ຍອດຂາຍລົດໃນຫວຽດນາມ ເພີ່ມຂຶ້ນ 30% ໃນເດືອນພະຈິກ

145

ສຳ​ນັກ​ຂ່າວ​ຊິນ​ຮ​ວາ​ລາຍ​ງານ​ວ່າ ສະ​ມາ​ຄົມ​ຜູ້​ຜະ​ລິດ​ລົດ​ຍົນ​ຂອງ​ຫວຽດ​ນາມ (VAMA) ເປີດ​ເຜີຍ​ວ່າ: ຍອດ​ຈຳ​ໜ່າຍ​ລົດ​ຍົນ​ໃນ​ຫວຽດ​ນາມ​ໃນ​ເດືອນ​ພະ​ຈິກ 2021 ເພີ່ມ​ຂຶ້ນ 30% ເມື່ອ​ທຽບ​ກັບ​ເດືອນ​ຕຸ​ລາ ແລະ ເພີ່ມ​ຂຶ້ນ 6% ເມື່ອ​ທຽບ​ໃສ່​ໄລ​ຍະ​ດຽວ​ກັນ​ຂອງ​ປີ​ຜ່ານ​ມາ ເນື່ອງ​ຈາກ​ຄວາມ​ຕ້ອງ​ການ​ໃຊ້​ລົດ​ເພີ່ມ​ຂຶ້ນ​ໃນ​ຊ່ວງ​ທ້າຍ​ປີ​ນີ້ ໂດຍ​ບັນ​ດາ​ບໍ​ລິ​ສັດ​ຈຳ​ໜ່າຍ​ລົດ​ຍົນ ໄດ້​ຈັດ​ກິດ​ຈະ​ກຳ​ສົ່ງ​ເສີມ​ການ​ຂາຍ​ຢ່າງ​ຕໍ່​ເນື່ອງ ລວມ​ທັງຫຼຸດ​ຄ່າ​ທຳ​ນຽມ​ການ​ຂຶ້ນ​ທະ​ບຽນ​ໃໝ່ ເປັນ​ໄປ​ໄຈຫຼັກ​ທີ່​ເຮັດ​ໃຫ້​ຍອດ​ຂາຍ​ເພີ່ມ​ຂຶ້ນ​ໃນ​ເດືອນ​ພະ​ຈິກ.

ສະ​ມາ​ຄົມ​ຜູ້​ຜະ​ລິດ​ລົດ​ຫວຽດ​ນາມ​ເປີດ​ເຜີຍ​ວ່າ ຍອດ​ຂາຍ​ລົດ​​ໃຫຍ່ໃນ​ຫວຽດ​ນາມ​ໃນ 11 ເດືອນ​ຂອງ​ປີ 2021 ຢູ່​ທີ່ 257.390 ຄັນ ເພີ່ມ​ຂຶ້ນ 3% ເມື່ອ​ທຽບ​ກັບ​ໄລ​ຍະ​ດຽວ​ກັນ​ຂອງ​ປີ​ຜ່ານ​ມາ ໂດຍຍອດ​ຂາຍ​ລົດ​ທີ່​ປະ​ກອບ​ຢູ່​ພາຍ​ໃນ​ປະ​ເທດຫຼຸດ​ລົງ 10%, ຂະ​ນະ​ທີ່ຍອດ​ຂາຍ​ລົດ​ນຳ​ເຂົ້າ​ເພີ່ມ​ຂຶ້ນ 26% ເມື່ອ​ທຽບ​ໃສ່​ໄລ​ຍະ​ດຽວ​ກັນ​ຂອງ​ປີ​ຜ່ານ​ມາ.