ເປີດໃຫ້ບໍລິການແລ້ວ ຫໍພິພິທະພັນແຫ່ງຊາດຫຼວງພະບາງ ພ້ອມກັນປະຕິບັດຕາມມາດຕະການປ້ອງກັນພະຍາດໂຄວິດ-19

181

ເລີ່ມແຕ່ວັນທີ 8 ທັນວາ2021 ເປັນຕົ້ນມາ ຫໍພິພິທະພັນແຫ່ງຊາດຫຼວງພະບາງ ແມ່ນໄດ້ເລີ່ມເປີດບໍລິການໃຫ້ນັກທ່ອງທ່ຽວ ທັງພາຍໃນ ແລະຕ່າງປະເທດ ເຂົ້າມາທ່ຽວຊົມໄດ້ແລ້ວ, ແຕ່ວ່ານັກທ່ອງທ່ຽວທຸກຄົນ ຕ້ອງໄດ້ປະຕິບັດຕາມາດຕະການປ້ອງກັນພະຍາດໂຄວິດ-19 ຢ່າງເຄັ່ງຂັດ, ເຊັ່ນ: ທຸກຄົນຕ້ອງໄດ້ໃສ່ຜ້າປິດປາກ, ດັງ, ວັດອຸນະພູມ ແລະລ້າງມືທຸກຄັ້ງກ່ອນເຂົ້າຊົມ.


ສຳລັບການເປີດບໍລິການແມ່ນ ເລີ່ມແຕ່ວັນພຸດ-ທິດ, ວັນຈັນ ແລະວັນອັງຄານແມ່ນພັກ. ສະເພາະວັນສຸກແມ່ນເປີດບໍລິການເຄິ່ງຕອນ, ສ່ວນຕອນແລງ ແມ່ນພັກ ອະນາໄມ.


ດັ່ງນັ້ນຖ້ານັກທ່ອງທ່ຽວທ່ານໃດຕ້ອງການມາທ່ຽວຊົມກໍ່ສາມາດມາໄດ້ຕາມວັນ ແລະເວລາທີ່ກຳນົດໄວ້ ແລະພ້ອມກັນປະຕິບັດຕາມມາດຕະການປ້ອງກັນພະຍາດໂຄວິດ-19 ຢ່າງເຂັມງວດ.


ຂ່າວ: ດາວອນ ມະນີວັນ