ເສຍຊີວິດໃໝ່ 4 ຄົນ, 3 ຄົນຢູ່ແຂວງ ບໍ່ແກ້ວ R.I.P

214

ສ່ວນການຕິດເຊືື້ອນໍາເຂົ້າ ຂອງຜູ້ທີ່ເດີນທາງເຂົ້າປະເທດແມ່ນບໍ່ມີ ຮອດປັດຈຸບັນ ມີຜູ້ຕິດເຊື້ອສະສົມ ຢຸ່ໃນ ສປປ ລາວ ທັງໝົດ 96.256 ກໍລະນີ, ຄົນເຈັບຫາຍດີອອກໂຮງໝໍມື້ວານນີ້ 534 ຄົນ, ກໍາລັງປິ່ນປົວ 12.300 ຄົນ ແລະ ເສຍຊີວິດສະສົມທັງໝົດ 266 ຄົນ
(ໃໝ່ 4 ຄົນ).

ຂໍ້ມູນເບື້ອງຕົ້ນ ຜູ້ເສຍຊີວິດໃໝ່ 4 ຄົນ, ລາຍລະອຽດດ່ັງນີ້

1 ເພດຍິງ ອາຍຸ ອາຍຸ 55 ປີ, ອາຊີບ ຊາວນາ, ບ້ານ ມອມ, ເມືອງ ຕົ້ນເຜິ້ງ, ແຂວງ ບໍ່ແກ້ວ ພະຍາດປະຈໍາຕົວ ຄວາມດັນເລືອດສູງ ແລະ ເບົາຫວານ. ຜ່ານມາໄດ້ສັກວັກຊີນຄົບ
2 ເພດຊາຍ ອາຍຸ 51 ປີ, ອາຊີບ: ພະນັກງານຄູ, ບ້ານ ນ້ຳກໍ່, ເມືອງ ຫ້ວຍຊາຍ, ແຂວງ ບໍ່ແກ້ວ ພະຍາດປະຈຳຕົວ ເປັນອຳມະພາດໄດ້ 10 ປາຍມື້ ສັກວັກຊີນຄົບ

3 ເພດຊາຍ, ອາຍຸ 35 ປີ, ບ້ານ ຂອນແກ້ວ, ເມືອງ ຫ້ວຍຊາຍ, ແຂວງ ບໍ່ແກ້ວ (ຢູ່ສະຖານທີ່ຄຸມຂັງ) ພະຍາດປະຈຳຕົວ ອັກເສບປອດ ບໍ່ໄດ້ສັກຢາວັກຊີນ
4 ເພດຊາຍ 58 ປີ, ບ້ານ ນາເລົາ, ເມືອງ ໂພນໂຮງ, ແຂວງ ວຽງຈັນ ພະຍາດປະຈຳຕົວ ຄວາມດັນເລືອດສູງ ບໍ່ໄດ້ສັກຢາວັກຊີນ