ກະຊວງ ສາທາລະນະສຸກ ອອກແຈ້ງການ ກ່ຽວກັບການສັກ ວັກຊີນເຂັມ 3 Booster dose

283

ໃນວັນທີ 13 ທັນວາ 2021 ກະຊວງສາທາລະນະສຸກ ໄດ້ອອກແຈ້ງການ ສະບັບເລກທີ 1401 ກ່ຽວກັບເລື່ອງ: ການສັກວັກຊີນປ້ອງກັນພະຍາດໂຄວິດ-19 ສໍາລັບການກະຕຸ້ນ (Booster dose ຫຼື ເຂັມ 3 ) ໃຫ້ກຸ່ມປະຊາກອນທົ່ວໄປ ທີ່ຢູ່ໃນເຂດພື້ນທີ່ການທ່ອງທ່ຽວສີຂຽວ ແລະ ບັນດາແຂວງ ຕາມເສັ້ນທາງລົດໄຟຄວາມໄວສູງ ລາວ-ຈີນ ທີ່ໄດ້ຮັບວັກຊີນຄົບ ຢ່າງໜ້ອຍ 5 ເດືອນ ຂຶ້ນໄປ.

ອີງຕາມ ດຳລັດວ່າດ້ວຍການຈັດຕັ້ງ ແລະ ການເຄື່ອນໄຫວ ຂອງກະຊວງສາທາລະນະສຸກ ສະບັບເລກທີ 570/ນຍ, ລົງວັນທີ 16 ກັນຍາ 2021; ອີງຕາມ ຄຳສັ່ງຂອງນາຍຍົກລັດຖະມົນຕີ ວ່າດ້ວຍການເພີ່ມທະວີການສັກວັກຊີນກັນພະຍາດ ໂຄວິດ-19 ສະບັບ, ເລກທີ 24/ນຍ, ລົງວັນທີ 10 ພະຈິກ 2021; ອີງຕາມ ຂໍ້ຕົກລົງວ່າດ້ວຍການຮັບຮອງເອົາແຜນປະຕິບັດງານຕົວຈິງ ສຳລັບການເປີດການທ່ອງທ່ຽວສີຂຽວ ເພື່ອການທ່ອງທ່ຽວທີ່ປອດໄພ ຈາກພະຍາດໂຄວິດ-19 ໃນ ສປປ ລາວ, ສະບັບເລກທີ 4887/ສພກ, ລົງວັນທີ 29 ພະຈິກ 2021; ອີງຕາມ ການຕົກລົງເຫັນດີໃນກອງປະຊຸມຄະນະກຳມະການທີ່ປຶກສາວັກຊີນແຫ່ງຊາດ (NITAG) ຄັ້ງວັນທີ 8ທັນວາ 2021.

ເພື່ອປ້ອງກັນ, ຄວບຄຸມ ແລະ ແກ້ໄຂການລະບາດຂອງພະຍາດໂຄວິດ-19, ເພີ້ມພູມຄຸ້ມກັນໃຫ້ກັບປະຊາກອນ ແລະ ຕັດຕ່ອງໂສ້ການລະບາດຂອງພະຍາດ ຢູ່ໃນຂັ້ນຊຸມຊົນ, ພ້ອມທັງຮັບປະກັນໃຫ້ແກ່ການເປີດການທ່ອງທ່ຽວສີຂຽວ ໂດຍສະເພາະ ໃນເຂດພື້ນທີ່ບັນດາແຂວງ ຕາມເສັ້ນທາງລົດໄຟຄວາມໄວສູງ ລາວ-ຈີນ ໃຫ້ໄດ້ຮັບຜົນດີ. ກະຊວງສາທາລະນະສຸກ ຈຶ່ງອອກແຈ້ງການ ດັ່ງນີ້:


1. ໃຫ້ພະແນກສາທາລະນະສຸກ ນະຄອນຫຼວງວຽງຈັນ, ແຂວງວຽງຈັນ, ຫຼວງພະບາງ, ອຸດົມໄຊ ແລະ ຫຼວງນ້ຳທາ ແລະ ໂຮງໝໍສູນກາງ ຊີ້ນຳໃຫ້ຂະແໜງແມ່ ແລະ ເດັກ/ສັກຢາກັນພະຍາດ, ຫ້ອງການສາທາລະນະສຸກເມືອງ, ໂຮງໝໍຊຸມຊົນ ແລະ ໂຮງໝໍນ້ອຍ ຈັດຕັ້ງປະຕິບັດ ການສັກວັກຊີນ ສຳລັບການກະຕຸ້ນ ຫຼື ເຂັມ 3 (Booster dose) ໃນກຸ່ມພະນັກງານແພດໝໍ, ພະນັກງານແພດສາທາລະນະສຸກ, ພະນັກງານທີ່ເຮັດວຽກດ່ານໜ້າ, ທະຫານ, ຕຳຫຼວດ, ຄູອາຈານ, ພະນັກງານທົ່ວໄປ, ຜູ້ສູງອາຍຸ ແລະ ຜູ້ມີພາວະພະຍາດທາງດ້ານພູມຄຸ້ມກັນບົກຜ່ອງ(Immunocompromised) ແລະ ກຸ່ມປະຊາກອນທົ່ວໄປ ທີ່ມີ ອາຍຸ 18 ປີຂື້ນໄປ ໂດຍສະເພາະ ຜູ້ທີ່ເຮັດວຽກຮັບໃຊ້ການບໍລິການ ເປັນຕົ້ນ ພະນັກງານ ທະນາຄານ, ຜູ້ເຮັດວຽກ ໂຮງແຮມ, ຮ້ານອາຫານ ແລະ ຜູ້ນໍາພາການທ່ອງທ່ຽວ ທີ່ໄດ້ຮັບວັກຊີນຄົບ ຢ່າງໜ້ອຍ 5 ເດືອນຂຶ້ນໄປ;


