ປ່າສະຫງວນນໍ້າກ່ານ ເປົ້າໝາຍແຫຼ່ງທ່ອງທ່ຽວແຫ່ງຕໍ່ໄປຂອງແຂວງບໍ່ແກ້ວ

288

ໃນໂລກນີ້ແມ່ນມີແຫຼ່ງທ່ອງທ່ຽວແສງສີ, ສວນດອກໄມ້ ສິ່ງປະດິດສ້າງສາລະພັດຢ່າງທີ່ປະເທດອື່ນເຮັດມາແລ້ວ ອີງໃສ່ສະພາບເສດຖະກິດຂອງປະເທດນັ້ນໆ ແຕ່ຕ້ອງໄດ້ປັບປ່ຽນໄປຕາມສະຖານະການຈະປ່ອຍເລີຍຮູບແບບເກົ່າດົນໄປກໍບໍໜ້າສົນໃຈ ແຕ່ສຳລັບບ້ານເຮົາຍັງມີສິ່ງໜ້າສົນໃຈຫຼາຍຄືວັດທະນະທຳຊົນເຜົ່າທີ່ຫຼາກຫຼາຍ, ຍັງມີພູຜາປ່າດົງທີ່ເປັນທຳມະຊາດ ຈິ່ງບໍ່ແປກທີ່ຈະໝູນໃຊ້ສິ່ງເຫຼົ່ານີ້ໃຫ້ເປັນແຫຼ່ງທ່ອງທ່ຽວສ້າງຄວາມປະທັບໃຈໃຫ້ແຂກຄົນທີ່ມັກຕ່າງມຸມ.


ຊ່ວງອາທິດທີ່ຜ່ານມາ ກອງຄຸ້ມຄອງປ່າສະຫງວນແຂວງບໍ່ແກ້ວ ເຊິ່ງນໍາໂດຍທ່ານ ບຸນທັນ ສະຕິ, ຫົວໜ້າກອງຄຸ້ມຄອງປ່າສະຫງວນ ພະແນກກະສິກໍາ ແລະ ປ່າໄມ້ແຂວງບໍ່ແກ້ວ ພ້ອມດ້ວຍທີມງານ, ສົມທົບກັບທີມງານ ຈາກຫ້ອງ ການກະສິກໍາ ແລະ ປ່າໄມ້ເມືອງເມິງ ໄດ້ລົງສໍາຫຼວດ ແລະ ຕິດຕາມກວດກາປ່າສະຫງວນແຫ່ງຊາດນໍ້າກ່ານ ໃນຂອບເຂດຄວາມຮັບຜິດຊອບ ຂອງເມືອງເມິງ.


ປ່າສະຫງວນແຫ່ງຊາດນໍ້າກ່ານ ໄດ້ຮັບການສ້າງຕັ້ງໃນປີ 2008 ຕາມດຳລັດ ຂອງນາຍຍົກລັດຖະມົນຕີ ເລກທີ 163/ນຍ, ລົງວັນທີ 19 ກັນຍາ 2008 ທີ່ນອນໃນພື້ນທີ່ຂອງແຂວງບໍ່ແກ້ວ ແລະແຂວງຫຼວງນໍ້າທາ, ມີເນື້ອທີ່ທັງໝົດ 136.000 ເຮັກຕາ ຕາມແຜນຄຸ້ມຄອງປ່າສະຫງວນແຫ່ງຊາດນ້ຳກ່ານ 05 ປີ, ປີ 2020 – ປີ 2025 ຂອງແຂວງບໍ່ແກ້ວ ແມ່ນມີເນື້ອທີ່ 91,878 ຮຕ, ເຊິ່ງກວມເອົາ 3 ເມືອງຂອງແຂວງບໍ່ແກ້ວ ຄື: ເມືອງຫ້ວຍຊາຍ ມີເນື້ອທີ່ 55,829 ເຮັກຕາ, ເມືອງເມີງ ມີເນື້ອທີ່ 27,887 ເຮັກຕາ ແລະ ເມືອງຜາອຸດົມ ມີເນື້ອທີ່ 8,162 ເຮັກຕາ ແລະ ແຂວງຫຼວງນໍ້າທາ ມີເນື້ອທີ່ 44,122 ເຮັກຕາ ກວມເອົາ 2 ເມືອງ ຄື: ເມືອງວຽງພູຄາ ມີເນື້ອທີ່ 31,648 ເຮັກຕາ ແລະ ເມືອງລອງ ມີເນື້ອທີ່ 12,474 ເຮັກຕາ.

