ລາຍລະອຽດຜູ້ເສຍຊີວິດໃໝ່ 6 ກໍລະນີ, ນະອຄນຫຼວງ 4 ຄົນ

99

ຮອດປັດຈຸບັນ ມີຜູ້ຕິດເຊື້ອສະສົມ ຢຸ່ໃນ ສປປ ລາວ ທັງໝົດ 93.061 ກໍລະນີ, ຄົນເຈັບຫາຍດີອອກໂຮງໝໍມື້ວານນີ້ 714 ຄົນ, ກໍາລັງປິ່ນປົວ 12.015 ຄົນ ແລະ ເສຍຊີວິດສະສົມທັງໝົດ 256 ຄົນ (ໃໝ່ 6 ຄົນ).
1 ເພດຊາຍ, ອາຍຸ 50 ປີ, ບ້ານ ພະທາວ, ເມືອງ ທຸລະຄົມ, ແຂວງ ວຽງຈັນ ເປັນຄົນມີສຸຂະພາບແຂງແຮງດີ, ບໍ່ໄດ້ຮັບການສັກວັກຊິນປ້ອງກັນໂຄວິດ-19

2 ເພດຊາຍ, 56 ປີ, ບ້ານລາດຊະວົງໄຊ, ນະຄອນໄກສອນ, ແຂວງ ສະຫວັນນະເຂດ (ນັບເປັນຄົນແຂວງວຽງຈັນ) ພະຍາດປະຈໍາຕົວ ເບົາຫວານ ແລະ ຄວາມດັນເລືອດສູງ
ໄດ້ຮັບການສັກວັກຊິນປ້ອງກັນໂຄວິດ-19 ຄົບ

3 ເພດຍິງ, ອາຍຸ 70 ປີ ບ້ານ ໂພນໝີໄຕ້, ເມືອງ ວຽງຄຳ, ແຂວງ ວຽງຈັນ ພະຍາດປະຈຳຕົວ ຫືດ ແລະ ພະຍາດປອດອຸດຕັນຊ້ຳເຮື້ອ ໄດ້ຮັບການສັກວັກຊິນປ້ອງກັນໂຄວິດ-19 ຄົບ
4 ເພດຍິງ, ອາຍຸ 38 ປີ, ບ້ານດອນກອຍ, ເມືອງ ສີສັດຕະນາກ, ນະຄອນຫລວງພະຍາດປະຈໍາຕົວ: ເບົາຫວານ, ໄດ້ຮັບການສັກວັກຊິນປ້ອງກັນໂຄວິດ-19 ຄົບ

5 ເພດຍິງ, ອາຍຸ 56 ປີ, ບ້ານ ໂພນເງິນ, ເມືອງ ຫາດຊາຍຟອງ, ນະຄອນຫຼວງ
6 ເພດຊາຍ, ອາຍຸ 86 ປີ, ບ້ານໂພນໄຊ, ເມືອງໄຊທານີ, ນະຄອນຫລວງ

ຂໍສະແດງຄວາມເສຍໃຈ ມານຳຄອບຄົວ ແລະ ຍາດຕິພີ່ນ້ອງ ທີ່ໄດ້ສູນເສຍຄົນທີ່ຮັກ ແລະ ເຄົາລົບໃນຄອບຄົວ ມານະທີ່ນີ້ດ້ວຍ