ທີມຊາດລາວ ເສຍ4 ນັດລວມ ຖືກຍິງໄປ14 ປະຕູ ໄດ້ປະຕູມາຄືນພຽງ1 ຈົບອັນດັບສຸດທ້າຍ ໃນຊູຊຸກິ ຄັບ 2020

301

ເປັນຄວາມຜິດຫວັງຂອງຊາວລາວທັງປະເທດເລີຍກໍວ່າໄດ້ ທີ່ໄດ້ຕິດຕາມຊົມກັນຕັ້ງແຕ່ເລີ່ມການແຂ່ງຂັນຈົນຈົບການແຂ່ງຂັນ ເພາະຖືກ ກໍາປູເຈຍ ຂຶ້ນນໍາ 2-0 ຕັ້ງແຕ່ເຄິ່ງເວລາທໍາອິດ ກ່ອນຈົບເກມ ທີມຊາດລາວ ເສຍໄປຂາດລອຍ 3-0 ໃນການແຂ່ງຂັນບານເຕະ AFF SUZUKI CUP 2020 ເມື່ອວັນທີ 15 ທັນວາ 2021 ເຊິ່ງນອກຈາກສະເສຍທັງ 4 ນັດແລ້ວ ຍັງເປັນການເສຍໃຫ້ກັບ ກໍາປູເຈຍ ຂາດລອຍທີ່ສຸດໃນລາຍການນີ້ນັບຕັ້ງແຕ່ປີ 2000 ເປັນຕົ້ນມາ.

ແນ່ນອນ ທີມຊາດລາວ ຊຸດໃຫຍ່ ປີນີ້ເປັນຊຸດທີ່ໄດ້ຮັບການຍົກຍ້ອງວ່າເປັນທີມທີ່ດີທີ່ສຸດເທົ່າທີ່ເຄີຍມີມາ ເພາະມີ ບິລລີ ເກດແກ້ວພົມພອນ ນັກເຕະຊາວຝຣັ່ງເຊື້ອສາຍລາວ ມາຮ່ວມທີມ ລວມທັງຍັງມີ 3 ນັກເຕະລາວຈາກໄທລີກມາຊ່່ວຍຄື ພຸດທະໄຊ ໂຄຈະເລີນ ຫຼິ້ນໃນສະໂມສອນໄທລີກ 1, ສຸກອາພອນ ວົງຈຽງຄໍາ ໃນສະໂມສອນໄທລີກ 2 ແລະ ມິດສະດາ ສາຍໃຕ້ຟ້າ ຈາກສະໂມສອນໃນໄທລີກ 3 ລວມເຖິງນັກເຕະດາວເດັ່ນໃນລາວລີກ ເປັນຕົ້ນແມ່ນ ບຸນພະຈັນ ບຸນກອງ ແລະ ກີ້ດາວອນ ສຸວັນນີ ຈາກຊ້າງນ້ອຍ ເອັຟຊີ.

ແຕ່ຜົນງານແຂ່ງຂັນຕົວຈິງ ໃນ AFF SUZUKI CUP 2020 ຮອບແບ່ງກຸ່ມໆ B ກັບບໍ່ເປັນດັ່ງຫວັງລົງສະໜາມ 3 ນັດເສຍທັງໝົດຄື ເສຍໃຫ້ ຫວຽດນາມ ແຊັມເກົ່າ 0-2, ເສຍໃຫ້ ມາເລເຊຍ 0-4 ແລະ ເສຍໃຫ້ ອິນໂດເນເຊຍ ເຊິ່ງກໍມີສຽງວິຈານຈາກແຟນບານລາວ ເຖິງລະບົບຂອງຫົວໜ້າຄູຝຶກທີມຊາດລາວ ທີ່ໃຊ້ລະບົບເກົ່າຄື 2 ນັດທໍາອິດໃຊ້ລະບົບ 5-4-1 ລວມທັງຍັງຈັດຕໍາແໜ່ງນັກເຕະບໍ່ຖືກກັບຕໍາແໜ່ງທີ່ຖະນັດ ແລະ ນັດຫຼ້າສຸດເສຍໃຫ້ ກຳປູເຈຍ ໃຊ້ລະບົບ 4-4-2.

ກ່ອນທີ່ນັດຫຼ້າສຸດ ເສຍໃຫ້ ກໍາປູເຈຍ 0-3 ແບບສູ້ບໍ່ໄດ້ເລີຍ ເຊິ່ງແນ່ນອນສະຖິຕິຫຼັງເກມ ກໍາປູເຈຍ ຄອງເກມໄດ້ເຖິງ 64% ແລະ ສ້າງໂອກາດຍິງເຖິງ 15 ຄັ້ງ ( ເຂົ້າເປົ້າ 8 ຄັ້ງ ) ແລະ ເປັນປະຕູ 3 ໜ່ວຍ, ສ່ວນທີມຊາດລາວ ໄດ້ໂອກາດຍິງ 8 ຄັ້ງ ( ເຂົ້າເປົ້າ 3 ຄັ້ງ ).

