ຜູ້ໃຫ້ທຶນພໍໃຈ ການປະຕິບັດໂຄງການເຂົ້າເຖິງແຫຼ່ງທຶນ ເພື່ອຮັບມືຜົນກະທົບແລະຟື້ນຟູຈາກໂຄວິດ-19

312

ກົມສົ່ງເສີມວິສາຫະກິດຂະໜາດນ້ອຍ ແລະ ກາງ (ກສວ), ກະຊວງອຸດສາຫະກຳ ແລະ ການຄ້າ ໃນນາມຜູ້ຄຸ້ມຄອງ ແລະ ຈັດຕັ້ງປະຕິບັດໂຄງການເຂົ້າເຖິງແຫຼ່ງທຶນຂອງຈຸນລະວິສາຫະກິດ, ວິສາຫະກິດຂະໜາດນ້ອຍ ແລະ ກາງ ເພື່ອຮັບມືກັບຜົນກະທົບ ແລະ ຟື້ນຟູຈາກໂຄວິດ-19 (MSME A2F-ESR) ໄດ້ຈັດກອງປະຊຸມຄະນະຊີ້ນໍາຈັດຕັ້ງປະຕິບັດໂຄງການ ຄັ້ງທີ II ຂຶ້ນໃນວັນທີ 13 ທັນວາ 2021 ຢູ່ທີ ນະຄອນຫຼວງວຽງຈັນ ເພື່ອລາຍງານຄວາມຄືບໜ້າຂອງການຈັດຕັ້ງປະຕິບັດໂຄງການໄລຍະ 6 ເດືອນທ້າຍປີ 2021 ແລະ ແຜນການຈັດຕັ້ງປະຕິບັດໂຄງການໃນ ປີ 2022.

ໂດຍການເປັນປະທານຂອງ ທ່ານ ບຸນເຖິງ ດວງສະຫວັນ ຮອງລັດຖະມົນຕີ ກະຊວງອຸດສະຫະກໍາ ແລະ ການຄ້າ, ຫົວໜ້າໂຄງການ MSME A2F-ESR, ມີຜູ້ຕາງໜ້າ ຈາກທະນາຄານແຫ່ງ ສປປ ລາວ, ບັນດາກະຊວງ ແລະ ກົມກອງທີ່ກ່ຽວຂ້ອງ, ທະນາຄານໂລກ ເຂົ້າຮ່ວມຜ່ານລະບົບປະຊຸມທາງໄກ ແລະ 5 ທະນາຄານທຸລະກິດທີ່ເຂົ້າຮ່ວມໂຄງການເຂົ້າຮ່ວມ.

ທ່ານ ບຸນເຖິງ ດວງສະຫວັນ ໄດ້ກ່າວຕໍ່ກອງປະຊຸມວ່າ: “ເມື່ອມໍ່ໆມານີ້ທະນາຄານໂລກ ໃນນາມຜູ້ໃຫ້ທຶນ ໄດ້ມີປະເມີນຜົນການຈັດຕັ້ງປະຕິບັດໂຄງການ ປະຈຳ 6 ເດືອນ ຊຶ່ງຜົນການປະເມີນໄດ້ຊີ້ໃຫ້ເຫັນຄວາມຄືບໜ້າຂອງການຈັດຕັ້ງປະຕິບັດໂຄງການທີ່ເປັນທີ່ໜ້າເພິ່ງພໍໃຈ ເຖິງວ່າການຈັດຕັ້ງປະຕິບັດໂຄງການຈະພົບຄວາມລ້າຊ້າ ເນື່ອງຈາກຜົນກະທົບຂອງໂຄວິດ-19 ເຮັດໃຫ້ຫຼາຍກິດຈະກໍາບໍ່ສາມາດປະຕິບັດຕາມຂອບເວລາທີ່ກໍານົດໄວ້, ບາງກິດຈະກໍາກໍໄດ້ເລື່ອນໄປແບບບໍ່ມີກໍານົດ ພ້ອມກັນນັ້ນ ການໂອນເງິນໃຫ້ທະນາຄານທຸລະກິດທີ່ເຂົ້າຮ່ວມໂຄງການກໍເລື່ອນອອກໄປຕື່ມ ຍ້ອນເປັນໂຄງການທໍາອິດທີ່ປະຕິບັດລະບຽບການໃໝ່ດ້ານສິ່ງແວດລ້ອມ ແລະ ສັງຄົມ ຂອງທະນາຄານໂລກ. ທ່ານໄດ້ສະເໜີໄປຍັງ ທະນາຄານໂລກ ຊ່ວຍແກ້ໄຂບັນຫາຕ່າງໆທີ່ເປັນສິ່ງອຸດຕັນ ເພື່ອໃຫ້ສາມາດໂອນເງິນໃຫ້ບັນດາທະນາຄານທຸລະກິດໄດ້ໂດຍໄວ ເພື່ອໃຫ້ສາມາດຊ່ວຍ MSMEs ທີ່ຖືກຜົນກະທົບຈາກການແຜ່ລະບາດຂອງພະຍາດໂຄວິດ 19 ໄດ້ໂດຍທັນສະພາບການຕາມຈຸດປະສົງຂອງໂຄງການ.

ທ່ານ ນາງ ລັດທະນາ ດວງບຸບຜາ ຮອງຫົວໜ້າກົມ ກສວ, ຜູ້ອໍານວຍການກອງທຶນສົ່ງເສີມວິສາຫະກິດຂະໜາດນ້ອຍ ແລະ ກາງ, ຮອງຫົວໜ້າໂຄງການ MSME A2F-ESR ໄດ້ລາຍງານຄວາມຄືບໜ້າໃນການຈັດຕັ້ງປະຕິບັດໂຄງການໃນໄລຍະ 6 ເດືອນທ້າຍປີ, ສະເໜີແຜນການຈັດຕັ້ງປະຕິບັດໂຄງການປະຈໍາປີ 2022. ຈາກນັ້ນ, ກອງປະຊຸມໄດ້ມີການປຶກສາຫາລື ແລກປ່ຽນຂໍ້ຄິດເຫັນ ແລະ ຂໍ້ສະເໜີ ຢ່າງກົງໄປກົງມາເພື່ອຊອກຫາວິທີຮັບມືກັບສິ່ງທ້າທາຍຕ່າງໆຂອງການຈັດຕັ້ງປະຕິບັດໂຄງການ ເພື່ອຖອດຖອນບົດຮຽນໃຫ້ການຈັດຕັ້ງປະຕິບັດໂຄງການໃນປີຕໍ່ໜ້າສາມາດບັນລຸເປົ້າໝາຍທີ່ວາງໄວ້ ແລະ ກອງປະຊຸມໄດ້ຮັບຮອງແຜນງານໂຄງການປະຈໍາປີ 2022.

 

ຂ່າວ-ພາບ: ກສວ