ນາຍົກ ເນັ້ນໃຫ້ 2 ຂະແໜງເສົາຄໍ້າ ເລັ່ງແກ້ໄຂດ້ານເສດຖະກິດ-ເງິນຕາ ແລະ ການລົງທຶນໃຫ້ຫັນປ່ຽນຢ່າງແທ້ຈິງ

210

ນາຍົກເນັນໃຫ້ກະຊວງແຜນການແລະການລົງທຶນ ກັບກະຊວງການເງິນ ຈັດຕັ້ງຜັນຂະຫຍາຍວາລະແຫ່ງຊາດ ກ່ຽວກັບການແກ້ໄຂຄວາມຫຍຸ້ງ ຍາກດ້ານເສດຖະກິດ-ການເງິນໃຫ້ເປັນຮູບປະທໍາ; ປະຕິຮູບລະບົບການລົງທຶນຂອງລັດໃຫ້ມີການຫັນປ່ຽນໃໝ່ຢ່າງແທ້ຈິງ.

ໃນວັນທີ14 ທັນວາ 2021 ທ່ານ ພັນຄຳ ວິພາວັນ ນາຍົກລັດຖະມົນຕີ ໄດ້ເຂົ້າຮ່ວມ ແລະ ໃຫ້ທິດຊີ້ນຳຕໍ່ກອງປະຊຸມສະຫລຸບວຽກງານແຜນການ-ການລົງທຶນ ແລະ ການເງິນ ປະຈຳປີ 2021 ແລະ ທິດທາງແຜນການປີ 2022 ຜ່ານລະບົບທາງໄກ.

ທ່ານ ພັນຄຳ ວິພາວັນ ໄດ້ໂອ້ລົມສະແດງຄວາມຍ້ອງຍໍຊົມເຊີຍຕໍ່ຜົນງານທີ່ສອງຂະແໜງການປະຕິບັດສຳເລັດຜ່ານມາ ແລະ ຕ້ອງໄດ້ເອົາໃຈໃສ່ຕື່ມບາງບັນຫາເພື່ອຮັບປະກັນໃຫ້ໄດ້ຕາມທິດທາງຄາດໝາຍທີ່ວາງໄວ້ຄື:
1. ສືບຕໍ່ເອົາໃຈໃສ່ສຶກສາອົບຮົມການເມືອງ-ແນວຄິດ ໃຫ້ພະນັກງານຢູ່ໃນຂົງເຂດແຜນການ-ການລົງທຶນ ແລະ ຂົງເຂດການເງິນໃຫ້ມີຄວາມຈົ່ງຮັກພັກດີ ມີຈັນຍາບັນ ຮັກວິຊາຊີບ ມີຄວາມອົດທົນເສຍສະຫຼະ ແລະ ປະຕິບັດວິໄນທາງດ້ານແຜນການ-ການເງິນຢ່າງເຄັ່ງຄັດ
2. ເປັນເຈົ້າການປະສານສົມທົບໃນການຈັດຕັ້ງຜັນຂະຫຍາຍວາລະແຫ່ງຊາດກ່ຽວກັບການແກ້ໄຂຄວາມຫຍຸ້ງຍາກດ້ານເສດຖະກິດ-ການເງິນໃຫ້ເປັນຮູບປະທຳ ນຳໃຊ້ທຸກນະໂຍບາຍ ແລະ ມາດຕະ ການແກ້ໄຂຄຸ້ມຄອງເສດຖະກິດມະຫາພາກໃຫ້ມີສະຖຽນລະພາບໂດຍພື້ນຖານ, ແກ້ໄຂຄວາມກົດດັນດ້ານເສດຖະກິດໃຫ້ຜ່ອນເບົາລົງເທື່ອລະກ້າວເຮັດໃຫ້ເສດຖະກິດ ສືບຕໍ່ຂະຫຍາຍຕົວຕາມລະດັບຄາດໝາຍທີ່ວາງໄວ້ .


