ສະຫຼຸບວຽກງານການເງິນທົ່ວປະເທດ ຄາດໝົດປີ2021ຈະເກັບລາຍຮັບໄດ້ 98% ຂອງແຜນປີ

293

ກະຊວງການເງິນ ໄດ້ເປີດກອງປະຊຸມສະຫຼຸບວຽກງານການເງິນທົ່ວປະເທດ ປະຈໍາປີ 2021 ແລະ ທິດທາງແຜນການປະຈໍາປີ 2022 ຜ່ານກອງປະຊຸມທາງໄກ ໃນວັນທີ 13 ທັນວາ 2021 ໂດຍການເປັນປະທານຂອງທ່ານ ບຸນໂຈມ ອຸບົນປະເສີດ ລັດຖະມົນຕີກະຊວງການເງິນ; ມີບັນດາລັດຖະມົນຕີ, ຫົວໜ້າອົງການທຽບເທົ່າກະຊວງອ້ອມຂ້າງສູນກາງ, ເຈົ້າຄອງນະຄອນຫຼວງ, ບັນດາເຈົ້າແຂວງ, ຮອງລັດຖະມົນຕີ, ຫົວໜ້າກົມ, ຮອງຫົວໜ້າກົມ, ພະນັກງານນໍາພາຫຼັກແຫຼ່ງຂອງກະຊວງການເງິນ, ຫົວໜ້າພະແນກການເງິນນະຄອນຫຼວງ, ບັນດາແຂວງ ແລະ ຂະແໜງການສາຍຕັ້ງປະຈຳຢູ່ທ້ອງຖິ່ນເຂົ້າຮ່ວມ.

ທ່ານ ບຸນໂຈມ ອຸບົນປະເສີດ ໄດ້ມີຄໍາເຫັນກ່າວເປີດກອງປະຊຸມຍົກໃຫ້ເຫັນສະພາບການຈັດຕັ້ງປະຕິບັດງົບປະມານແຫ່ງລັດປະຈຳປີ 2021 ມີທັງອັນພົ້ນເດັ່ນ ແລະ ສິ່ງທ້າທ້າຍເປັນຕົ້ນ: ການຍົກລະດັບການແກ້ໄຂບັນຫາຄວາມຫຍຸ້ງຍາກທາງດ້ານເສດຖະກິດ-ການເງິນເປັນວາລະແຫ່ງຊາດ, ພ້ອມທັງສຸມໃສ່ປ້ອງກັນ ຄວບຄຸມ ແລະ ສະກັດກັ້ນການແຜ່ລະບາດຂອງພະຍາດໂຄວິດ-19 ຢ່າງຕັ້ງໜ້າ, ເພື່ອຮັບປະກັນຊີວິດ ແລະ ສຸຂະພາບຂອງປະຊາຊົນກໍຄືແກ້ໄຂຜົນກະທົບຕໍ່ການພັດທະນາເສດຖະກິດ-ສັງຄົມ, ສາມາດຮັບປະກັນສະຖຽນລະພາບທາງດ້ານການເມືອງໄວ້ໄດ້ຢ່າງໜັກແໜ້ນ, ການພັດທະນາເສດຖະກິດ-ສັງຄົມສືບຕໍ່ດຳເນີນໄປຢ່າງຕໍ່ເນື່ອງ, ອັດຕາການເຕີບໂຕຂອງ GDP ຂະຫຍາຍໂຕໃນລະດັບ 2,8%. ພ້ອມນັ້ນ, ກໍເຫັນໄດ້ຈະແຈ້ງບັນຫາຂໍ້ຄົງຄ້າງທີ່ຕ້ອງສຸມໃສ່ແກ້ໄຂຢ່າງເອົາຈິງເອົາຈັງ ແລະ ເປັນລະບົບຄືອັດຕາແລກປ່ຽນສະກຸນເງິນຕ່າງໆອັດຕາເງິນເຟີ້, ຄ່າຄອງຊີບບັນຫາໜີ້ສິນສາທາລະນະການເກັບລາຍຮັບເຂົ້າງົບປະມານ, ການຄຸ້ມຄອງ-ຈັດຫາວຽກເຮັດງານທຳ, ການຊຸກຍູ້ສົ່ງ ເສີມການຜະລິດໃຫ້ບັນລຸຕາມຄາດໝາຍວາງໄວ້.