ຈົບການແຂ່ງຂັນ ກໍາປູເຈຍ ເອົາຊະນະ ພ້ອມເກັບ 3 ຄະແນນທໍາອິດຢຶດທີ 4 ຂອງຕາຕະລາງກຸ່ມ B ຕໍ່ໄປ, ສ່ວນ ທີມຊາດລາວ ລົງແຂ່ງຂັນ 4 ນັດບໍ່ມີຈັກຄະແນນ ໂດຍເສຍໄປເຖິງ 14 ປະຕູ ແລະ ຍິງໄດ້ 1 ປະຕູ ຢຶດອັນດັບທີສຸດທ້າຍຂອງຕາຕະລາງ ໂດຍເປັນຮອງພຽງສະຖິຕິລາຍການນີ້ປີ 2007 ທີ່ ທີມຊາດລາວ ລົງສະໜາມ 3 ນັດເສຍເຖິງ 23 ປະຕູເປັນປີທີ່ເສຍປະຕູຫຼາຍທີ່ສຸດ ເຊິ່ງປີນີ້ ທີມຊາດລາວ ເປັນທີມທີ່ເສຍປະຕູຫຼາຍທີ່ສຸດໃນ AFF SUZUKI CUP 2020 ຫຼາຍກວ່າ ທີມອັນດັບສຸດທ້າຍຂອງກຸ່ມ A ຕີມໍ ເລັສເຕ ລົງສະໜາມ 4 ນັດເສຍລວດ ແລະ ເສຍ 13 ປະຕູ ກອດຄໍກັນຕົກຮອບ.

ນອກນັ້ນ, ໄຊຊະນະນັດນີ້ຍັງເຮັດໃຫ້ ກໍາປູເຈຍ ຊະນະ ທີມຊາດລາວ ໄດ້ 3 ຄັ້ງຕິດຕໍ່ກັນໃນລາຍນີ້ຄືປີ 2016 ຊະນະລາວ 2-1, ປີ 2018 ຊະນະ ລາວ 3-1 ແລະ ປີ 2020 ຊະນະ ລາວ 3-0, ສ່ວນ ທີມຊາດລາວ ຊະນະກໍາປູເຈຍ ໄດ້ພຽງ 1 ຄັ້ງນັບແຕ່ປີ 2000 ໃນລາຍການຄືປີ 2004 ຊະນະກໍາປູເຈຍ 2-1 ແລະ ຕ້ອງຫາໄຊຊະນະໃນລາຍການນີ້ຕໍ່ໄປໃນຄັ້ງຕໍ່ປີຄືປີ 2022 ( ສ່ວນສະຖິຕິທີ່ອື່ນໆຂອງທີມຊາດລາວ ເບິ່ງໃນຄລິບລຸ່ມນີ້ )

ສິ່ງທີ່ເຫັນໄດ້ຈາກ AFF SUZUKI CUP 2020 ທີມຊາດລາວ ຖືກຈັບຢູ່ໃນກຸ່ມທີ່ແຂງແກ່ນທີ່ສຸດ ເຖິງວ່າ ທີມຊາດລາວ ຈະມີການພັດທະນາຂຶ້ນ ແຕ່ການບໍ່ໄດ້ແຂ່ງຂັນຕໍ່ເນື່ອງກໍມີຜົນຫຼາຍ ເພາະປີນີ້ ລາວລີກ ຖືກໂຈະຕັ້ງແຕ່ເດືອນມີນາເປັນຕົ້ນມາ ເຮັດໃຫ້ນັກເຕະລາວບໍ່ມີເວທີໃນການແຂ່ງຂັນໃນລີກເຮັດໃຫ້ການພັດທະນາບໍ່ດີເທົ່າທີ່ຄວນ, ແຕ່ຊາດອື່ນມີການພັດທະນາຫຼາຍຍິ່ງກວ່າ ໂດຍສະເພາະ ກໍາປູເຈຍ ໃນເມື່ອກ່ອນບໍ່ແມ່ນຄູ່ແຂ່ງຂອງທີມຊາດລາວ, ແຕ່ດຽວນີ້ ທີມຊາດລາວ ບໍ່ແມ່ນຄູ່ແຂ່ງຂອງ ກໍາປູເຈຍ. ຢ່າງໃດກໍຕາມ ຂໍໃຫ້ຄັ້ງນີ້ເປັນບົດຮຽນ  ເພື່ອກັບມາພັດທະນາຕໍ່ໄປ,​ ເລີ່ມໃໝ່, ເຮັດໃໝ່ ແລະ ເຮັດໃຫ້ໜັກວ່າເກົ່າ ເລີ່ມຈາກການແຂ່ງຂັນບານເຕະໃນເທດບໍ່ວ່າຈະເປັນລາວລີກ 1 ແລະ ລີກ 2.

ຂ່າວ: ຫຼ້າ MKP ໜັງສືພິມເສດຖະກິດ-ການຄ້າ
ຂອບໃຈຮູບຈາກ: ສະຫະພັນບານເຕະແຫ່ງຊາດລາວ