R.I.P 6 ລະນີຈາກໄປເພາະໂຄວິດມື້ນີ້ ມີຊາຍໜຸ່ມໄວ 23 ປີ ຢູ່ຫຼວງພະບາງ

252

ຮອດປັດຈຸບັນ ມີຜູ້ຕິດເຊື້ອສະສົມ ຢຸ່ໃນ ສປປ ລາວ ທັງໝົດ 94.554 ກໍລະນີ, ຄົນເຈັບຫາຍດີອອກໂຮງໝໍມື້ວານນີ້ 685 ຄົນ, ກໍາລັງປິ່ນປົວ 12.228 ຄົນ ແລະ ເສຍຊີວິດສະສົມທັງໝົດ 262 ຄົນ (ໃໝ່ 6 ຄົນ).
ຂໍ້ມູນສຳລັບຄົນທີ່ເສຍຊີວິດໃໝ່ 06 ຄົນ ລາຍລະອຽດ ດັ່ງນີ້

1 ເພດຍິງ ອາຍຸ 72ປີ, ບ້ານໜອງໄຮ, ເມືອງຫາດຊາຍຟອງ, ນະຄອນຫຼວງວຽງຈັນ ສັກຢາວັກຊີນຄົບ
2 ເພດຍິງ ອາຍຸ 38 ປີ, ບ້ານ ດອນກອຍ, ເມືອງສີສັດຕະນາກ, ນະຄອນຫຼວງວຽງຈັນ
ພະຍາດປະຈຳໂຕ: ເບົາຫວານ ສັກຢາວັກຊີນຄົບ

3 ເພດຊາຍ ອາຍຸ 67 ປີ, ບ້ານ ໜອງຊາຍ, ເມືອງ ຫຼວງພະບາງ, ແຂວງ ຫຼວງພະບາງ
ພະຍາດປະຈຳໂຕ: ໄຂ່ຫຼັງຊຸດໂຊມ, ຄວາມດັນເລືອດສູງ ແລະ ເບົາຫວານ ບໍ່ໄດ້ສັກວັກຊີນກັນໂຄວິດ
4 ເພດຊາຍ ອາຍຸ 23 ປີ, ບ້ານ ຂົວທີ່1, ເມືອງ ຫຼວງພະບາງ, ແຂວງ ຫຼວງພະບາງ ພະຍາດປະຈຳໂຕ ຕັບແຂງ ໄດ້ສັກວັກຊິນຄົບ

5 ເພດຍິງ ອາຍຸ 60 ປີ, ບ້ານ: ໂນນຄໍາ, ເມືອງ: ເລົ່າງາມ, ແຂວງ: ສາລະວັນ
ພະຍາດປະຈຳໂຕ: ເບົາຫວານ, ຄວາມດັນເລືອດສູງ, ໄຂ່ຫລັງຊຸດໂຊມ ແລະ ເປັນກະດັນຕັບ ສັກຢາວັກຊີນຄົບ
6 ເພດຍິງ ອາຍຸ 30 ປີ, ບ້ານ ປ່າຂາມ, ເມືອງ ຫຼວງພະບາງ, ແຂວງ ຫຼວງພະບາງ
ພະຍາດປະຈຳໂຕ ໄຂ່ຫລັງຊຸດໂຊມ

ຂໍສະແດງຄວາມເສຍໃຈ ມານຳຄອບຄົວ ແລະ ຍາດຕິພີ່ນ້ອງ ທີ່ໄດ້ສູນເສຍຄົນທີ່ຮັກ ແລະ ເຄົາລົບໃນຄອບຄົວ ມານະທີ່ນີ້ດ້ວຍ