ປະໂຫຍດຈາກ “ຖົ່ວຂຽວ” ຫຼຸດຄໍເລສເຕີລອລ-ບຳລຸງຫົວໃຈ

636

ຫາກຄິດເຖິງ “ຖົ່ວຂຽວ” ທຸກຄົນຄິດຮອດຫຍັງແນ່ ບາງຄົນອາດຄິດເຖິງເມນູຂອງຫວານງ່າຍໆ ຢ່າງຕົ້ມຖົ່ວຂຽວຫວານອ່ອນໆ ບາງຄົນອາດຄິດເຖິງຖົ່ວຂຽວເມັດໆ ທີ່ເອົາມາປູກເພື່ອໃຫ້ໄດ້ຖົ່ວຫງ້ອກ ແຕ່ຄວາມເປັນຈິງແລ້ວ ຖົ່ວຂຽວທີ່ຫຼາຍໆ ຄົນເບິ່ງຂ້າມ ມີຄຸນປະໂຫຍດທີ່ດີຕໍ່ຮ່າງກາຍທີ່ເຮົາຢາກເອົາມາແນະນຳໃຫ້ລອງກິນເບິ່ງ.

ຄຸນຄ່າທາງສານອາຫານຂອງຖົ່ວຂຽວ

ຖົ່ວຂຽວປະລິມານ 100 ກຣາມ ມີຄຸນຄ່າທາງສານອາຫານດັ່ງນີ້: ໂປຣຕີນ 24 ກຣາມ, ນ້ຳຕານ 6 ກຣາມ, ເສັ້ນໃຍອາຫານ 16,3 ກຣາມ, ທາດເຫຼັກ, ສານໂພລີຟີນນອລ, ແຄໂຣທີນ ເປັນຕົ້ນ…

ຖົ່ວຂຽວ ແລະ ປະໂຫຍດຕໍ່ຮ່າງກາຍ

ຫຼຸດຄໍເລສເຕີລອລ

ຖົ່ວຂຽວມີໄຂມັນຊະນິດທີ່ດີຕໍ່ຮ່າງກາຍ ເຊິ່ງມີສ່ວນຊ່ວຍໃນການຫຼຸດລະດັບຄໍເລສເຕີລອລໃນເລືອດ ຈາກງານວິໄຈທີ່ທົດລອງໃນໜູ ລະບຸວ່າ ໜູທີ່ກິນຖົ່ວຂຽວປະສົມບຸກ ມີລະດັບໄຂມັນ ແລະ ຄໍເລສເຕີລອລຊະນິດບໍ່ດີຫຼຸດລົງ ລວມທັງມີໄຂມັນດີເພີ່ມຂຶ້ນ ຖົ່ວຫງ້ອກຈຶ່ງອາດເປັນຕົວເລືອກທີ່ດີໃນການຊ່ວຍຫຼຸດຄໍເລສເຕີລອລທີ່ບໍ່ດີໃນຮ່າງກາຍໄດ້.

ຫຼຸດສ່ຽງພະຍາດອັນຕະລາຍຈາກຫົວໃຈ

ມີງານວິໄຈບາງເຫຼັ້ມ ລະບຸວ່າຖົ່ວຂຽວອາດຊ່ວຍປ້ອງກັນພາວະກ້າມຊີ້ນຫົວໃຈຕາຍໄດ້ ແລະ ຍັງອາດຊ່ວຍຫຼຸດຄວາມສ່ຽງຕໍພາວະເນື້ອເຍື່ອຫົວໃຈຖືກທຳລາຍ ຈາການສຶກສາກັບໜູທົດລອງເຫຼັ້ມໜຶ່ງພົບວ່າ ສານໂພລີຟີນອລ ເຊິ່ງສະກັດຈາກຖົ່ວຂຽວຊ່ວຍເສີມສ້າງເນື້ອເຍື່ອຫົວໃຈໄດ້ ທັງຍັງຊ່ວຍຢັບຢັ້ງບໍ່ໃຫ້ເນື້ອເຍື່ອຫົວໃຈຖືກທຳລາຍ ເຊິ່ງເປັນປັດໄຈທີ່ອາດນຳໄປສູ່ພາວະກ້າມຊີ້ນຫົວໃຈຕາຍໄດ້.

ການກິນຖົ່ວຂຽວໃຫ້ດີຕໍ່ສຸຂະພາບ ຄືການກິນໃນປະລິມານທີ່ເໝາະສົມປະມານ 1 ກຳມືຕໍ່ມື້ ຫຼີກລ່ຽງຫານປຸງຖົ່ວຂຽວກັບນ້ຳຕານ ຫຼື ຫາກມັກກິນຖົ່ວຂຽວຕົ້ມນ້ຳຕານ ຖົ່ວກວນ ລູກຊຸບ ຫຼື ນ້ຳຖົ່ວຂຽວ ຄວນບໍລິໂພກໃນປະລິມານທີ່ຈຳກັດເພື່ອຫຼີກລ່ຽງການກິນນ້ຳຕານຫຼາຍເກີນໄປ.