ທ່ານ ປະທານ ໄກສອນ ພົມວິຫານ ສຳລັບຄົນລາວແລ້ວບໍ່ວ່າຢູ່ໃນຍຸກສະໄໝໃດຕ້ອງຮູ້ຈັກ ແລະຈາລືກໄວ້ຕະຫຼອດການເພາະເພິ່ນແມ່ນ ວິລະບຸລຸດ ແຫ່ງຊາດລາວ ຜູ້ນໍາພາປະຊາຊົນລາວຕໍ່ສູ້ຈົນໄດ້ຮັບໄຊຊະນະຈາກສັດຕູ ແລະສະຖາປະນາປະເທດຊາດເປັນສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວຈົນຮອດປະຈຸບັນ ພ້ອມກັບຜູ້ນຳຮັກຊາດອີກຫຼາຍທ່ານ.
ປະທານ ໄກສອນພົມວິຫານ ເກີດເມື່ອວັນທີ 13 ທັນວາ 1920 ແລະ ເພິ່ນໄດ້ ມໍລະນະກຳ ໃນວັນທີ 21 ພະຈິກ ປີ 1992 ລວມອາຍຸ ໄດ້ 72 ປີ ມາຮອດມື້ນີ້ 13 ທັນວາ 2021 ແມ່ນຄົບຮອບ 101 ປີແລ້ວ ມື້ນີ້ເຮົາມາຫວນຄືນຊີວິດ ແລະການປະຕິວັດຂອງເພິ່ນນຳກັນ ແຕ່ກ່ອນອື່ນຈະນຳສະເໜີຊີວິດໄວເດັກ ແລະໄລຍະສຶກສາຮ່ຳຮຽນຂອງເພິ່ນກ່ອນ.
ປະທານ ໄກສອນ ພົມວິຫານ ເກີດທີ່ບ້ານນາເຊັງ, ເມືອງຄັນທະບູລີ (ປັດຈຸບັນແມ່ນ ເມືອງໄກສອນພົມວິຫານ), ແຂວງສະຫວັນນະເຂດ, ເພິ່ນກຳເນີດໃນຄອບຄົວທີ່ພໍ່ເປັນຂ້າລາຊະການ ແລະ ແມ່ເປັນ ຊາວນາ ທີ່ຢຶດໝັ້ນໃນຫລັກທຳຄຳ ສອນຂອງ ພຸດທະສາສະໜາ ແລະ ຮີດຄອງປະເພນີລາວ.
ປະທານ ໄກສອນ ເປັນລູກຊາຍ ກົກຂອງຄອບຄົວ, ມີນ້ອງສາວສອງ ຄົນຄື: ນາງ ສະຫວັນທອງ ແລະ ນາງ ກອງມະນີ. ຊີວິດເມື່ອເຍົາໄວຂອງປະທານ ໄກສອນ ໄດ້ຮັບຄວາມອົບອຸ່ນ, ຄວາມຮັກແພງ, ຄວາມເອົາໃຈໃສ່ ຂອງພໍ່ແມ່, ເພິ່ນໄດ້ຮັບການລ້ຽງດູ ແລະ ການອົບຮົມສັ່ງສອນຈາກພໍ່,ແມ່ ໃຫ້ເປັນເດັກດີ ມີວິໄນ ແລະ ໄຝ່ຫາການສຶກສາ, ເມື່ອອາຍຸ 7 ປີ ເພິ່ນໄດ້ເຂົ້າຮຽນຊັ້ນ ປະຖົມພາສາ ລາວ, ຕໍ່ມາເປັນພາສາຝຣັ່ງ, ເພິ່ນໄດ້ຕັ້ງໃຈຮຽນ, ດຸໝັ່ນອ່ານໜັງສື, ເຄົາລົບຄູ, ຮັກແພງໝູ່ຄູ່ ແລະ ຮຽນໄດ້ຄະແນນດີ.
ພາຍຫລັງຮຽນຈົບ ຊັ້ນປະຖົມພາສາຝຣັ່ງ ທີ່ສະຫວັນນະເຂດ ເພີ່ນໄດ້ໄປຮຽນຕໍ່ທີ່ວິທະຍາໄລ ໂປຣເຕັກໂຕຣາ (ອາລັກຂາ) ທີ່ ຮ່າໂນ້ຍ ປະເທດຫວຽດນາມ. ໃນຊຸມປີ 1936-1939 ຢູ່ນະຄອນຮ່າໂນ້ຍ ໄດ້ມີຂະບວນການຕໍ່ສູ້ເລັ່ງທວງເອົາສິດເສລີພາບ ແລະ ປະຊາທິປະໄຕ; ປະທານ ໄກສອນ ພົມວິຫານ ກໍໄດ້ເຂົ້າຮ່ວມຂະບວນການດັ່ງກ່າວ.