ປັດຈຸບັນສະພາແຫ່ງຊາດ ແລະ ລັດຖະບານໄດ້ພິຈາລະນາຮັບຮອງຍົກເອົາບັນຫາແກ້ໄຂຄວາມຫຍຸ້ງຍາກທາງດ້ານເສດຖະກິດ-ການເງິນ ຂຶ້ນເປັນວາລະແຫ່ງຊາດກໍໝາຍຄວາມວ່າບັນຫາຄວາມຫຍຸ້ງຍາກທາງດ້ານເສດຖະ ກິດ-ການເງິນ ແມ່ນບັນຫາທີ່ສະສົມມາຢ່າງຍາວນານທີ່ບໍທັນໄດ້ຖືກແກ້ໄຂເປັນຕົ້ນ:ບັນ ຫາໜີ້ສິນສາທາລະນະພາຍໃນ ແລະ ຕ່າງປະເທດໜັກໜ່ວງເກີນຄວາມສາມາດທີ່ຈະແກ້ໄຂໄດ້ໃນໄລຍະສັ້ນ, ການລະເມີດວິໄນແຜນການ-ການເງິນ, ບັນດາການຂຸດຄົ້ນທຸກແຫຼ່ງລາຍຮັບທີ່ບົ່ມຊ້ອນ, ເພື່ອສ້າງລາຍຮັບພາຍໃນໃຫ້ເພີ່ມຂຶ້ນຕາມທ່າແຮງທີ່ມີ ແລະ ສະພາບການຮົ່ວໄຫຼການເກັບລາຍຮັບຍັງເປັນບັນຫາເກີດຂຶ້ນຢ່າງແຜ່ລາມ, ການຂາດດຸນງົບປະມານຢ່າງໜັກໜ່ວງການລະດົມທຶນເພື່ອການພັດທະນາ ແລະ ເພື່ອດຸ່ນດ່ຽງງົບປະມານນັ້ນຄືປັນຫາພື້ນຖານທີ່ເຫັນວ່າໝົດທຸກພາກສ່ວນສູນກາງ ທ້ອງຖິ່ນທົ່ວສັງຄົມຕ້ອງໄດ້ເຂົ້າຮ່ວມຕາມພາລະບົດບາດ, ເພື່ອໃຫ້ການແກ້ໄຂບັນຫາໃຫ້ມີສ່ວນຮ່ວມຂອງທຸກພາກສ່ວນເສດຖະກິດ-ສັງຄົມ.

ນອກຈາກນີ້, ກອງປະຊຸມຍັງໄດ້ຮັບຟັງການສະເໜີບາງບັນຫາທີ່ຄວນເອົາໃຈໃສ່, ເພື່ອພ້ອມກັນຕີລາຄາສະພາບການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມປີ 2021, ການຈັດຕັ້ງປະຕິບັດແຜນງົບປະມານແຫ່ງລັດປີ 2021 ແລະ ທິດທາງແຜນການປີ 2022 ເປັນຕົ້ນ: ການຂຸດຄົ້ນທ່າແຮງບົ່ມຊ້ອນທີ່ເກັບເຂົ້າງົບປະມານແຫ່ງລັດຢ່າງພາວະວິໄສ, ຕີລາຄາບັນຫາທີ່ຕ້ອງຕັດສິນໃຈເດັດຂາດແກ້ໄຂ, ເພື່ອຂຸດຄົ້ນທຸກທ່າແຮງບົ່ມຊ້ອນໃຫ້ເພີ່ມຂຶ້ນຢ່າງຈະແຈ້ງ ແລະ ຊັດເຈນ, ພ້ອມກັນຄົ້ນຄວ້າ 14 ມາດຕະການທ້າຍປີ 2021 ແລະ 8 ມາດຕະການປີ 2022 ໃນການຄຸ້ມຄອງລາຍຮັບຕ້ານການຮົ່ວໄຫຼ, ຂຸດຄົ້ນທຸກທ່າແຮງບົ່ມຊ້ອມເຂົ້າງົບປະມານ ແລະ ນິຕິກຳຫຼາຍສະບັບທີ່ຈະສືບຕໍ່ປະກາດໃຊ້ໃນປີ 2022.

