ທ່ານ ທອງລຸນ ສີສຸລິດລົງທ້ອງຖິ່ນທີ່ແຂວງເຊກອງ ພົບປະໂອ້ລົມພະນັກງານຫຼັກແຫຼ່ງ

260

ໃນວັນທີ 16 ທັນວາ 2021 ນີ້ ທ່ານ ທອງລຸນ ສີສຸລິດ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກ, ປະທານປະເທດແຫ່ງ ສປປ ລາວ ເຄື່ອນໄຫວຢ້ຽມຢາມ ແລະ ພົບປະໂອ້ລົມຄະນະພັກ-ພະນັກງານນໍາພາຫຼັກແຫຼ່ງແຂວງເຊກອງ ໂດຍມີທ່ານ ເຫຼັກໄຫຼ ສີວິໄລ  ເຈົ້າ ແຂວງເຊກອງ, ບັນດາສະຫາຍຄະນະປະຈໍາພັກແຂວງ, ກໍາມະການພັກແຂວງ, ເລຂາພັກເມືອງ-ເຈົ້າເມືອງ, ຫົວໜ້າ-ຮອງພະແນກການ ແລະ ຫ້ອງການຕ່າງໆອ້ອມຂ້າງແຂວງໃຫ້ການຕ້ອນຮັບຢ່າງອົບອຸ່ນ.


ທ່ານ ເຫຼັກໄຫຼ ສີວິໄລ ໄດ້ລາຍງານສະພາບການພັດທະນາເສດຖະກິດ-ສັງຄົມປີ 2021 ແລະ ວຽກຈຸດສຸມໃນຕໍ່ໜ້າ ໃຫ້ຮູ້ວ່າ: ໂດຍລວມແລ້ວ ແຂວງເຊກອງສືບຕໍ່ມີສະຖຽນລະພາບທາງດ້ານການເມືອງ, ສັງຄົມມີຄວາມສະຫງົບສຸກ, ປະຊາຊົນມີຄວາມສາມັກຄີປອງດອງ, ເສດຖະກິດສືບຕໍ່ຂະຫຍາຍຕົວຕາມທ່າອ່ຽງຂອງເສດຖະກິດແຫ່ງຊາດ​ ໂດຍສະເພາະຂົງເຂດອຸດສາຫະກໍາ-ພະລັງງານໄຟຟ້າ, ຂົງເຂດກະສິກໍາ ແລະ ການຜະລິດ ເຊິ່ງລວມຍອດ​ຜະລິດ​ຕະພັນ​ພາຍ​ໃນຄາດຄະເນໝົດປີບັນລຸ​ໄດ້ 3,3%; ການຈັດເກັບລາຍຮັບເຂົ້າງົບປະມານຄາດຄະເນຈັດຕັ້ງປະຕິບັດໄດ້ 81,31 ຕື້ກີບທຽບໃສ່ແຜນປີເທົ່າກັບ 100%. ສ່ວນຂົງເຂດວັດທະນະທໍາ-ສັງຄົມ ແລະ ຂົງເຂດອື່ນໆກໍ່ໄດ້ຮັບການພັດທະນາດີຂຶ້ນເປັນກ້າວໆ.


ໃນໂອກາດນີ້ ທ່ານ ທອງລຸນ ສີສຸລິດ ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກ, ປະທານປະເທດແຫ່ງ ສປປ ລາວ ໄດ້ມີຄໍາເຫັນໂອ້ລົມ ແລະ ເນັ້ນໜັກຫຼາຍບັນຫາສໍາຄັນເປັນຕົ້ນ: ໃຫ້ການນໍາຂອງແຂວງ ນໍາພາ-ຊີ້ນໍາພະນັກງານ-ສະມາຊິກພັກ ແລະ ປະຊາຊົນບັນດາເຜົ່າ ປະຕິບັດວຽກງານປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ເຮັດໃຫ້ແຂວງເຊກອງມີສະຖຽນລະພາບທາງດ້ານການເມືອງໜັກແໜ້ນ, ສັງຄົມມີຄວາມສະຫງົບ ແລະ ເປັນລະບຽບຮຽບຮ້ອຍໂດຍພື້ນຖານ; ສືບຕໍ່ນໍາພາ-ຊີ້ນໍາການພັດທະນາເສດຖະກິດ-ສັງຄົມ ຕິດພັນກັບການປະຕິບັດວາລະແຫ່ງຊາດ ວ່າດ້ວຍການແກ້ໄຂຄວາມຫຍຸ້ງຍາກທາງດ້ານເສດຖະກິດ-ການເງິນ ແລະ ການແກ້ໄຂບັນຫາຢາເສບຕິດໃຫ້ມີຜົນສໍາເລັດ; ສຸມໃສ່ແກ້ໄຂບັນຫາດ້ານທີ່ດິນໃຫ້ສົມເຫດສົມຜົນ; ຫັນການຄຸ້ມຄອງການເກັບລາຍຮັບໄປສູ່ຄວາມທັນສະໄໝ; ເພີ່ມທະວີການຄຸ້ມຄອງໄມ້ ແລະ ປ່າໄມ້ໃຫ້ມີຄວາມຍືນຍົງ; ດຶງດູດການລົງທຶນຂອງລັດ, ເອກະຊົນພາຍໃນ ແລະ ຕ່າງປະເທດເຂົ້າໃນການພັດທະນາພື້ນຖານໂຄງລ່າງ ເພື່ອສ້າງເງື່ອນໄຂ ແລະ ສິ່ງອໍານວຍຄວາມສະດວກຕ່າງໆໃຫ້ແກ່ການດໍາລົງຊີວິດຂອງປະຊາຊົນ.

ຊຸກຍູ້ສົ່ງເສີມປະຊາຊົນ, ນັກທຸລະກິດ-ຜູ້ປະກອບການ ເຮັດການຜະລິດກະສິກໍາເປັນສິນຄ້າຕາມທ່າແຮງບົ່ມຊ້ອນ, ຄວາມຮຽກຮ້ອງຕ້ອງການຂອງຕະຫຼາດ ແລະ ຄວາມສາມາດຕົວຈິງໃນແຕ່ລະທ້ອງຖິ່ນ ເພື່ອສ້າງຄວາມເຂັ້ມແຂງໃຫ້ແກ່ການພັດທະນາເສດຖະກິດ-ສັງຄົມ ແລະແກ້ໄຂຄວາມທຸກຍາກຂອງປະຊາຊົນພາຍໃນແຂວງໃຫ້ດີຂຶ້ນ.
ໃນວັນດຽວກັນນີ້ ປະທານປະເທດແຫ່ງ ສປປ ລາວ ຍັງໄດ້ໄປຢ້ຽມຊົມເຂື່ອນໄຟຟ້າຫ້ວຍລໍາພັນຕອນລຸ່ມເມືອງລະມາມ ແລະ ໂຮງງານແປ້ງມັນຕົ້ນຂອງບໍລິສັດຄູນມີໄຊຢູ່ເມືອງທ່າແຕງຕື່ມອີກ.

(ຂ່າວ-ພາບ: ສັນຍາ) ຂ່າວເຊກອງ