ມາເບິ່ງ ບາງບັນຫາ ທີ່ພາກທຸລະກິດ ສະເໜີ ໃຫ້ລັດຖະບານ ເລັ່ງແກ້ໄຂ

454

ຜ່ານການຈັດຕັ້ງປະຕິບັດວຽກງານການລົງທຶນ ແລະ ການດຳເນີນກິດຈະການຂອງພາກທຸລະກິດໃນໄລຍະຜ່ານມາ ເຫັນວ່າຍັງມີບາງເປັນບັນຫາ ແລະ ຂໍ້ຄົງຄ້າງ ໂດຍສະເພາະການອອກກົດໝາຍ, ນິຕິກຳ ຂອງຂະແໜງການຍັງບໍ່ເປັນລວງດຽວກັນ; ນະໂຍບາຍສົ່ງເສີມການຜະລິດພາຍໃນຍັງບໍ່ສອດຄ່ອງກັບການປະຕິບັດຕົວຈິງໃນການດຳເນີນທຸລະກິດ; ການແບ່ງຄວາມຊັດເຈນຂອງພາກສ່ວນໃນການແກ້ໄຂບັນຫາ; ການເຂົ້າເຖິງຖານຂໍ້ມູນດ້ານເຕັກນິກຕ່າງໆ, ການປັບປຸງສະພາບແວດລ້ອມໃນການດຳເນີນທຸລະກິດ.

ທ່ານ ນາງ ວາລີ ເວດສະພົງ ຮອງປະທານ ສະພາການຄ້າ ແລະ ອຸດສາຫະກຳ ແຫ່ງຊາດລາວ, ປະທານບໍລິສັດການຢາມິດຕະພາບ ທັງເປັນຜູ້ກຳນວຍການຄຣີນິກເວດສະພົງ ຕາງໜ້າພາກທຸລະກິດ ໄດ້ສະເໜີບາງຕອນ ຕໍ່ກອງປະຊຸມພົບປະລະຫວ່າງຄະນະລັດຖະບານ ກັບ ພາກທຸລະກິດ ເມື່ອວັນທີ 16ທັນວາ 2021 ວ່າ: ສະເໜີໃຫ້ພາກລັດຈັດບູລິມະສິດບັນຫາທີ່ຄວນແກ້ໄຂ, ຂໍໃຫ້ມີເຈົ້າພາບ ຫຼື ໜ່ວຍງານຈັດຕັ້ງປະຕິບັດ ເພື່ອແກ້ໄຂບັນຫານັ້ນໆແທ້ໆ; ການອອກນິຕິກຳຕ່າງໆຂອງສູນກາງ ຫຼື ກະຊວງຮັບຜິດຊອບ ຄວນສ້າງຄວາມອາດສາມາດຕື່ມກ່ຽວກັບນິຕິກຳ ໃຫ້ພະນັກງານຂັ້ນທ້ອງຖິ່ນ; ການອະນຸຍາດການລົງທຶນໃຫ້ພາກທຸລະກິດຄວນຫຼຸດຂອດຂັ້ນຕ່າງໆລົງ, ເອກະສານໃດບໍ່ຈຳເປັນຕ້ອງໃຊ້ກໍຄວນປະໄປກ່ອນ ເພື່ອໃຫ້ງ່າຍອຳນວຍຄວາມສະດວກໃຫ້ທຸລະກິດສາມາດຈັດຕັ້ງປະຕິບັດໄດ້ ແລ້ວຈຶ່ງໃຫ້ຂະແໜງການກ່ຽວຂ້ອງໄປຄຸ້ມຄອງໃນເວລາທຸລະກິດດຳເນີນໄປ. ພ້ອມນີ້ີກໍສະເໜີໃຫ້ຫຼຸດບັນຊີການຄວບຄຸມທີ່ເຫັນວ່າມີຫຼາຍລາຍການ.

ທ່ານ ນາງ ສຸໄພວັນ ທ່ຽງຈັນໄຊ ຮອງອຳນວຍການ ບໍລິສັດ ບົວລະພາ ກະສິກໍາ – ປ່າໄມ້ ສະເໜີວ່າ:ຢາກໃຫ້ມີການດຶງດູດເອົານັກລົງທຶນເຂົ້າມາປູກໄມ້ອຸດສາຫະກຳໃນປ່າຜະລິດທີ່ຊຸດໂຊມ ແຕ່ດັ່ງທີ່ຮູ້ກັນວ່າການລົງທຶນປູກໄມ້ອຸດສາຫະກຳແມ່ນຕ້ອງໃຊ້ເວລາດົນ ແລະ ໃຊ້ຕົ້ນທຶນສູງ, ຂັ້ນຕອນຂອງເອກະສານຂໍສຳປະທານແມ່ນຍັງມີຄວາມຫຍຸ້ງຍາກ ແລະ ໃຊ້ເວລາດົນ; ບັນດານິຕິກຳ ແລະ ດຳລັດຫຼາຍສະບັບກ່ຽວກັບການປູກໄມ້ອຸດສາຫະກຳ ເພື່ອສ້າງຜະລິດຕະພັນໄມ້ປູກ ແມ່ນຍັງມີຄວາມຫຍຸ້ງຍາກ ເພາະນິຕິກຳແຕ່ລະກະຊວງຍັງບໍ່ອວ່າຍເປັນລວງດຽວກັນ (ໄປຫາພາກສ່ວນນີ້ກໍບອກໄປຫາພາກສ່ວນນັ້ນ) ເຮັດໃຫ້ໃຊ້ເວລາດົນ ດັ່ງນັ້ນຈຶ່ງຢາກໃຫ້ພາກລັດຮີບຮ້ອນແກ້ໄຂບັນຫານີ້; ສ່ວນການເຊົ່າດິນລັດສຳລັບເຮັດເປັນລານໄວ້ໄມ້ ແລະ ສ້າງໂຮງງານປຸງແຕ່ງແມ່ນຍັງມີລາຄາສູງ ແລະ ຍັງເປັນນິຕິກຳດຽວກັບການປະຕິບັດກັບໄມ້ທຳມະຊາດໃນເມື່ອກ່ອນ; ສຳລັບການຢັ້ງຢືນສິ່ງແວດລ້ອມການປູກໄມ້ ແຕ່ປັດຈຸບັນຍັງໃຊ້ກົດໝາຍອັນດຽວກັບການລົງທຶນຂຸດຄົ້ນແຮ່ຄຳ, ແຮ່ທາດ ແລະ ເຂື່ອນໄຟຟ້າ ເຮັດໃຫ້ນັກທຸລະກິດມີຄວາມສັບສົນ ເພາະມັນຄົນລະຂົງເຂດ.

