ຊາລາ ສ້າງສະຖິຕິອີກແລ້ວນັດພາ ລິເວີພູລ ຊະນະ ນິວຄາສເຊິລ ຢູໄນເຕັດ

202

ໂມຮາເໝັດ ຊາລາ ກອງໜ້າຂອງ ລິເວີພູລ ສ້າງສະຖິຕິອີກຄັ້ງດ້ວຍການມີສ່ວນຮ່ວມປະຕູຂອງ ລິເວີພູລ ໄດ້ເຖິງ 15 ນັດຕີດຕໍ່ກັນ ຫຼັງນັດໜ້າສຸດຍິງປະຕູໃຫ້ກັບທີມເອົາຊະນະ ນິວຄາສເຊິລ ຢູໄນເຕັດ 3-1 ໃນການແຂ່ງຂັນບານເຕະ ພຣີເມຍລີກ ອັງກິດ ເມື່ອທ້າຍອາທິດທີ່ຜ່ານມາ.

ກ່ອນໜ້ານີ້ ຊາລາ ຍິງປະຕູ ແລະ ສົ່ງບານໃຫ້ເພື່ອນຮ່ວມທີມຍິງໄດ້ໃນການແຂ່ງຂັນບານເຕະລີກໃຫ້ກັບ ລິເວີພູລ ໄດ້ 14 ນັດຕິດຕໍ່ກັນເປັນຮອງພຽງ ເຈມີ ວາດີ້ ກອງໜ້າຈາກ ເລັສເຕີ ຊິຕີ້ ທີ່ເຮັດໄດ້ 15 ນັດຕິດຕໍ່ກັນຕັ້ງແຕ່ເດືອນສິງຫາເດືອນທັນວາ ໃນປີ 2015 ຫຼ້າສຸດປີ 2021 ຊາລາ ກໍສ້າງສະຖິຕິທຽບເທົ່າສະຖິຕິດັ່ງກ່າວໄດ້ແລ້ວ ແລະ ມີລຸ້ນທໍາລາຍສະຖິຕິດັ່ງກ່າວໃນນັດຕໍ່ໄປ.

ນອກຈາກນີ້, ຊາລາ ຍັງສ້າງຊື່ມີ່ສ່ວນຮ່ວມໃນການຍິງປະຕູປະຈໍາ ພຣີເມຍລີກ ອັງກິດ ໄດ້ເຖິງ 24 ປະຕູໃນລະດູການນີ້ ແບ່ງເປັນ ຍິງໄດ້ 15 ປະຕູ ແລະ ສົ່ງບານໃຫ້ເພື່ອນຮ່ວມທີມຍິງ 9 ປະຕູ ໂດຍມີພຽງ ອະລັນ ເຊຍເຣີ ຕໍານານນັກເຕະຂອງ ນິວຄາສເຊິລ ແລະ ທີມຊາດອັງກິດ ພຽງຄົນດຽວທີ່ເຮັດໄດ້ໃນລະດູການ 1994-1995 ມີສ່ວນຮ່ວມ 25 ປະຕູ ແບ່ງເປັນຍິງເຖິງ 16 ປະຕູ ແລະ ສົ່ງໃຫ້ເພື່ອນຮ່ວມທີມຍິງ 9 ປະຕູ.