ໜັກໜ່ວງອີກແລ້ວ ພົບຜູ້ຕິດເຊື້ອໂຄວິດໃໝ່ 1.702 ເສຍຊີວິດ 4 ຄົນ

120

ດຣ. ສີສະຫວາດ ສຸດທານີລະໄຊ ຮອງຫົວໜ້າກົມຄວບຄຸມພະຍາດຕິດຕໍ່, ກະຊວງສາທາລະນະສຸກ ລາຍງານກ່ຽວກັບສະພາບການລະບາດຂອງພະຍາດໂຄວິດ-19 ຢູ່ ສປປ ລາວ ປະຈໍາວັນທີ 17 ທັນວາ ປີ 2021 ວ່າມາຮອດ ວັນທີ 16 ທັນວາ 2021,
ທົ່ວປະເທດ ໄດ້ເກັບຕົວຢ່າງມາກວດຊອກຫາເຊືື້ອໂຄວິດ-19 ທັງໝົດ 6.369 ຕົວຢ່າງ ໃນຂອບເຂດທົ່ວປະເທດ ແລະ ພົບເຊື້ອ ທັງໝົດ 1.702 ຄົນ (ຕິດເຊື້ອພາຍໃນ ມີ 1.702 ຄົນ ແລະ ຕິດເຊື້ອນໍາເຂົ້າ 00 ຄົນ).

ຂໍ້ມູນໂດຍຫຍໍ້ກ່ຽວກັບ ການຕິດເຊືື້ອພາຍໃນໃໝ່ ທັງໝົດ 1.702 ຄົນ ຈາກ 17 ແຂວງ ແລະ ນະຄອນຫຼວງວຽງຈັນ ມີລາຍລະອຽດ ດັ່ງນີ້
ນະຄອນຫຼວງ 914 ຄົນ, ຫຼວງພະບາງ 91 ຄົນ, ອຸດົມໄຊ 71 ຄົນ, ບໍ່ແກ້ວ 146 ຄົນ,ຫຼວງນໍ້າທາ 70 ຄົນ, ສະຫວັນນະເຂດ 46 ຄົນ, ແຂວງວຽງຈັນ 44 ຄົນ, ໄຊຍະບູລີ 32 ຄົນ, ຈຳປາສັກ 26 ຄົນ

ບໍລິຄຳໄຊ 29 ຄົນ, ໄຊສົມບູນ 12 ຄົນ, ຊຽງຂວາງ 31 ຄົນ, ເຊກອງ 28 ຄົນ, ຜົ້ງສາລີ 93 ຄົນ, ຄຳມ່ວນ 23 ຄົນ, ຫົວພັນ 14 ຄົນ, ສາລະວັນ 21 ຄົນ, ອັດຕະປື 11 ຄົນ

ສ່ວນການຕິດເຊືື້ອນໍາເຂົ້າ ຂອງຜູ້ທີ່ເດີນທາງເຂົ້າປະເທດແມ່ນບໍ່ມີ ຮອດປັດຈຸບັນ ມີຜູ້ຕິດເຊື້ອສະສົມ ຢຸ່ໃນ ສປປ ລາວ ທັງໝົດ 96.256 ກໍລະນີ, ຄົນເຈັບຫາຍດີອອກໂຮງໝໍມື້ວານນີ້ 534 ຄົນ, ກໍາລັງປິ່ນປົວ 12.300 ຄົນ ແລະ ເສຍຊີວິດສະສົມທັງໝົດ 266 ຄົນ
(ໃໝ່ 4 ຄົນ).