ປີ2021 ເສດຖະກິດ ຄາດວ່າຈະຂະຫຍາຍຕົວ3% ສ່ວນປີ 2022 ຕັ້ງເປົ້າ 4,5%

572

ໝົດປີ 2021 ຄາດວ່າເສດຖະກິດ ສປປລາວຈະຂະຫຍາຍຕົວໃນລະດັບ 3%; ໃນນີ້ ຂະແໜງອຸດສາຫະກຳຂະຍາຍຕົວ4,9%, ສ່ວນປິ2022ຄາດໝາຍສູ້ຊົນໃຫ້້ເສດຖະກິດ ຂະຫຍາຍຕົວ4,5%.

ກະຊວງແຜນການ ແລະ ການລົງທຶນ ໄດ້ເປີດກອງປະຊຸມສະຫຼຸບວຽກງານ ແຜນການ ແລະ ການລົງທຶນ ທົ່ວປະເທດ ປະຈໍາປີ 2021 ແລະ ທິດທາງປີ 2022 ຂຶ້ນ ໃນວັນທີ 13 ທັນວາ 2021 ທີ່ ສະໂມສອນກະຊວງແຜນການ ແລະ ການລົງທຶນ ໂດຍການເປັນປະທານຂອງ ທ່ານ ສອນໄຊ ສີພັນດອນ ຮອງນາຍົກລັດຖະມົນຕີ, ລັດຖະມົນຕີ ກະຊວງແຜນການ ແລະ ການລົງທຶນ.

ທ່ານ ນາງ ພອນວັນ ອຸທະວົງ ຮອງລັດຖະມົນຕີກະຊວງ ແຜນການ ແລະ ການລົງທຶນກ່າວວ່າ: ດ້ານເສດຖະກິດມະຫາພາກ ອີງໃສ່ຂໍ້ມູນ 9 ເດືອນ ສົມທົບໃສ່ປັດໄຈ, ທ່າອ່ຽງ ແລະ ທ່າແຮງບົ່ມຊ້ອນຕ່າງໆໃນໄລຍະ 3 ເດືອນທ້າຍປີ ຈຶ່ງຄາດຄະເນລວມຍອດຜະລິດຕະພັນພາຍໃນ (GDP) ໝົດປີ 2021 ຈະຂະຫຍາຍຕົວໃນລະດັບ 3,0% (ມະຕິສະພາ 4% ຂຶ້ນໄປ) ມີມູນຄ່າຕາມລາຄາປີປັດຈຸບັນ ເທົ່າກັບ 180.243 ຕື້ກີບ (ມະຕິ 182.603 ຕື້ກີບ), ສະເລ່ຍຕໍ່ຫົວຄົນ ເທົ່າກັບ 2.649 ໂດລາສະຫະລັດ (ມະຕິສະພາ 2.536 ໂດລາສະຫະລັດ), ລາຍໄດ້ແຫ່ງຊາດ (GNI) ສະເລ່ຍຕໍ່ຫົວຄົນ ເທົ່າກັບ 2.479 ໂດລາສະຫະລັດ (ມະຕິ 2004 ໂດລາສະຫະລັດ).

ໃນນີ້ ຂະແໜງກະສິກໍາ ຂະຫຍາຍຕົວ 2,5% ກວມເອົາ 16,7%,ຂະແໜງອຸດສາຫະກຳ ຂະຫຍາຍຕົວ 4,9% ກວມເອົາ 33,9%, ຂະແໜງບໍລິການ ຂະຫຍາຍຕົວ 1,2% ກວມເອົາ 39,1% ແລະ ພາສີ-ອາກອນ ຂະຫຍາຍຕົວ 2,8% ກວມເອົາ 10,4%.

ທ່ານກ່າວຕື່ມວ່າ: ຜ່ານການຈັດຕັ້ງປະຕິບັດວຽກງານແຜນການ ແລະ ການລົງທຶນໃນປີ 2021 ຜ່ານມາ ສາມາດຕີລາຄາລວມ ໂດຍສະເພາະຂໍ້ຄົງຄ້າງດັ່ງນີ້:

1). ຄາດໝາຍມະຫາພາກຈຳນວນໜຶ່ງ ຄາດວ່າຈະບໍ່ບັນລຸຕາມແຜນການກຳນົດ ເນື່ອງຈາກໄດ້ຮັບຜົນກະທົບຈາກການລະບາດຂອງພະຍາດໂຄວິດ-19 ເປັນຕົ້ນ: ການຂະຫຍາຍໂຕຂອງ GDP, ລາຄາສິນຄ້າບາງປະເພດສູງຂຶ້ນ, ອັດຕາແລກປ່ຽນ (ໂດຍສະເພາະການຄຸ້ມຄອງອັດຕາແລກປ່ຽນຍັງບໍ່ມີປະສິດທິຜົນດີ, ຄວາມສາມາດໃນການດັດສົມເງິນຕາຕ່າງປະເທດ ຂອງລະບົບທະນາຄານຍັງມີຄວາມຈໍາກັດ), ການຂົນສົ່ງສິນຄ້າ ແລະ ຂົນສົ່ງໂດຍສານ ເເລະ ຍັງມີຄວາມກົດດັນຂອງໜີ້ສາທາລະນະ;