ປ່າສະຫງວນແຫ່ງຊາດນໍ້າກ່ານ ແມ່ນໜຶ່ງໃນປ່າສະຫງວນທີ່ມີຄວາມອຸດົມສົມບູນ ເຊິ່ງເຫັນໄດ້ຈາກຄວາມອຸດົມສົມບູນ ຂອງປ່າໄມ້, ຮ່ອງຮອຍການຊອກຫາກິນ ແລະ ຮ່ອງຮອຍການຕໍ່ສູ້ກັນ ຂອງບັນດາສັດປ່າ ແລະ ສັດນໍ້າ ເຊິ່ງສະແດງໃຫ້ເຫັນວ່າ ໃນພື້ນທີ່ດັ່ງກ່າວນີ້ຍັງຄົງຄວາມອຸດົມສົມບູນທາງດ້ານຊີວະນາໆພັນນາໆຊະນິດໄດ້; ນອກນີ້ ເຂດດັ່ງກ່າວຍັງເປັນປ່າສະຫງວນທີ່ມີແລວເຊື່ອມຕໍ່ ລະຫວ່າງ 03 ເມືອງຂອງແຂວງບໍ່ແກ້ວ ແລະ 02 ເມືອງຂອງແຂວງຫຼວງນໍ້າທາ.

ປະຈູບັນປ່າສະຫງວນດັ່ງກ່າວນີ້ ແມ່ນໄດ້ມີການຄຸ້ມຄອງ ແລະ ຕິດຕາມກວດກາ ຈາກທັງພາກລັດ ແລະ ບັນດາໂຄງການຕ່າງໆທີ່ກ່ຽວຂ້ອງ ຕາມວິໄສທັດ “ ອະນຸລັກປ່າສະຫງວນແຫ່ງຊາດນໍ້າກ່ານ ໃຫ້ຍືນຍົງ, ມີຄວາມຫຼາກຫຼາຍດ້ານຊີວະນາໆພັນ, ພູມສັນຖານມີຄວາມຍືນຍົງ ໄປຄຽງຄູ່ກັບການທ່ອງທ່ຽວທໍາມະຊາດ, ເປັນບ່ອນສຶກສາຄົ້ນຄວ້າ ແລະ ຊີວິດການເປັນຢູ່ ຂອງປະຊາຊົນ ໄດ້ຮັບການປັບປຸງດີຂື້ນ ”; ທາງດ້ານວຽກງານການຄຸ້ມຄອງ ແລະ ປົກປັກຮັກສາປ່າສະຫງວນນໍ້າກ່ານໃນຂອບເຂດເມືອງເມິງ ແມ່ນໄດ້ມີການຕັ້ງປ້ອມກວດກາ ແລະ ມີພະນັກງານ ລົງຕິດຕາມກວດກາເປັນປະຈໍາ, ພ້ອມນີ້ ກໍ່ໄດ້ມີການເຄື່ອນໄຫວລາດຕະເວນ ເພື່ອກວດກາ ແລະ ສະກັດກັ້ນ ການບຸກລຸກເນື້ອທີ່ ຂອງປະຊາຊົນເຂດໃກ້ຄຽງ, ໄດ້ມີການຕິດຕັ້ງກ້ອງກັບດັກຖ່າຍຮູບສັດປ່າ ເພື່ອຕິດຕາມການຄົງຄົວ ແລະ ການຂະຫຍາຍພັນ ຂອງບັນດາສັດປ່າຕື່ມອີກ.


ດ້ວຍທ່າແຮງດັ່ງກາວນີ້ ເຂດພື້ນທີ່ດັ່ງກ່າວຈຶ່ງເປັນອີກສະຖາານທີ່ໜຶ່ງ ທີ່ມີຄວາມເໝາະສົມ ແລະ ເປັນທ່າແຮງໃນການພັດທະນາ ໃຫ້ເປັນແຫຼ່ງທ່ອງທ່ຽວໃນເຊີງອານຸລັກ, ເຊິ່ງສະຖານທີ່ແຫ່ງດັ່ງກ່າວນີ້ ມີພື້ນຖານໂຄງລ່າງທີ່ມີຄວາມເໝາະສົມ, ເສັ້ນທາງເຂົ້າເຖິງມີຄວາມສະດວກສະບາຍ ແລະ ຍັງເປັນເຂດເຊື່ອມຕໍ່ຂອງແຂວງບໍ່ແກ້ວ ແລະ ແຂວງຫຼວງນໍ້າທາຕື່ມອີກ. ສະນັ້ນ ຈຶ່ງຂໍເຊີນຊວນບັນດາທ່ານຜູ້ປະກອບການ, ນັກລົງທຶນທັງພາຍໃນ ແລະ ຕ່າງປະເທດ ຜູ້ທີ່ມີຄວາມສົນໃຈ ແລະ ມີຄວາມຮັກທາງດ້ານທໍາມະຊາດ ກໍ່ສາມາດເຂົ້າມາພົວພັນກັບບັນດາພາກສ່ວນທີ່ກ່ຽວຂ້ອງຂອງແຂວງ, ຂອງເມືອງ ເພື່ອພັດທະ ນາ ໃຫ້ກາຍເປັນແຫຼ່ງທ່ຽວທາງດ້ານທໍາມະຊາດໃນຕໍ່ໜ້າ.
ຂຽນໂດຍ: ຄໍາໃຫຍ່ ຜົນຈະເລີນ