ອົງການແພລນ ຮ່ວມມື ກົມສົ່ງເສີມການຄ້າ ສົ່ງເສີມ SMEs ເຊື່ອມຕໍ່ຕ່ອງໂສ້ອຸດສາຫະກໍາທ່ອງທ່ຽວລາວແບບຍືນຍົງ ໃນ3ແຂວງ11ເມືອງ

306

ກົມສົ່ງເສີມການຄ້າ ກະຊວງ ອຸດສາຫະກໍາ ແລະ ການຄ້າ (ອຄ) ແລະ ອົງການ ແພລນ ສາກົນ ປະຈໍາ ສປປ ລາວ ໄດ້ເຊັນບົດບັນທຶກຄວາມເຂົ້າໃຈ ເພື່ອສົ່ງເສີມຈຸນລະວິສາຫະກິດ, ວິສາຫະກິດຂະໜາດນ້ອຍ ແລະ ກາງ ໃນອຸດສາຫະກໍາທ່ອງທ່ຽວລາວ ໃນວັນທີ 15 ທັນວາ 2021.

ເຂົ້າຮ່ວມເປັນສັກຂີພິຍານຂອງທ່ານ ຄຳແພງ ໄຊສົມແພງ ລັດຖະມົນຕີກະຊວງອຸດສາຫະກຳ ແລະ ການຄ້າ; ທ່ານ ນາງ ຈັນທະຈອນ ວົງໄຊ ຮອງປະທານສະພາການຄ້າ ແລະ ອຸດສາຫະກຳແຫ່ງຊາດລາວ; ທ່ານ ສົມເພັດ ນໍລະສິງ ຫົວໜ້າກົມສົ່ງເສີມການຄ້າ; ທ່ານ ນາງ ອີນາ ມາຈູລິໂອນີແຕ ເອກອັກຄະລັດຖະທູດ ສະຫະພາບເອີຣົບ; ທ່ານ ແສງສັນຕີສິດ ຊະນະສີສານ ຮັກສາການຜູ້ອໍານວຍການ ອົງການ ແພລນ ສາກົນ ປະຈໍາລາວ ແລະ ພາກສ່ວນກ່ຽວຂ້ອງເຂົ້າຮ່ວມຜ່ານລະບົບທາງໄກ.

ການຈັດຕັ້ງປະຕິບັດ ຈະຜ່ານໂຄງການ “SUSTOUR Laos” ທີ່ໄດ້ຮັບທຶນຈາກ ສະຫະພາບເອີຣົບ ໂຄງກງານດັ່ງກ່າວມີຈຸດປະສົງໃນການພັດທະນາຄວາມຍືນຍົງ ໃນອຸດສາຫະກໍາທ່ອງທ່ຽວລາວ ໂດຍການເຊື່ອມຕໍ່ຈຸນລະວິສາຫະກິດ, ວິສາຫະກິດຂະໜາດນ້ອຍ ແລະ ກາງ (SMEs) ເຂົ້າໃນຕ່ອງໂສ້ອຸດສາຫະກໍາທ່ອງທ່ຽວຜ່ານການສົ່ງເສີມ ແລະ ຢັ້ງຢືນແນວທາງການປະຕິບັດຂອງການບໍລິໂພກ ແລະ ການຜະລິດແບບຍືນຍົງຂອງຈຸນລະວິສາຫະກິດ, ວິສາຫະກິດຂະໜາດນ້ອຍ ແລະ ກາງ ໃນທ້ອງຖິ່ນ.