ຂະນະທີ່ທ່ານ ບຸນເລີດ ຫຼວງປະເສີດ ຮອງປະທານ ສະພາການຄ້າ ແລະ ອຸດສາຫະກຳ ແຫ່ງຊາດລາວ, ຫົວໜ້າຄະນະພັດທະນາທຸລະກິດກະສິກຳ ປະຈຳ ສຄອຊ ສະເໜີວ່າ: ຂໍ້ຫຍຸ້ງຍາກໜຶ່ງທີ່ພາກທຸລະກິດພົບພໍ້ແມ່ນການເຂົ້າເຖິງຂໍ້ມູນ ບໍ່ວ່າຈະເປັນຂໍ້ມູນດ້ານຕະຫຼາດ, ມະຕະຖານເຕັກນິກ ຈາກຂະແໜງການກ່ຽວຂ້ອງ. ດັ່ງນັ້ນພາກທຸລະກິດບໍ່ສາມາດຮູ້ວ່າມາດຕະຖານທີ່ປະເທດປາຍທາງຈະຮັບ, ຕະຫຼອດຮອດຂະບວນການຂົນສົ່ງໄປໃຫ້ເຖິງຈຸດຕ່າງໆເປັນແນວໃດ, ເພາະການຂົນສົ່ງສິນຄ້າຈະມີການກຳນົດມື້ແຕ່ວ່າຂໍ້ມູນການຂົນສົ່ງຍັງບໍ່ທັນຕອບສະໜອງໄດ້ ຂໍໃຫ້ກະຊວງກ່ຽວຂ້ອງມີຈຸດສະໜອງຂໍ້ມູນດັ່ງກ່າວ ຫຼື ອາດຈະສົ່ງໃຫ້ສະພາການຄ້າເປັນຜູ້ຊ່ວຍເຜີຍແຜ່ຕື່ມເພື່ອໃຫ້ພາກທຸລະກິດເຂົ້າເຖິງຫຼາຍຂຶ້ນ; ນະໂຍບາຍການສົ່ງເສີມການຜະລິດກະສິກຳເປັນສິນຄ້າເຫັນວ່າຂອດຂັ້ນຍັງຫຼາຍ ບໍ່ມີພາກສ່ວນໃດ, ຂະແໜງການໃດ ຈະເປັນເຈົ້າການຊ່ວຍແກ້ໄຂບັນຫາ ເພື່ອບໍ່ໃຫ້ເປັນການຖ່ວງດຶງເວລາ ແລະ ຫຼຸດຜ່ອນຕົ້ນທຶນ.

ທ່ານ ພຶດສະພາ ພູມມະສັກ ປະທານບໍລິສັດ ບໍລິສັດເອເຊຍລົງທຶນ ແລະ ພັດທະນາກໍ່ສ້າງຈຳກັດຜູ້ດຽວ ສະເໜີວ່າ: ຢາກໃຫ້ລັດຖະບານເບິ່ງຄືນການຄຸ້ມຄອງຫົວໜ່ວຍທຸລະກິດທີ່ຜະລິດສິນຄ້າກ່ຽວກັບກະສິກຳ; ຂ້າພະເຈົ້າໄດ້ມີລານຮັບຊື້ມັນຕົ້ນຢູ່ແຂວງພາກໃຕ້ ແຕ່ການຂໍອະນຸຍາດພື້ນທີ່ສ້າງລານຕາກ-ເກັບຊື້ມັນຕົ້ນຢູ່ເຂດພື້ນທີ່ຜະລິດແມ່ນຍາກ ປະຊາຊົນຕ້ອງແກ່ມັນຕົ້ນມາຂາຍຢູ່ນອກແມ່ນມີໄລຍະໄກ ແລະ ໃຊ້ເວລາດົນ; ນອກນັ້ນກໍສະເໜີໃຫ້ລັດຖະບານຊ່ວຍຕັດສິນໃຈດ່ວນໃນການແກ້ໄຂໃນການ ສົ່ງອອກສິນຄ້າກະສິກຳຢູ່ບັນດາດ່ານຕ່າງໆ.