ຍັງໜັກຢູ່ເດີ້ ຍອດຜູ້ຕິດເຊື້ອໂຄວິດ19 ໃໝ່ ມື້ນີ້ 1.245 ຄົນ, ເສຍຊີວິດ 6 ກໍລະນີ

120

ທ່ານ ດຣ. ສີສະຫວາດ ສຸດທານີລະໄຊ ຮອງຫົວໜ້າກົມຄວບຄຸມພະຍາດຕິດຕໍ່, ກະຊວງສາທາລະນະສຸກ ລາຍງານກ່ຽວກັບສະພາບການລະບາດຂອງພະຍາດໂຄວິດ-19 ຢູ່ ສປປ ລາວ ປະຈໍາວັນທີ 15 ທັນວາ ປີ 2021 ວ່າ ວັນທີ 14 ທັນວາ 2021, ທົ່ວປະເທດ ໄດ້ເກັບຕົວຢ່າງມາກວດຊອກຫາເຊືື້ອໂຄວິດ-19 ທັງໝົດ 5.792 ຕົວຢ່າງ ໃນຂອບເຂດທົ່ວປະເທດ ແລະ ພົບເຊື້ອ ທັງໝົດ 1.245 ຄົນ (ຕິດເຊື້ອພາຍໃນ ມີ 1.243 ຄົນ ແລະ ຕິດເຊື້ອນໍາເຂົ້າ 02 ຄົນ).
ຂໍ້ມູນໂດຍຫຍໍ້ກ່ຽວກັບ ການຕິດເຊື້ອພາຍໃນໃໝ່ ທັງໝົດ 1.243 ຄົນ ຈາກ 17 ແຂວງ ແລະ ນະຄອນຫຼວງວຽງຈັນ ມີລາຍລະອຽດ ດັ່ງນີ້

ນະຄອນຫຼວງ 616 ຄົນ ໃນ 9 ເມືອງ, ຫຼວງພະບາງ 123 ຄົນ ໃນ 5 ເມືອງ, ອຸດົມໄຊ 108 ຄົນ ໃນ 5 ເມືອງ, ບໍ່ແກ້ວ 103 ຄົນ ໃນ 6 ເມືອງ, ຫຼວງນໍ້າທາ 52 ຄົນ ໃນ 2 ເມືອງ, ສະຫວັນນະເຂດ 48 ຄົນ ໃນ 5 ເມືອງ, ແຂວງວຽງຈັນ 44 ຄົນ ໃນ 7 ເມືອງ, ໄຊຍະບູລີ 29 ຄົນ ໃນ 4 ເມືອງ, ຈຳປາສັກ 26 ຄົນ ໃນ 4 ເມືອງ

ບໍລິຄຳໄຊ 18 ຄົນ ໃນ 5 ເມືອງ, ໄຊສົມບູນ 17 ຄົນ ໃນ 4 ເມືອງ, ຊຽງຂວາງ 12 ຄົນ ໃນ 1 ເມືອງ, ເຊກອງ 12 ຄົນ, ຜົ້ງສາລີ 12 ຄົນ ໃນ 2 ເມືອງ, ຄຳມ່ວນ 9 ຄົນ ໃນ 4 ເມືອງ, ຫົວພັນ 8 ຄົນ ໃນ 3 ເມືອງ, ສາລະວັນ 5 ຄົນ ໃນ 2 ເມືອງ ແລະ ອັດຕະປື 1 ຄົນ

ສ່ວນການຕິດເຊືື້ອນໍາເຂົ້າ ຂອງຜູ້ທີ່ເດີນທາງເຂົ້າປະເທດແມ່ນມີ 02 ຄົນ ຈາກນະຄອນຫຼວງ ແລະ ແຂວງຈຳປາສັກ ທັງໝົດໄດ້ເຂົ້າຈຳກັດຢູ່ສູນຈຳກັດບໍລິເວນ ກ່ອນກວດພົບເຊື້ອ ແລະ ສົ່ງໄປປີ່ນປົວຢູ່ຕາມສະຖານທີ່ປີ່ນປົວທີ່ກຳນົດໄວ້.
ຮອດປັດຈຸບັນ ມີຜູ້ຕິດເຊື້ອສະສົມ ຢຸ່ໃນ ສປປ ລາວ ທັງໝົດ 93.061 ກໍລະນີ, ຄົນເຈັບຫາຍດີອອກໂຮງໝໍມື້ວານນີ້ 714 ຄົນ, ກໍາລັງປິ່ນປົວ 12.015 ຄົນ ແລະ ເສຍຊີວິດສະສົມທັງໝົດ 256 ຄົນ (ໃໝ່ 6 ຄົນ).