2. ສຳລັບການສັກວັກຊີນ ເພື່ອການກະຕຸ້ນ ຫຼື ເຂັມ 3 (Booster dose) ຢູ່ບັນດາແຂວງອື່ນໆ ແມ່ນໃຫ້ສຶບຕໍ່ໃນກຸ່ມທີ່ມີຄວາມສ່ຽງ ແລະ ຄະນະສະເພາະກິດ ໃນແຕ່ລະຂັ້ນ;
3, ໃນການສັກວັກຊີນເຂັມ 3 (Booster dose) ແມ່ນໃຫ້ສັກວັກຊີນ ແອສຕຣາເຊເນກາ (AstraZenera) ທີ່ມີຢູ່ໃນປະຈຸບັນ ໂດຍບໍ່ຈຳກັດວ່າ ວັກຊິນທີ່ໄດ້ສັກມາແລ້ວນັ້ນ ເຂັມ 01 ຫຼື ເຂັມ 02 ແມ່ນຊະນິດໃດກໍ່ຕາມ ເປັນຕົ້ນ Sinopharm, AstraZeneca, Pfizer, Sputnik z Johnson & Johnson;

4. ໃຫ້ສືບຕໍ່ບໍລີການສັກວັກຊີນກັນພະຍາດໂຄວິດ-19 ໃຫ້ແກ່ກຸ່ມເປົ້າໝາຍ 18 ປີ ຂຶ້ນໄປ ຕາມຄູ່ມືແນະນຳທາງດ້ານວິຊາການໃນການໃຫ້ວັກຊີນກັນພະຍາດແຕ່ລະຊະນິດ;
5. ໃຫ້ພະແນກສາທາລະນະສຸກແຂວງ ແລະ ນະຄອນຫຼວງວຽງຈັນ, ໂຮງໝໍສູນກາງ ຊີ້ນຳໃຫ້ຂະແໜງແມ່ ແລະ ເດັກ/ວັກຊີນກັນພະຍາດ, ຫ້ອງການສາທາລະນະສຸກເມືອງ, ໂຮງໝໍຊຸມຊົນ, ໂຮງໝໍນ້ອຍ ສືບຕໍ່ຈັດຕັ້ງປະຕິບັດການບໍລິການໃຫ້ວັກຊີນປ້ອງກັນພະຍາດ ໂຄວິດ-19 ໃນກຸ່ມ ເດັກນ້ອຍ 12 ຫາ 17 ປີ ໂດຍໃຫ້ນຳໃຊ້ວັກຊີນ Sinopharm ຫຼື SinoVac ໃນປະລິມານວັກຊີນ 01 ໂດສ໌ ເທົ່າກັນ 0.5 ມີລິລິດ; ໄລຍະຫ່າງ ເຂັ້ມ I ຫາ ເຂັມ 2 ແມ່ນ 28 ວັນ (1 ເດືອນ);


6. ສໍາລັບຜູ້ທີ່ໄດ້ຮັບວັກຊີນ Prizer ເຂັມ 01 ຜ່ານມາ ເມື່ອຮອດກຳນົດສັກ ເຂັມ 02 ແມ່ນສາມາດຮັບວັກຊີນ AstrnZendca ເຂັມ 02 ໄດ້ (ໃນກໍລະນີ ທີ່ວັກຊິນ Prizer ບໍ່ມີສະໜອງໃຫ້);
7. ໃຫ້ກະກຽມທີມງານ ແລະ ຊຸດເຊີດຊູ ໃນກໍລະນີ ຫປພຊ ໄປພ້ອມ ໃນເວລາໃຫ້ບໍລິການສັກວັກຊີນ, ພ້ອມຕິດຕາມພາຍຫຼັງໃຫ້ວັກຊີນຢ່າງໃກ້ຊິດ ແລະ ໃຫ້ລາຍງານກໍລະນີ ຫປພຊ ທຸກໆວັນ ຕາມແຕ່ລະຂັ້ນ;

8. ໃຫ້ບັນດາແຂວງ, ນະຄອນຫຼວງ, ເມືອງ ປະສານງານກັບພະແນກສຶກສາແຂວງ, ຫ້ອງການສຶກສາເມືອງ ຫຼື ຄູອາຈານ ຢູ່ແຕ່ລະໂຮງຮຽນໃນແຕ່ລະບ້ານ ເພື່ອເກັບກຳເປົ້າໝາຍ ກຸ່ມເດັກນ້ອຍອາຍຸ 6-11 ປີ ເພື່ອກະກຽມໃຫ້ແກ່ການສັກວັກຊີນປ້ອງກັນພະຍາດໂຄວິດ-19 ໃນຕົ້ນປີ 2022.
ດັ່ງນັ້ນ, ຈຶ່ງແຈ້ງມາຍັງທ່ານເພື່ອຊາບ ແລະຈັດຕັ້ງປະຕິບັດຕາມເນື້ອໃນແຈ້ງການສະບັບນີ້ ຢ່າງເຂັ້ມງວດ,