ອີລອນ ມັສ ໄດ້ຮັບການຄັດເລືອກ ເປັນບຸກຄົນແຫ່ງປີ 2021

177

ສຳ​ນັກ​ຂ່າວ​ຕ່າງ​ປະ​ເທດ​ລາຍ​ງານ​ວ່າ ທ່ານ ອີ​ລອນ ມັ​ສ ຜູ້​ບໍ​ລິ​ຫານ​ບໍ​ລິ​ສັດ​ເທ​ສ​ລາ ແລະ ເຈົ້າ​ຂອງ​ບໍ​ລິ​ສັດ​ສະ​ເປ​ຊເອັກ ເປັນ​ບຸກ​ຄົນ​ແຫ່ງ​ປີ 2021 ຈາກ​ການ​ພັດ​ທະ​ນາເຕັກ​ໂນ​ໂລ​ຊີ​ສ້າງ​ຄວາມ​ປ່ຽນ​ແປງ​ໃຫ້​ເກີດ​ຂຶ້ນ​ໃນ​ສັງ​ຄົມ, ຂະ​ນະ​ທີ່​ນັກ​ວິ​ທະ​ຍາ​ສາດ​ຜູ້​ພັດ​ທະ​ນາ​ວັກ​ແຊັງ​ປ້ອງ​ກັນ​ໂຄວິດ mRNA ໄດ້​ຮັບ​ການ​ຍົກ​​ຍ້ອງໃຫ້​ເປັນ “ຮີ​ໂຣແຫ່ງ​ປີ”.

ອີ​ລອນ ມັ​ສ ມະ​ຫາ​ເສດ​ຖີ​ຊາວ​ອາ​ເມ​ຣິ​ກາ ຜູ້​ບໍ​ລິ​ຫານ​ບໍ​ລິ​ສັດ​ເທ​ສ​ລາ​ຜູ້​ຜະ​ລິດ​ລົດ​ໄຟ​ຟ້າ​ລາຍ​ໃຫຍ່​ຂອງ​ໂລກ ແລະ ເຈົ້າ​ຂອງ​ບໍ​ລິ​ສັດ​ເຕັກ​ໂນ​ໂລ​ຊີ​ສຳຫຼວດອາ​ວະ​ກາດ ​ສະ​ເປ​ຊ​ເອັກ ໄດ້​ຮັບ​ການ​ຄັດ​ເລືອກ​ໃຫ້​ເປັນ​ບຸກ​ຄົນ​ແຫ່ງ​ປີ 2021 ຈາກວາ​ລະ​ສານທາມ  (TIME’s 2021 Person of the Year) ຈາກ​ທີ່​ລາວ​ເປັນ​ບຸກ​ຄົນ​ຊົງ​ອິດ​ທິ​ພົນ ແລະ ເປັນ​ບຸກ​ຄົນ​ແຫ່ງ​ປີ 2021 ຈາກ​ການ​ພັດ​ທະ​ນາ​ເຕັກ​ໂນ​ໂລ​ຊີ​ສ້າງ​ຄວາມ​ປ່ຽນ​ແປງ​ໃນ​ສັງ​ຄົມ.

ຫົວ​ໜ້າ​ບັນ​ນາ​ທິ​ການ​ວາ​ລະ​ສານ ທາມ ໄດ້​ອະ​ທິ​ບາຍ​ເຖິງ​ສາ​ເຫດ​ທີ່​ເລືອກ ອີ​ລອນ ມັ​ສ ເປັນ​ບຸກ​ຄົນ​ແຫ່ງ​ປີ ເນື່ອງ​ຈາກວ່າ ລາວ​ເປັນແບບຢ່າງ​ຂອງ​ມະ​ຫາ​ເສດ​ຖີ​ທີ່​ສະ​ເໜີ​ທາງ​ອອກ​ຂອງ​ການ​ດຳ​ລົງ​ຊີ​ວິດ​ຂອງ​ມະ​ນຸດ ແລະ ຂັບ​ເຄື່ອນ​ສັງ​ຄົມ​ມະ​ນຸດ​ໄປ​ສູ່​ການ​ປ່ຽນ​ແປງ​ຄັ້ງ​ສຳ​ຄັນ.

ສ່ວນ​ສາ​ຂາ​ອື່ນໆ ເຊັ່ນ “ຮີ​ໂຣ​ແຫ່ງ​ປີ” ວາ​ລະ​ສານ ທາມ ໄດ້​ເລືອກ​ເອົາ​ນັກ​ວິ​ທະ​ຍາ​ສາດ 4 ຄົນ​ຄື: ຄ​ຣິ​ສ​ມີ​ເກຍ ຄໍ​ເບັດ, ບາ​ນີ ແກ​ຣມ, ຄາ​ຕາ​ລິນ ຄາ​ຣິ​ໂຄ ແລະ ດ​ຣີວ ໄວ​ສ໌​ແມນ ທີ່​ສ້າງ​ເຄື່ອງ​ມື​ສຳ​ຄັນ​ໃນ​ການ​ຕໍ່​ສູ້​ກັບ​ໂຄວິດ-19 ດ້ວຍ​ການ​ພັດ​ທະ​ນາ​ວັກ​ແຊັງ mRNA.