ສົ່ງພະລັງບວກໃຫ້ ເຈນນີ້ ຕົ້ນຄໍາ ເຖິງມົງບໍ່ລົງ ແຕ່ເຮັດດີທີ່ສຸດແລ້ວ 

348

ເຖິງມົງບໍ່ລົງ ແຕ່ແຟນໆນາງງາມທີ່ເຊຍມາໂດຍຕະຫລອດ ກໍ່ສໍາຜັດໄດ້ເລີຍວ່າຜູ້ຍິງຄົນນີ້ ມີຄວາມແຂງແກ່ນ, ສູ້ ແລະ ເຮັດໄດ້ດີທີ່ສຸດແລ້ວ ສໍາລັບ ການປະກວດ Miss Universe ຄັ້ງທີ 70 ທີ່ອິດສະລາເອວ ໂດຍ ສາວງາມຕົວແທນສາຍສະພາຍລາວ ເຈນນີ້ ຕົ້ນຄໍາ ພົນຈັນເຮືອງ Miss Universe Laos 2021 ແອັດມິນເອງເຊື່ອວ່າທຸກຄົນກໍ່ສົ່ງກໍາລັງໃຈໃຫ້ ເຈນນີ້ ນາງງາມນັກສູ້ຂອງລາວເຮົາ ໃຫ້ສູ້ໆເດີ້ ແລະ ບໍ່ເຄີຍເສຍໃຈທີ່ເຊຍ, ສະໜັບສະໜູນສາວງາມສຸດເຂັ້ມແຂງຄົນນີ້.

ສໍາລັບ ເຈນນີ້ ເຫຼົ່າແຟນນາງງາມທຸກຄົນ ເຊຍຈົນວິນາທີສຸດທ້າຍເລີຍອີຫລີ ເພາະມີຄວາມຫວັງວ່ານ້ອງຈະຜ່ານເຂົ້າຮອບເລິກໆ ເນື່ອງຈາກວ່າໃນຮອບຜ່ານມາບໍ່ວ່າຈະເປັນ ການເກັບໂຕເຮັດກິດຈະກໍາຕ່າງ, ການໂຊເທິງເວທີ ໃນຮອບ Preliminary Competition ແລະ ຮອບຊຸດປະຈໍາຊາດ ນ້ອງກໍ່ແມ່ນມີອໍຣ່າ ເບິ່ງແລ້ວຊົງພະລັງທີ່ສຸດເລີຍ ແຕ່ມາຮອດມື້ນີ້ເຖິງນ້ອງຈະບໍ່ສາມາດຜ່ານເຂົ້າຮອບ 16ຄົນ ແລະ ຄວ້າມົງມາຄອງໄດ້ ແຕ່ຜົນງານຜ່ານມາກໍ່ເປັນສິ່ງຢັ້ງຢືນແລ້ວວ່າ ນ້ອງເຮັດເຕັມທີ່ ແລະ ຕັ້ງໃຈທີ່ສຸດ ຜົນງານແມ່ນຫນ້າພູມໃຈສໍາລັບແຟນໆຊາວລາວ ແລະ ເຊື່ອວ່າທຸກຄົນສົ່ງກຳລັງໃຈ ພ້ອມພະລັງບວກໃຫ້ເຈນນີ້ຢູ່ສະເຫມີ

ຮູ້ຈັກປະຫວັດຄວາມເປັນມາ ເຈນນີ້ ຕົ້ນຄໍາ ພົນຈັນເຮືອງ ແມ່ນຜູ້ເປັນເຈົ້າຂອງມົງກຸດຄົນທີ 5 ຂອງເວທີນາງງາມຈັກກະວານລາວ ມີດີກຣີກໍບໍ່ທໍາມະດາເລີຍ ເຄີຍເປັນເຈົ້າຂອງມົງກຸດອັນຊົງຄຸນຄ່າ ຈາກເວທີ Miss World Laos 2017ມາແລ້ວ ເປັນອີກຫນຶ່ງຄົນທີ່ແຟນໆເຊຍມາໂດຍຕະຫລອດ ເພາະເປັນຜູ້ທີ່ມີໄຫວພິບ ແລະ ຕອບຄຳຖາມດີ, ຄ່ອງແຄ້ວ, ຄວາມສາມາດຮອບດ້ານ.

ປັດຈຸບັນ ເຈນນີ້ ຕົ້ນຄຳ ພົນຈັນເຮືອງ ອາຍຸ 26ປີ, ສ່ວນສູງ 176cm, ນ້ຳຫນັກ 55kg, ສັດສ່ວນ 33-26-35 ,ລະດັບການສຶກສາ ປະລິນຍາຕີ ທີ່ວິທະຍາໄລນາໆຊາດ ທີ່ສຳຄັນ ສາວງາມຄົນນີ້ບໍ່ໄດ້ມີດີງາມທີ່ໜ້າຕາເທົ່ານັ້ນ ແຕ່ພຽບພ້ອມດ້ວຍຄວາມສາມາດ ແລະ ຍັງເປັນ CEO Of Tonkham Modeling Agency ແລະ 2017 The 1st Miss Word Laos. ມີຜົນງານໃນວົງການບັນເທີງຫລາຍຢ່າງເລີຍບໍ່ວ່າຈະເປັນນາງແບບ, MC, ພຣີເຊັນເຕີ, ຖ່າຍແບບ, ຖ່າຍໂຄສະນາ ແລະ ເປັນຜູ້ຫນຶ່ງທີ່ຊຸກຍູ້ນ້ອງໆໃນສັງກັດໃຫ້ກ້າວເຂົ້າສູ່ວົງການບັນເທີງຢ່າງມີປະສິດທິພາບ.

ສຸດທ້າຍນີ້ກໍຢາກຂໍຝາກທຸກຄົນສົ່ງກໍາລັງໃຈໃຫ້ສາວງາມຄົນນີ້ ໃນທຸກຜົນງານ ແລະ ການເຄື່ອນໄຫວຕໍ່ດ້ວຍ ເພາະເຊື່ອວ່າສິ່ງສໍາຄັນທີ່ສຸດ ສໍາລັບຄົນເຮົາກໍ່ຄືກໍາລັງໃຈ ແລະ ພະລັງບວກທີ່ມີໃຫ້ກັນ ເພາະຕົວນາງງາມເອງກໍ່ໄດ້ພິສູດແລ້ວວ່າເຕັມທີ່ກັບທຸກຮອບ ເຖິງແມ່ນວ່າມື້ນີ້ຈະບໍ່ໄດ້ມົງມາຄອງກໍ່ຕາມ ຊ່ອງທາງການຕິດຕາມຜົນງານ Tonkham Phonchanheuang.

ຮູບ: Miss Universe Laos

.