ເພິ່ນມັກຮຽນ ແລະ ມັກຊອກຮຽນ ຮູ້ສິ່ງໃໝ່ ໂດຍສະເພາະ ແມ່ນເພິ່ນມັກ ອ່ານໜັງສື “ ເລິຕຣາວາຍ ” (ແຮງງານ) ເຊິ່ງເປັນກະບອກສຽງຂອງພັກກອມມູນິດອິນດູຈີນ, ພ້ອມກັນນັ້ນ ເພິ່ນຍັງໄດ້ຮຽນມວຍ ຫວຽດນາມ, ມວຍຈີນ, ມວຍຢູໂດ ເພື່ອປ້ອງກັນຕົວ.
ປີ 1943 ເພິ່ນໄດ້ຮຽນຈົບອຸດົມສຶກສາພາສາຝຣັ່ງ, ຫລັງຈາກນັ້ນ ເພິ່ນກໍໄດ້ເຂົ້າຮຽນຕໍ່ທີ່ມະຫາວິທະຍາໄລ ໃນຂະແໜງກົດໝາຍທີ່ຮ່າໂນ້ຍ, ເພິ່ນເປັນຜູ້ໜຶ່ງໃນຈຳນວນຄົນທີ່ຮຽນເກັ່ງ ແລະ ມີພອນສະຫວັນທາງດ້ານນີ້.
ປີ 1944 ເພິ່ນໄດ້ເຂົ້າຮ່ວມເປັນ ສະມາຊິກສະມາຄົມຊາວໜຸ່ມກູ້ຊາດຫວຽດນາມ ເຊິ່ງເປັນບາດກ້າວທຳອິດຂອງການເຂົ້າສູ່ເສັ້ນທາງເຄື່ອນໄຫວປະຕິວັດ, ເພິ່ນໄດ້ປະກອບສ່ວນ ຢ່າງຫ້າວຫັນ ໃນຂະບວນການຫວຽດມິນ, ຕໍ່ມາໄດ້ ເຂົ້າຮ່ວມ ໃນຂະບວນການຢຶດອຳ ນາດການປົກຄອງຈາກກຳມື ຂອງ ພວກຍີ່ປຸ່ນ ຢູ່ສະຫວັນນະເຂດ ໃນວັນທີ 23 ສິງຫາ 1945. ເດືອນ 3-12 ປີ 1964 ປະທານ ໄກສອນ ໄດ້ເຂົ້າຮ່ວມເຮັດວຽກໃນຄະນະຕິດຕໍ່ ລາວ-ຫວຽດນາມ.
ປີ 1947-1948 ປະທານ ໄກສອນ ພົມວິຫານ ໄດ້ເລີ່ມຊີວິດຂອງນັກປະຕິວັດໜຸ່ມ, ເພິ່ນໄດ້ເຮັດວຽກຢູ່ໃນອົງການໂຄສະນາຂອງເຂດ 12 ພາກເໜືອຫວຽດນາມ, ໄດ້ຄົ້ນຄວ້າ ເອກະສານ, ບົດຄວາມເຫັນ, ບົດຂຽນຕ່າງໆຂອງ ບັນດາ ຜູ້ນຳການປະຕິວັດຫວຽດນາມ ເປັນຕົ້ນ ແມ່ນຂອງປະທານ ໂຮ່ຈີມິນ, ທ່ານເຈືອງຈິງ, ທ່ານຟາມວັນດົງ, ທ່ານ ຫວໍຫງວຽນຢາຍ, ໄດ້ອ່ານປຶ້ມກ່ຽວກັບ ລັດທິມາກ-ເລນິນ ແລະ ບົດນິພົນທິດສະດີປະຕິວັດອື່ນໆ ເຊິ່ງໄດ້ກາຍເປັນພື້ນຖານທາງດ້ານແນວຄິດ ເປັນອາວຸດອັນແຫລມຄົມທາງ ດ້ານປັນຍາຄວາມຮູ້ ເພື່ອກ້າວສູ່ ຄວາມເປັນຜູ້ນຳ ຂະບວນການຕໍ່ສູ້ຂອງ ປະຊາຊົນເຮົາໃນເວລາຕໍ່ມາ.