບໂຄງການປະກວດ Miss laos 2021 ຝາກຫມູ່ເພື່ອນ ອ້າຍເອື້ອຍນ້ອງ ຮ່ວມເຊຍໃຫ້ຫຼ້ານ້ອຍ ຕິດຕາມຜົນງານໄດ້ທາງ FB: Lalanoii khanhtry ເພື່ອເປັນຂັວນກຳລັງໃຈທີ່ດີ ໃຫ້ກັບນ້ອງໃນຮອບຕັດສິນ 25 ທັນວານີ້ແນ່ເດີ້.

ຮູບ: Lalanoii khanhtry