3 ສືບຕໍ່ເອົາໃຈໃສ່ປະຕິບັດບັນດາມາດຕະການເຝົ້າລະວັງ ສະກັດກັ້ນ ຄວບຄຸມ ແລະ ຄົ້ນຄວ້າສ້າງນະໂຍບາຍ ມາດຕະການແກ້ໄຂຜົນກະທົບການແຜ່ລະບາດຂອງພະຍາດໂຄວິດ-19 ຕໍ່ເສດຖະ ກິດຢ່າງມີຈຸດສຸມ ພ້ອມທັງກຽມຄວາມພ້ອມຮອບດ້ານໃນການເປີດປະເທດຢ່າງລະມັດລະວັງ ສຸມໃສ່ຢ່າງເລັ່ງດ່ວນໃນການຈັດຕັ້ງປະຕິບັດບັນດານະໂຍບາຍ ແລະ ມາດຕະການໃນການຄຸ້ມຄອງເສດຖະ ກິດມະຫາພາກທາງດ້ານການເງິນ-ເງິນຕາ ເພື່ອສ້າງຄວາມໝັ້ນທ່ຽງໃຫ້ເສດຖະກິດ ແລະ ສ້າງຄວາມເຊື່ອໝັ້ນໃຫ້ແກ່ນັກລົງທຶນ ແລະ ຜູ້ປະກອບການຕໍ່ກັບສະພາບເສດຖະກິດຂອງປະເທດ ສ້າງກົນໄກ ແລະ ຮູບແບບສົ່ງເສີມການເຂົ້າເຖິງແຫຼ່ງທຶນໃຫ້ແກ່ບັນດາວິສາຫະກິດໃຫ້ເປັນຮູບປະທຳຫຼາຍຂຶ້ນ ທັງນຳໃຊ້ເຄື່ອງມືທີ່ທັນສະໄໝເຂົ້າມາຊ່ວຍໃນການຄຸ້ມຄອງການດໍາເນີນງານ ເພື່ອຫຼຸດຕົ້ນທຶນໃນການ ຈັດຕັ້ງປະຕິບັດ ແລະ ສ້າງຄວາມສະດວກໃຫ້ນັກລົງທຶນ ແລະ ຜູ້ປະກອບການສາມາດເຂົ້າເຖິງແຫຼ່ງທຶນ ແລະ ຂໍ້ມູນໄດ້ໄວຂຶ້ນ.

4. ປະຕິຮູບລະບົບການລົງທຶນຂອງລັດໃຫ້ມີການຫັນປ່ຽນໃໝ່ຢ່າງແທ້ຈິງ ຈັດບຸລິມະສິດໂຄງ ການລົງທຶນຂອງລັດ ແລະ ສຸມໃສ່ໂຄງການທີ່ຈຳເປັນຮີບດ່ວນໂດຍໄລ່ລຽງທຸກການລົງທຶນຕ້ອງໃຫ້ມີປະສິດທິຜົນມີຜົນຕອບແທນສູງ ແລະ ເຫັນຜົນໄວດ້ານເສດຖະກິດ.
5. ປັບປຸງວຽກງານສົ່ງເສີມ ແລະ ຄຸ້ມຄອງການລົງທຶນຂອງເອກະຊົນພາຍໃນ ແລະ ຕ່າງ ປະເທດຢ່າງແຂງແຮງ ເປັນເຈົ້າການສູງໂດຍການບຸກທະລຸແກ້ໄຂຂອດຂັ້ນການບໍລິການປະຕູດຽວໃຫ້ໄດ້ໄວ ເພີ່ມທະວີການຈັດຕັ້ງປະຕິບັດຄໍາສັ່ງເລກທີ 02/ນຍ ແລະ 03/ນຍ ຢ່າງເຂັ້ມງວດຮັບປະກັນຄຸນນະພາບຮັບປະກັນຄວາມຖືກຕ້ອງໂປ່ງໃສໜ້າເຊື່ອຖື.
6. ສືບຕໍ່ຄຸ້ມຄອງ ແລະ ສົ່ງເສີມເຂດເສດຖະກິດພິເສດໃຫ້ກາຍເປັນກຳລັງແຮງສຳຄັນໃນການພັດທະນາເສດຖະກິດ, ພັດທະນາເສດຖະກິດພິເສດໃຫ້ມີຈຸດສຸມ ມີຈຸດພິເສດສະເພາະທີ່ແຕກຕ່າງ ສາ ມາດແຂ່ງຂັນໄດ້ໂດຍການນໍາໃຊ້ທຸກທ່າແຮງທີ່ມີຢ່າງເຕັມສ່ວນ ການຜະລິດຢູ່ພາຍໃນເຂດເສດຖະກິດພິເສດຕ້ອງເປັນຕົວແບບທາງດ້ານການນຳໃຊ້ເຕັກໂນໂລຊີ.


