ເຈົ້າແຂວງຊຽງຂວາງ ລົງກວດກາການກໍ່ສ້າງພະເຈົ້າອົງຫລວງ

345

ທ່ານ ບຸນຈັນ ສີວົງພັນ ເຈົ້າ ແຂວງຊຽງຂວາງ ພ້ອມຄະນະ ລົງກວດກາ, ຊຸກຍູ້ການກໍ່ສ້າງພະເຈົ້າອົງຫລວງ ໃນວັນທີ 13 ທັນວາ 2021.

ໂອກາດນີ້ ທ່ານ ບຸນມີ ສອນມີໄຊ ປະທານບໍລິ ສັດຮັບເໝົາກໍ່ສ້າງ ແທ່ນນັ່ງພະເຈົ້າອົງຫລວງ ໄດ້ລາຍງານ ກ່ຽວກັບວຽກທີ່ຕົນເອງຮັບຜິກຊອບ, ມາຮອດປະຈຸບັນການກໍ່ສ້າງຂັ້ນໄດ, ເດີ່ນຊົມວິວຢູ່ຕໍ່ໜ້າພະເຈົ້າອົງຫລວງ ແລະ ສາລາຊົມວິວ ທີ່ມີ ມູນຄ່າ 2 ຕື້ກ່ວາກີບ ມີບາງໜ້າວຽກແມ່ນໃກ້ຈະສຳເລັດແລ້ວ, ບາງໜ້າວຽກກຳລັງຈັດຕັ້ງປະຕິບັດ ແລະ ຂັ້ນຕອນອອກແບບວຽກງານດັ່ງກ່າວ ເປັນວຽກລະອຽດອ່ອນເພາະຕ້ອງໄດ້ຖາມຊອກຮູ້ ເພື່ອໃຫ້ຖືກຕາມວັດທະນາທຳ.

ໂອກາດນີ້, ທ່ານເຈົ້າແຂວງຊຽງຂວາງ ກໍໄດ້ເນັ້ນໃຫ້ບໍລິສັດຜູ້ຮັບເໝົາກໍ່ສ້າງ ໃຫ້ເອົາໃຈໃສ່ຈັດລຳ ດັບບັນດາໜ້າວຽກທີ່ຈະປະຕິບັດ ເພື່ອເຮັດໃຫ້ວຽກງານດຳເນີນເປັນປົກກະຕິການກໍ່ສ້າງຈິ່ງຈະສຳເລັດຕາມຄາດໝາຍ ໂດຍເນັ້ນຄຸນນະພາບເປັນຫລັກ ແລະ ໃຫ້ປຶກສານຳພາກສ່ວນທີ່ກ່ຽວຂ້ອງ ເພື່ອໃຫ້ຖືກຕາມວັດທະນາທຳ, ຫລັກທຳ, ຫລັກການ ແລະ ເຕັກ ນິກໃນການກໍ່ສ້າງໃຫ້ສະຫງ່າ, ຍືນຍາວ ເພື່ອໃຫ້ປະຊາຊົນແຂວງຊຽງຂວາງ ໄດ້ກາບໄຫ້ວສັກ ກາ ລະບູຊາຕະຫລອດກາລະນານ.

ຂ່າວ: ບຸນມີ ແສງທຸມມີ