ທ່ານ ແສງສັນຕີສິດ ຊະນະສີສານ ກ່າວວ່າ: ອົງການແພລນສາກົນ ຮູ້ສຶກເປັນກຽດ ແລະ ຍິນດີທີ່ມີໂອກາດໄດ້ເປັນຜູ້ນໍາພາຈັດຕັ້ງປະຕິບັດ ໂຄງການ SUSTOUR Laos ຮ່ວມກັບ ກົມສົ່ງເສີມການຄ້າ, ສະຫະພາບເອີຣົບ ແລະ ບັນດາຄູ່ຮ່ວມງານຫຼັກຂອງໂຄງການ, ໂຄງການຈະສ້າງໂອກາດ ຮ່ວມກັບ ຄູ່ຮ່ວມງານພາກລັດ ແລະ MSMEs ເພື່ອສົ່ງເສີມການຟື້ນຕົວແບບຍືນຍົງ ໃນອຸດສາຫະກໍາທ່ອງທ່ຽວ ເຊິ່ງຖືກກະທົບຢ່າງໜັກຈາກໂລກລະບາດ ໂຄວິດ-19. ໂຄງການຈະຊ່ວຍພັດທະນາ ແລະ ປູທາງເພື່ອກ້າວໄປສູ່ເສັ້ນທາງເສດຖະກິດສີຂຽວ ແລະ ປັບປຸງແນວທາງການປະຕິບັດການທ່ອງທ່ຽວ ທີ່ປະຊາຊົນໃນຊຸມຊົນມີສ່ວນຮ່ວມແບບຍືນຍົງ ໂດຍການເຮັດວຽກຢ່າງໃກ້ຊິດກັບສະມາຊິກໃນຊຸມຊົນ ແລະ MSMEs ເພື່ອຫຼຸດຜ່ອນຜົນກະທົບທາງດ້ານສັງຄົມ ແລະ ສິ່ງແວດລ້ອມຈາກການທ່ອງທ່ຽວ. ນີ້ແມ່ນການປະກອບສ່ວນທີ່ສໍາຄັນເພື່ອເຮັດໃຫ້ອຸດສາຫະກຳການທ່ອງທ່ຽວດີຂຶ້ນ ແລະ ເຂັ້ມແຂງຂຶ້ນກວ່າເກົ່າ.”

ໂຄງການຈະສ້າງຄວາມຕ້ອງການທາງດ້ານຕະຫຼາດ ໃຫ້ກັບທຸລະກິດທີ່ມີແນວທາງການປະຕິບັດແບບຍືນຍົງ ໂດຍການໂຄສະນາເພື່ອປູກຈິດສຳນຶກໃຫ້ແກ່ກຸ່ມຜູ້ປະກອບການຈຸນລະວິສາຫະກິດ, ວິສາຫະກິດຂະໜາດນ້ອຍ ແລະ ກາງ ໂດຍສະເພາະ ແມ່ນນັກທ່ອງທ່ຽວ ພາຍໃນ ແລະ ຕ່າງປະເທດ ແລະ ບໍລິສັດທ່ອງທ່ຽວລະດັບສາກົນ ຜ່ານການສົ່ງເສີມການຂາຍ ແລະ ກິດຈະກໍາທາງການຕະຫຼາດ, ໃນທີ່ສຸດສິ່ງເຫຼົ່ານີ້ແມ່ນຜົນປະໂຫຍດໃຫ້ແກ່ທຸລະກິດໃນອຸດສາຫະກຳທ່ອງທ່ຽວໃນປະເທດລາວທີ່ມີແນວທາງການປະຕິບັດແບບຍືນຍົງ ພ້ອມທັງໄດ້ປຽບໃນການແຂ່ງຂັນກໍຄືການເພີ່ມລາຍຮັບ ແລະ ເພີ່ມໂອກາດໃນການຈ້າງງານ.