7. ສຶບຕໍ່ເລັ່ງປະຕິຮູບວຽກງານການເງິນຢ່າງເລິກເຊິງ ຮອບດ້ານ ແລະ ແຂງແຮງຕາມຍຸດທະສາດທີ່ລັດຖະບານໄດ້ຮັບຮອງໃຫ້ມີຄວາມຄືບໜ້າໄວ ແລະ ຮັບປະກັນການເກັບລາຍຮັບໃຫ້ໄດ້ຕາມແຜນ ແລະ ລື່ນແຜນໄດ້ຍິ່ງເປັນການດີເພື່ອໃຫ້ສົມຄູ່ກັບທ່າແຮງ ສູ້ຊົນຈັດຕັ້ງປະຕິບັດແຜນງົບປະ ມານແຫ່ງລັດ ປີ 2021 ໃຫ້ບັນລຸໄດ້ຕາມລະດັບຄາດໝາຍ ພ້ອມດຽວກັນໃນປີ 2022 ຕ້ອງໄດ້ສືບຕໍ່ການປັບປຸງກົນໄກ ການຫັນເປັນທັນສະໄໝ ແລະ ການບັງຄັບໃຊ້ກົດໝາຍ ລວມທັງການສະກັດກັ້ນການຮົ່ວໄຫຼງົບປະມານເພື່ອສາມາດເພີ່ມລາຍຮັບໃຫ້ສູງຂຶ້ນ.

8. ເປັນເຈົ້າການປະສານໃນການຈັດຕັ້ງປະຕິບັດແຫ່ງຊາດ ວ່າດ້ວຍການແກ້ໄຂຄວາມຫຍຸ້ງຍາກດ້ານເສດຖະກິດ-ງົບປະມານ ໂດຍການທົບທວນຄືນບັນດານະໂຍບາຍກົດໝາຍ ແລະ ນິຕິກຳໃຕ້ກົດໝາຍ ທີ່ປະກາດໃຊ້ໃນປັດຈຸບັນ ແລະ ຄົ້ນຄວ້າສ້າງກົດໝາຍ ແລະ ນິຕິກຳໃໝ່ ປະສານສົມທົບກັບ ບັນດາກະຊວງທີ່ກ່ຽວຂ້ອງ ໃນການສ້າງກົນໄກຄຸ້ມຄອງແຫຼ່ງລາຍຮັບໃຫ້ກົມກຽວ ແລະ ວ່ອງໄວ ປະຕິຮູບກົນໄກການຄຸ້ມຄອງລາຍຮັບງົບປະມານຢ່າງແຂງແຮງດ້ວຍການປັບປຸງ ແລະ ຂະຫຍາຍລະບົບການຄຸ້ມຄອງລາຍຮັບແບບທັນສະໄໝ ພັດທະນາຂະແໜງການເງິນ ໂດຍສະເພາະແມ່ນໂຄງການຄຸ້ມຄອງລະບົບຂໍ້ມູນຂ່າວສານ, ສ່ວຍສາອາກອນ ສ້າງລະບົບຄຸ້ມຄອງຖານຂໍ້ມູນການເງິນແບບລວມສູນ ຄຸ້ມຄອງລາຍຮັບງົບປະມານແຫ່ງລັດເຂົ້າໃນລະບົບລວມສູນ ໂດຍມີການສົມທົບກັບກະຊວງເຕັກໂນໂລຊີ ແລະ ການສື່ສານ ແລະ ຄູ່ຮ່ວມຍຸດທະສາດການພັດທະນາ ແລະ ອື່ນໆ.