2). ການຊຸກຍູ້ສົ່ງເສີມການຜະລິດເພື່ອສົ່ງອອກ ແລະ ທົດແທນການນໍາເຂົ້າ ຍັງບໍ່ທັນຕັ້ງໜ້າເທົ່າທີ່ຄວນ, ການສະໜອງແຫຼ່ງທຶນໃຫ້ທຸລະກິດຂະໜາດນ້ອຍ ແລະ ຂະໜາດກາງ ຍັງຊັກຊ້າ ເນື່ອງຈາກວິສາຫະກິດຂະໜາດນ້ອຍ ແລະ ຂະໜາດກາງ ຈຳນວນໜຶ່ງ ບໍ່ທັນຖືບັນຊີຖືກຕ້ອງຕາມລະບຽບການ;

3). ການຄຸ້ມຄອງດັດສົມລາຄາສິນຄ້າອຸປະໂພກບໍລິໂພກ ໃນທ້ອງຕະຫລາດ ຍັງບໍ່ທັນໄດ້ດີເທົ່າທີ່ຄວນ ໂດຍສະເພາະປະເພດສິນຄ້າທີ່ກະທົບໂດຍກົງຕໍ່ການດຳລົງຊີວິດຂອງປະຊາຊົນ ຍັງມີລາຄາເພີ່ມຂຶ້ນໄວໃນບາງໄລຍະ;

4). ການສັກວັກຊີນກັນພະຍາດ ໂຄວິດ-19 ຍັງບໍ່ກວມສັດສ່ວນຫຼາຍຂອງຈຳນວນປະຊາກອນ, ອັດຕາການວ່າງງານອາດເພີ່ມຂຶ້ນຢ່າງກ້າວກະໂດດ ເນື່ອງຈາກມີແຮງງານກັບມາຈາກປະເທດເພື່ອນບ້ານຈຳນວນຫຼາຍ, ຍັງມີປະກົດການຍໍ້ທໍ້ທາງສັງຄົນ ເຊັ່ນ: ບັນຫາຢາເສບຕິດ, ການປຸ້ນຈີ້, ຂີ້ລັກງັດແງະ ແລະ ການກໍ່ອາດສະຍາກຳ ແລະ ອື່ນໆ;

5). ການຈັດການຮຽນ-ການສອນທາງໄກ, ສື່ການຮຽນ-ການສອນທາງເອເລັກໂທລນິກ ຍັງບໍ່ທັນຫຼາກຫຼາຍ ແລະ ຄົບຖ້ວນຕາມຈຳນວນວິຊາ, ຊ່ອງທາງໃນການເຂົ້າເຖິງກຸ່ມເປົ້າໝາຍຍັງມີຂໍ້ຈຳກັດ; ການເຂົ້າເຖິງແຫຼ່ງການຮຽນຮູ້ຄັງປັນຍາລາວ ຂອງນັກຮຽນຍັງບໍ່ທັນກວ້າງ ຍ້ອນມີຂໍ້ຈຳກັດທາງດ້ານອິນເຕີເນັດ; ຄວາມຊຳນານງານດ້ານ ICT ເພື່ອນຳໃຊ້ເຂົ້າໃນການສິດສອນຂອງຄູອາຈານຈຳນວນໜຶ່ງຍັງຈຳກັດ.

ທ່ານກ່າວຕື່ມວ່າ: ສ່ວນບາງຄາດໝາຍສູ້ຊົນດ້ານມະຫາພາກປີ 2022 ສູ້ຊົນໃຫ້ເສດຖະກິດສືບຕໍ່ຂະຫຍາຍຕົວຢ່າງຕໍ່ເນື່ອງ ແລະ ມີຄຸນນະພາບໃໝ່, ລວມຍອດຜະລິດຕະພັນພາຍໃນ (GDP) ຂະຫຍາຍຕົວ ໃຫ້ໄດ້ 4,5%, ມີມູນຄ່າຕາມລາຄາໃນປີ 192.145 ຕື້ກີບ, ສະເລ່ຍຕໍ່ຫົວຄົນ ເທົ່າກັບ 2.503 ໂດລາສະຫະລັດຕໍ່ຄົນ, ລາຍໄດ້ແຫ່ງຊາດ (GNI) ສະເລ່ຍຕໍ່ຫົວຄົນເທົ່າກັບ 2.358 ໂດລາສະຫະລັດຕໍ່ຄົນ.