ທ່ານ ໄຊສົມເພັດ ນໍລະສິງ ກ່າວວ່າ: ນີ້ແມ່ນການເລີ່ມຕົ້ນທີ່ສໍາຄັນ ໃນການສົ່ງເສີມ ການຟື້ນຕົວໃນໄລຍະຍາວ ຂອງຂະແໜງການທ່ອງທ່ຽວແບບຍືນຍົງ ແລະ ເພື່ອປະກອບສ່ວນເຂົ້າໃນຍຸດທະສາດການເຕີບໂຕຕາມທິດສີຂຽວ ຂອງ ສປປ ລາວ, ແຜນພັດທະນາເສດຖະກິດ-ສັງຄົມ 5 ປີ ຄັ້ງທີ IX ແລະ ຍຸດທະສາດການທ່ອງທ່ຽວແຫ່ງຊາດ ໂດຍເນັ້ນໃສ່ ການສ້າງຄວາມອາດສາມາດ ແລະ ສົ່ງເສີມໃຫ້ຜູ້ປະກອບການຕິດພັນກັບທິດທາງ ແລະ ນະໂຍບາຍການນຳໃຊ້ຊັບພະຍາ ກອນທຳມະຊາດ ແລະ ວັດຖຸດິບຢ່າງປະຢັດ, ມີປະໂຫຍດ ແລະ ມີຄວາມຮັບຜິດຊອບຕໍ່ກັບສັງຄົມ ແລະ ສິ່ງແວດລ້ອມຂອງລັດຖະບານ ເພື່ອໃຫ້ມີການເຕີບໂຕແບບຍືນຍົງຮອບດ້ານ ແລະ ຫັນເປັນທຸລະກິດທີ່ມີຄວາມຮັບຜິດຊອບຕໍ່ສັງຄົມ.” ໂຄງການ SUSTOUR Laos ຈັດຕັ້ງປະຕິບັດໂດຍ ອົງການແພລນສາກົນ ແລະ ຄູ່ຮ່ວມງານຫຼັກ ກົມສົ່ງເສີມການຄ້າ, ກະຊວງອຸດສາຫະກໍາ ແລະ ການຄ້າ ແລະ ສູນການທ່ອງທ່ຽວແບບນິເວດ ແລະ ກະສິກໍາຂອງເອີຣົບ (ECEAT).

ທ່ານ ຄໍເນີ້ ເບດາດ ຜູ້ຈັດການໂຄງການ ກ່າວວ່າ: ໂຄງການຈະຈັດຕັ້ງປະຕິບັດ ຢູ່ 11 ເມືອງເປົ້າໝາຍ ໃນ3ແຂວງ ຄື:ຫຼວງພະບາງ, ແຂວງວຽງຈັນ ແລະ ນະຄອນຫຼວງວຽງຈັນ ເຊິ່ງຈະປະຕິບັດໂຄງການຮອດກາງປີ 2024;ນະຄອນຫຼວງວຽງຈັນມີ ເມືອງ ຈັນທະບູລີ, ສີສັດຕະນາກ, ສີໂຄດຕະບອງ, ໄຊເສດຖາ ແລະ ຫາດຊາຍຟອງ; ແຂວງ ວຽງຈັນມີ ເມືອງ ວັງວຽງ, ແກ້ວອຸດົມ ແລະ ໂພນໂຮງ;ແຂວງ ຫຼວງພະບາງມີ ນະຄອນຫຼວງພະບາງ, ເມືອງ ຈອມເພັດ ແລະ ປາກອູ.

ກິດຈະກຳຫຼັກທີ 1ແມ່ນ ສົ່ງເສີມຈຸນລະວິສາຫະກິດ, ວິສາຫະກິດຂະໜາດນ້ອຍ ແລະ ກາງ ໃນຕ່ອງໂສ້ການຜະລິດໃຫ້ຕິດພັນກັບອຸດສາຫະກໍາທ່ອງທ່ຽວລາວໃຫ້ມີຄວາມຍືນຍົງ; ກິດຈະກຳຫຼັກທີ 2ແມ່ນ ສົ່ງເສີມ ແລະ ສະໜັບສະໜູນໃຫ້ບັນດາຫົວໜ່ວຍທຸລະກິດ ໃນ ສປປ ລາວ ໄດ້ຮັບການຫັນໄປສູ່ການດຳເນີນທຸລະກິດແບບຍືນຍົງ; ກິດຈະກຳຫຼັກທີ 3ແມ່ນ ສັງລວມຄວາມຕ້ອງການຂອງບັນດາຫົວໜ່ວຍທຸລະກິດໃນອຸດສາຫະກໍາທ່ອງທ່ຽວແບບຍືນຍົງ, ໂຄງການດັ່ງມີມູນຄ່າ 731.301 ໂດລາ ເລີ່ມຈາກການອະນຸມັດບົດບັນທຶກໂຄງການ ຈົນເຖິງ 31 ກໍລະກົດ 2024 ໂດຍແມ່ນສະຫະພາບເອີຣົບ ແລະ ອົງການ ແພລນ ສາກົນ ເຢຍລະມັນ ເປັນຜູ້ສະໜັບສະໜູນທຶນ.