ສຳລັບການຈັດຕັ້ງປະຕິບັດແຜນງົບປະມານແຫ່ງລັດປີ 2021 ອີງຕາມການລາຍງານຂອງທ່ານ ພູທະນູເພັດ ໄຊສົມບັດ ຮອງລັດຖະມົນຕີກະຊວງການເງິນ ໃຫ້ຮູ້ວ່າ: ໂດຍປະຕິບັດຕາມມະຕິຂອງສະພາແຫ່ງຊາດວ່າດ້ວຍການຮັບຮອງເອົາແຜນງົບປະມານແຫ່ງລັດປະຈໍາປີ 2021 ສະບັບເລກທີ 13/ສພຊ, ລົງວັນທີ 04 ພະຈິກ 2020, ຜ່ານການຈັດຕັ້ງປະຕິບັດແຜນງົບປະມານແຫ່ງລັດນັບແຕ່ວັນທີ 1 ມັງກອນຮອດວັນທີ 10 ທັນວາ 2021, ສາມາດປະຕິບັດລາຍຮັບໄດ້ທັງໝົດ 24.099 ຕື້ກີບເທົ່າກັບ 87% ຂອງແຜນປີ. ໃນນັ້ນ, ລາຍຮັບພາຍໃນ 21.491 ຕື້ກີບ ເທົ່າກັບ 85% ຂອງແຜນການປີ ແລະ ສ່ວນລາຍຮັບຈາກການຊ່ວຍເຫຼືອລ້າປະຕິບັດໄດ້ 2.607 ຕື້ກີບເທົ່າກັບ 108% ຂອງແຜນປີ; ສ່ວນຄາດຄະເນລາຍຮັບໝົດປີຈະສາມາດປະຕິບັດໄດ້ 26.957 ຕື້ກີບເທົ່າກັບ 98% ຂອງແຜນປີ.

ດ້ານລາຍຈ່າຍແມ່ນບໍ່ເກີນແຜນທີ່ສະພາແຫ່ງຊາດຮັບຮອງ ໂດຍຮັບປະກັນບັນດາລາຍຈ່າຍທີ່ຈໍາເປັນ ແລະ ບູລິມະສິດຂອງລັດຖະບານໃຫ້ສາມາດເຄື່ອນໄຫວໄດ້ເປັນປົກກະຕິ. ສ່ວນການຂາດດູນແມ່ນບົນພື້ນຖານການຄາດຄະເນລາຍຮັບຈະບໍ່ໄດ້ 2% ຫຼື ປະມານ 670 ຕື້ກີບ. ແຕ່ເຖິງຢ່າງໃດກໍຕາມການເກັບລາຍຮັບເຫັນວ່າຍັງເປັນສິ່ງທ້າຍ ອີງໃສ່ໄລຍະເວລາທີ່ຍັງເຫຼືອແຕ່ນີ້ເຖິງທ້າຍປີຈະສູ້ຊົນເກັບລາຍຮັບຕື່ມ 2.542 ຕື້ກີບ ຫຼື 11%. ສະນັ້ນ, ຈະຕ້ອງໄດ້ສຸມໃສ່ປະຕິບັດບາງມາດຕະການຕົ້ນຕໍເພື່ອສູ້ຊົນເກັບລາຍຮັບໃຫ້ບັນລຸຕາມຄາດໝາຍ.