ໃນນີ້ ຂະແໜງ ກະສິກຳ ຄາດວ່າຈະຂະຫຍາຍຕົວໃນລະດັບ 2,7% ກວມເອົາ 16,7%, ຂະແໜງອຸດສາຫະກຳ ຈະຂະຫຍາຍຕົວໃນລະດັບ 5,3% ກວມເອົາ 34,0%; ຂະແໜງບໍລິການ ຈະຂະຫຍາຍຕົວໃນລະດັບ 4,5%, ກວມເອົາ 38,9% ແລະ ພາສີ-ອາກອນຈະຂະຫຍາຍຕົວ ໃນລະດັບ 4,0% ກວມເອົາ 10,4%.

ທ່ານ ສອນໄຊ ສີພັນດອນ ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງແຜນການ ແລະ ການລົງທຶນ ໄດ້ກ່າວວ່າ: ການຈັດຕັ້ງປະຕິບັດ ແຜນພັດທະນາເສດຖະກິດ-ສັງຄົມໃນ ປີ 2021 ໄດ້ມີຄວາມຄືບໜ້າດີພໍສົມຄວນ. ໂດຍສະເພາະປະເທດສືບຕໍ່ມີສະຖຽນລະພາບທາງດ້ານການເມືອງຢ່າງໜັກແໜ້ນ, ສັງຄົມມີຄວາມສະຫງົບໂດຍພື້ນຖານເສດຖະກິດຂອງປະເທດ ບໍ່ຕົກເຂົ້າໃນສະພາບວິກິດການ ແລະ ຍັງສາມາດສືບຕໍ່ຂະຫຍາຍຕົວໄດ້, ສ້າງເງື່ອນໄຂອັນດີໃຫ້ແກ່ການພັດທະນາປະເທດຊາດ. ລັດຖະບານໄດ້ມີຄວາມພະຍາຍາມສູງໃນການນຳໃຊ້ງົບປະມານລົງທຶນຂອງລັດທີ່ມີຈຳກັດ ໃຫ້ເກີດຜົນປະໂຫຍດສູງສຸດ. ການລົງທຶນຂອງເອກະຊົນ ພາຍໃນ ແລະ ຕ່າງປະເທດ ແລະ ການຊ່ວຍເຫຼືອທາງການເພື່ອການພັດທະນາສືບຕໍ່ປະກອບສ່ວນເປັນແຫຼ່ງທຶນທີ່ສໍາຄັນໃຫ້ແກ່ການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມ, ການພັດທະນາບັນດາໂຄງການຂະໜາດໃຫຍ່ໄດ້ມີຄວາມຄືບໜ້າດີ ເປັນຕົ້ນ ໂຄງການທາງລົດໄຟລາວ-ຈີນ ໄດ້ສຳເລັດ ແລະ ເປີດນຳໃຊ້ຢ່າງເປັນທາງການແລ້ວ, ໂຄງການຢູ່ໃນບັນດາເຂດເສດຖະກິດພິເສດໄດ້ສືບຕໍ່ປະຕິບັດຢ່າງຕັ້ງໜ້າລວມທັງໂຄງການ Smart City ຢູ່ແຂວງຫຼວງນ້ຳທາ ແລະ ອຸດົມໄຊ ແລະ ໂຄງການທ່າບົກນະຄອນຫຼວງວຽງຈັນກໍມີຄວາມຄືບໜ້າດີ, ໂດຍສະເພາະດ່ານສາກົນສິນຄ້າທ່າບົກມທ່ານາແລ້ງໄດ້ເປີດນຳໃຊ້ຢ່າງເປັນທາງການແລ້ວ.

ເພື່ອເຮັດໃຫ້ການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມ ປີ 2022 ບັນລຸຕາມຄາດໝາຍທີ່ວາງໄວ້ ຮຽກຮ້ອງໃຫ້ບັນດາທ່ານທີ່ເຂົ້າຮ່ວມກອງປະຊຸມ ພ້ອມກັນຄົ້ນຄວ້າປະກອບຄໍາເຫັນຢ່າງກົງໄປກົງມາ ເພື່ອແກ້ໄຂຂໍ້ຄົງຄ້າງຕ່າງໆໃນການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ, ແຜນງົບປະມານແຫ່ງລັດ ແລະແຜນເງິນຕາປະຈຳປີ 2021 ແລະ ບັນດານິຕິກໍາ ແລະ ເອກະສານທາງດ້ານວິຊາການທີ່ມີຄວາມສໍາຄັນຫຼາຍ ເພື່ອສູ້ຊົນປະຕິບັດໄດ້ບັນດາຄາດໝາຍຕ່າງໆຂອງແຜນປະຈຳປີ 2022 ລວມທັງການຈັດຕັ້ງຜັນຂະຫຍາຍວາລະແຫ່ງຊາດໃຫ້ມີໝາກຜົນສູງ.